Ad

Ad

7 January 2015

ເປີດ​ສູນ​ຮັກສາ​ສຸຂະພາບ​ດ້ວຍ​ທຳ​ມະ​ຊາດຢູ່​ນະຄອນຫຼວງ​ວຽງ​ຈັນ



  ວັນ​ທີ 6 ມັງກອນ​ນີ້​, ສູນ​ຮັກສາສຸຂະພາບ​ດ້ວຍ​ວິທີ​ທຳ​ມະ​ຊາດບີ​ລີ​ຍາ​ໄລ ຄລີ​ນິກປະ​ເທດ​ໄທ,​ ໄດ້​ເປີດ​ສູນ​ຂອງ​ຕົນ​ປະຈຳ​ລາວ​ຂຶ້ນ, ຢູ່​ບ້ານ​ທ່າ​ພະ​ລານ​ໄຊ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ, ​​ຊຶ່ງທ່ານດຣ ກຳ​ພົນຜູ້​ບໍລິ ຫານ​ສູ​ນດັ່ງກ່າວ​ກ່າວໃຫ້ຮູ້​ວ່າ: ບີ​ລິ​ຍາ​ໄລ​ຄລີ​ນິກມີ​ເຄື່ອຂ່າຍ​ຢູ່​ຫຼາຍປະ​ເທດ​ໂດຍ​ສະ​ເພາະ​ຢູ່​ປ ​ເທດ​ໄທ, ​​ສຳລັບສູນ ຢູ່ລາວນີ້ມີຄວາມພິເສດຄື:ການ​ເອົາ​ວິທີ​ຮັກສາ​ສຸ​ຂະພາບ​ແບບ​ທຳ​ມະ​ຊາດ​ຂອງ​ພາກ​ຕາ​ເວັນ​ຕົກ​ກັບ​ຕາ​ເວັນ​ອອກ​ມາ​ປະສົມ​ປະສານກັນກັນ,ດ້ວຍ​ການປະເມີນ​ສຸຂະພາບ​ຄົນເຈັບດ້ວຍ​ເຄື່ອງມື​ກທີ່​ທັນ​ສະ​ໄໝ​ເພື່ອ​ໃຫ້​ຮູ້​ເຖິງ​ສາ​ເຫດຫຼື​ອາການ​ທີ່​ເປັນ​ຢູ່​ເພື່ອ​​ຮັກສາ​ໃຫ້ຖືກຕ້ອງ​ແລະ​ບໍ່​ເປັນ​ອັນຕະລາຍ,​ແຕ່​ສິ່ງ​ສຳຄັນ​ສູນ​ແຫ່ງ​ນີ້​ແມ່ນ​ເນັ້ນ​ໃສ່ບັນຫາທີ່​ຄລີ​ນິກທົ່ວ​ໄປ​ຍັງ​ບໍ່​ທັນໃຫ້​ຄວາມ​ສຳຄັນ​ເປັນ​ຕົ້ນຄວາມ ຕຸ້ຍທີ່​ເປັນສາ​ເຫດ​ໃຫ້​ເກີດ​ພະຍາດ​ຕ່າງໆ​ຕາມ​ມາດັ່ງ​ທີ່​ເປັນ​ຢູ່​ໃນ​ສັງຄົມ​ປັດຈຸບັນ,​​ໂດຍ​ທາງ​ສູນ​ຈະ​ມີ​ວິທີ່​ຮັກສາ​​ແບບ​ທຳ​ມະ​ຊາດ​ເປັນ​ຕົ້ນ​ແມ່ນ​ການ​ລ້າງ​ສານ​ພິດອອກຈາກຮ່າງ ກາຍ, ພ້ອມ​ທັງ​ບຳບັດ​ດ້ວຍ​ວິທີ​ຕ່າງໆ​ເຊັ່ນ: ກິນ​ອາຫານ​ທີ່​ປອດ​ສານພິດ,ພ້ອມ​ນັ້ນ​ຍັງ​​ຍັງ​ໃຫ້​ບໍລິການ​ຮັກສາ​ຄວາມ​ງາມ​ຂອງ​ແມ່ຍິງ​ດ້ວຍ​ວິທີ​ທຳມະຊາດ,ມີ​ຄວາມ​ປອດ​ໄພ .

ຜູ້​ບໍລິການ​ສູນ​ດັ່ງກ່າວ​ບອກ​ວ່າ: ​ການ​​​ເປີດ​ສູນ​​ຢູ່​ລາວ​ນີ້ເພາະວ່າ​ຕໍ່​ໄປ​ການ​ຮັກສາ​ສຸຂະພາບ​ດ້ວຍ​ວິທີ​ທຳ​ມຊາດ​ແລະ​ປອດສານ​ພິຈະ​​ມີ​ຄວາມ​ສຳຄັນ  ​ແລະ ປະ​ເທດ​ລາວ​ຍັງ​ມີ​ໂອກາດ​ທີ່​ຈະ​ເປັນ​ປະ​ເທດ​ກະ​ເສດ​ອິນ​ຊີ​ຢູ່​ຫຼາຍ​ເພາະ​ຍັງ​ບໍ່​ໃຊ້​ສານ​ເຄມີ​ຫຼາຍ​ປານ​ໃດ,ດວ້ຍ​ເຫດ​ນີ້​ພວກ​ເຮົາ​ຈຶ່ງ​ເລືອກ​ທີ່​ຈະ​ຮ່ວມ​ມື​ກັບ​ກະກະສິກອນ​ທັງ​ໄທ​ແລະ​ລາວ​ປູກ​ພຶດຜັກ​ປອດ​ສານ​ພິດ ​ແລະ ສະ​ໝູນ​ໄພ​ຕ່າງໆ​ດ້ວຍ​ວິທີ​ກະ​ເສດ​ອິນ​ຊີ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ດີ​ຕໍ່​ກັບ​ການຮັກສາ​ສຸຂະພາບ. 

No comments:

Post a Comment