Ad

Ad

7 January 2015

ກຸ່ມບໍລິສັດໂຄລາວ ມອບເງິນປະກອບສ່ວນປະຕິສັງຂອນຫໍພະແກ້ວ



     ໃນວັນທີ 6 ມັງກອນນີ້, ຢູ່ຫ້ອງວ່າການນະຄອນຫລວງ, ກຸ່ມບໍລິສັດໂຄລາວ ໄດ້ມອບເງິນ ເພື່ອປະກອບສ່ວນ ສົມທົບທຶນເຂົ້າໃນການ ບູລະນະ ປະຕິສັງຂອນ ພິພິທະພັນຫໍພະແກ້ວ ຈຳນວນ 150 ລ້ານກີບ, ມອບໂດຍທ່ານ ນາງ ຖາວອນ ວົງສົມບັດ ປະທານກຸ່ມບໍລິສັດໂຄລາວ ແລະ ຮັບໂດຍທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທັງເປັນຜູ້ຮັບຜິດຊອບ ປະຕິສັງ ຂອນ ຫໍພະແກ້ວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
     ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວວ່າ: ການປະຕິສັງຂອນພິພິທະພັນຫໍພະແກ້ວເທື່ອນີ້ ຈະໃຊ້ ງົບປະມານ ຫລາຍກວ່າ 10 ຕື້ກີບ ແລະ ມາຮອດປັດຈຸບັນມີບັນດາບໍລິສັດຕ່າງໆ ເຂົ້າຮ່ວມປະກອບສ່ວນ ສົມທົບ ທຶນຫລາຍກວ່າ 1 ຕື້ກີບແລ້ວ. ນອກຈາກນີ້ ທ່ານຮອງເຈົ້າຄອງຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນບໍລິສັດ, ຫ້າງ ຮ້ານ ແລະ ລັດວິສາຫະກິດ ຕ່າງໆເຂົ້າຮ່ວມສົມທົບທຶນຕື່ມອີກເພື່ອຮ່ວມກັນບູລະນະຫໍພະແກ້ວໃຫ້ມີຄວາມສວຍ ງາມ.

No comments:

Post a Comment