Ad

Ad

10 July 2013

ດອກຈຳປາລາວ ດອກໄມ້ຮັບແຂກບ້ານແຂກເມືອງ ( ຄໍລຳ ແລກປ່ຽນຄຳເຫັນ )



      ຕາມປະເພນີນິຍົມໃນການຮັບ ແຂກຈະເປັນລະດັບໃດກໍຕ້ອງໃຊ້ດອກໄມ້ມອບເປັນ ຂອງຕ້ອນຮັບ, ແຕ່ມາຮອດປັດຈຸບັນ ດອກໄມ້ ເຫລົ່ານັ້ນໄດ້ຄ່ອຍໆປ່ຽນນຳໃຊ້ດອກໄມ້ ຈາກຕ່າງປະເທດຫລາຍກວ່າ ແລະ ບໍ່ແມ່ນດອກໄມ້ທີ່ເປັນເອກະລັກລາວ, ບໍ່ແມ່ນດອກ ໄມ້ລາວ.
    ໃນຖານະລາວເຮົາມີດອກໄມ້ ປະຈຳຊາດ ຄືດອກຈຳປາ ກໍ ຄວນນຳໃຊ້ດອກໄມ້ຊະ ນິດນີ້ ຕ້ອນຮັບແຂກບ້ານແຂກເມືອງ ຍິ່ງເປັນການດີ ຄືໃນຊຸມປີທີ່ທ່ານ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຮັບ ແຂກ ປາກົດເຫັນວ່າໄດ້ໃຊ້ດອກຈຳປາໃນ ທຸກພິທີ. ອັນນີ້ພວກເຮົາຄວນສົ່ງເສີມ.
    ແຕ່ມາຮອດປັດຈຸບັນ ເຮົາຊ້ຳພັດເກີດມີຄວາມນິຍົມໃໝ່ ນຳໃຊ້ ແຕ່ດອກໄມ້ຕ່າງປະເທດເຂົ້າໃນ ພິທີຕ່າງໆຈຶ່ງຫລູຫລາ ເຊິ່ງ ເຮັດ ໃຫ້ຄໍລຳພວກເຮົານຳມາແລກປ່ຽນວ່າ: ເຮົາຄວນປັບປຸງ-ປ່ຽນ ແປງຄືນມາຊົມໃຊ້ດອກຈຳປາ ເຂົ້າໃນພິທີຮັບແຂກຈະດີບໍ່ ? ເພາະຈະ ໄດ້ເປັນການສືບທອດ ແລະ ສົ່ງເສີມເອກະລັກວັດທະນະ ທຳໄປພ້ອມ. ດອກຈຳປາແມ່ນ ໜຶ່ງໃນດອກໄມ້ປະຈຳຊາດລາວ ທັງເປັນ
ສັນຍະລັກ, ເອກະລັກ ວັດທະນະທຳລາວນຳອີກ ເຊິ່ງພວກ ເຮົາສາມາດນຳດອກຈຳປາມາ ເປັນຊໍ່ ແລະ ຈັດໃສ່ຂັນເງິນກໍຈະ ງາມໄປອີກ ແລະ ບໍ່ຫ່ຽວງ່າຍໄດ້ ທັງເນື້ອໃນ, ໄດ້ທັງຄວາມໝາຍ ຫລາຍກວ່າດອກໄມ້ປະເພດອື່ນ. ດອກຈຳປາໃນເມື່ອກ່ອນຈະອອກດອກໄປຕາມລະດູການ, ແຕ່ດຽວນີ້ເຫັນວ່າດອກຈຳປາຈະມີທຸກລະດູເຊິ່ງບໍ່ຕ້ອງຢ້ານວ່າຈະບໍ່ມີ ດອກໄມ້ຊະນິດນີ້ເພື່ອຮັບແຂກ, ຖ້າຫາກຈຳເປັນໃຊ້ດອກຈຳປາຫລາຍກໍຈະມີທຸລະກິດປະເພດປູກຕົ້ນຈຳປາເພື່ອເອົາດອກມາຂາຍ ເກີດຂຶ້ນ, ແນ່ນອນດອກຈຳ ປາກໍຈະກາຍເປັນທຸລະກິດໃໝ່ໃນ ວົງການຮ້ານຂາຍດອກໄມ້ທີ່ເກີດ ຂຶ້ນເໝືອນກັບດອກເຫັດ ໂດຍ ສະເພາະໃນນະຄອນຫລວງວຽງຈັນ.
    ການທີ່ນຳສະເໜີຄຳຄິດຄຳ ເຫັນນີ້ກໍບໍ່ໄດ້ໝາຍຄວາມວ່າຈະ ປະຕິເສດດອກໄມ້ອື່ນທີ່ມີຄວາມ ງົດງາມ, ແຕ່ຄວາມງົດງາມນັ້ນ ຕ້ອງອີງໃສ່ກັບຄວາມໝາຍ, ຄວາມມີຊີວິດຊີວາ, ຄວາມມີເອ ກະລັກ ວັດທະນະທຳ ຈຶ່ງຈະ ເໝາະສົມ ເພາະການທີ່ນຳໃຊ້ດອກ ຈຳປາເຂົ້າໃນພິທີການ ຕ່າງໆນັ້ນ ຢັ້ງຢືນເຖິງຄວາມຮັກ ຫອມ, ຄວາມຖະໜຸຖະໜອມ ແລະ ຄວາມນິຍົມຊົມຊອບກັບດອກໄມ້ ລາວ, ໃນວັດທະນະທຳລາວນັ້ນເອງ, ເຮົາຄວນມາປ່ຽນ ແປງດອກໄມ້ຮັບແຂກບ້ານແຂກເມືອງຈາກດອກໄມ້ຕ່າງຊາດມາ ເປັນດອກ ໄມ້ປະຈຳຊາດລາວ ເອີ້ນວ່າ: “ບຸບຜາງາມເມືອງ”.

No comments:

Post a Comment