Ad

Ad

7 January 2015

ບໍລິຄຳໄຊ-ຮ່າຕິ່ງ ຮ່ວມມືມ້າງຄະດີຢາເສບຕິດລາຍໃຫຍ່



            ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສປປ ລາວ ຮ່ວມກັບກອງບັນ ຊາການທະ ຫານຊາຍແດນ ແຂວງຮ່າ ຕິງ ສສ ຫວຽດນາມ ສະຫລຸບຖອດຖອນ ບົດຮຽນການມ້າງຄະດີຢາເສບຕິດລາຍໃຫຍ່ ແລະ ມອບໃບຍ້ອງຍໍຂັ້ນແຂວງ, ຂັ້ນກອງບັນຊາການ ໃຫ້ຜູ້ທ່ີມີຜົນງານດີເດັ່ນ ໃນການປະກອບສ່ວນມ້າງ ຄະດີດັ່ງກ່າວ ຢ່າງສົມກຽດ.
     ໃນທ້າຍອາທິດຜ່ານມານີ້ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສປປ ລາວ ຮ່ວມກັບ ກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ສສ ຫວຽດນາມ ເປີດກອງປະຊຸມສະຫລຸບຖອດຖອນບົດຮຽນ ແລະ ມ້າງລາຍຄະດີ PT1 ( 461-LV) ຢູ່ຫ້ອງປະຊຸມກອງບັນຊາການ ທະຫານຊາຍແດນ ແຂວງຮ່າຕິ່ງ. ຝ່າຍລາວ ມີທ່ານນາງ ບຸນຍົງ ສີສຸວັນນະຄອນ ຮອງເຈົ້າແຂວງໆບໍລິຄຳໄຊ, ທ່ານ ພັນເອກ ດຣ. ທອງແດງ ຄຳພິທູນ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມ ດ້ວຍຄະນະ ແລະ ຝ່າຍ ສສ ຫວຽດນາມ ມີທ່ານ ພົນໂທ ຫງວຽນ ຈົງຫາຍ ຫົວໜ້າທະຫານຊາຍແດນແຫ່ງຊາດ, ທ່ານ ພັນໂທ ວໍ ເຖື່ອນຫາຍ ຫົວໜ້າກອງບັນຊາການ ທະຫານຊາຍແດນ ແຂວງຮ່າຕິ່ງ ພ້ອມດ້ວຍຄະນະ.

    ໃນພິທີທ່ານ ພັນເອກ  ເຫີງນເຖືອນ ຮອງຫົວໜ້າທະຫານຊາຍແດນ ແຂວງຮ່າຕິ່ງ ໄດ້ຂຶ້ນຜ່ານບົດລາຍ
ງານໃນການ​ມ້າງລາຍ​ຄະດີ​ສະ​ເພາະຄັ້ງວັນ​ທີ 10 ເດືອນ 3 ປີ 2013 ເຈົ້າ​ໜ້າທີ່​ສອງ​ຝ່າຍ​ໄດ້​ປະ​ສານ​ສົມທົບ​ກັນ ມ້າງ​ລາຍ​ຄະດີ P4-1 ສາມາດ​ຈັບ​ຜູ້ຖືກ​ຫາ​ໄດ້ 3 ຄົນ ຢຶດ​ຂອງ​ກາງ​ເປັນປະ​ເພດ​ຢາ​ໄອ​ ຈຳນວນ 4 ຖົງ ນ້ຳໜັກ 4 ກິໂລ,ລົດ​ກະບະ ຍີ່ຫໍ້​ວີ​ໂກ​ 1 ຄັນ;ຄັ້ງວັນ​ທີ 11 ເດືອນ 3 ປີ 2013 ເຈົ້າ​ໜ້າ​ທີສອງ​ຝ່າຍ​ໄດ້ປະສານ​ສົມທົບກັນ​ມ້າງ​ລາຍ​ຄະດີ​ P4-2  ສາມາດ​ຈັບ​ຜູ້ຕ້ອງ​ຫາ​ໄດ້ 3  ຄົນ ຢຶດ​ຂອງ​ກາງ​ເປັນປະ​ເພດ​ເຮ​ໂລ​ອິນ ຈຳນວນ 2 ແທ່ງ, ລົດ​ກະບະ ຍີ່ຫໍ້​ວີ​ໂກ​ 1 ຄັນ, ປືນສັ້ນຫຍີ່​ຫໍ້​ວິ​ແຢດ 1 ກະບອກ ​ແລະ ລູກ​ກະ​ສູນ​ຈຳນວນ 12 ລູກ. ຄ້ັງ​ວັນ​ທີ 13 ເດືອນ 12 ປີ 2014 ເຈົ້າ​ໜ້າ​ທີ່ສອງ​ຝ່າຍ ​ໄດ້​ປະສານ​ສົມທົບ​ກັນ​ມ້າງ​ລາຍ​ຄະດີ  PT1 (461- LV) ຈັບ​ຜູ້ຖືກ​ຫາ​ໄດ້ 6 ຄົນ ຢຶດຂອງ​ກາງ​​ປະ​ເພດ ​ເຮ​ໂລ​ອິນ ໄດ້ 92 ແທ່ງ ລົດ​ກະບະ ຍີ່ຫໍ້​ວີ​ໂກ​ 2 ຄັນ.
            ຈາກນັ້ນ ທ່ານນາງ ບຸນຍົງ ສີສຸວັນນະຄອນ ກໍໄດ້ມີຄຳຄິດຄຳເຫັນ ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງບໍລິ​ຄຳ​ໄຊ ​ແລະ ກຳລັງ​ທະຫານ​ຊາຍ​ແດນ​ ແຂວງ​ຮ່າ​ຕິ່ງ ຍາດມາໄດ້ ໂດຍ ສະເພາະ ແມ່ນການມ້າງຄະດີລາຍໃຫຍ່ລະດັບຊາດໄດ້ສຳເລັດ. ພ້ອມທັງ ກ່າວເຖິງ​ມູນ​ເຊື້ອ​ພິລະ​ອາດ​ຫານ, ສາຍ​ພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມ​ມື​ຮອບດ້ານລະຫວ່າງສອງ​ພັກ​, ສອງ​ລັດ ​ແລະ ສອງກຳລັງ​ປະກອບ​ອາວຸດ​ຂອງ​ພວກເຮົາ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ຮອບດ້ານ ຕະຫລອດໄປ.
            ກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງ,ຂັ້ນກອງບັນຊາການໃຫ້ຜູ້ທ່ີມີຜົນງານດີເດັ່ນ ໃນການ
ປະກອບສ່ວນມ້າງຄະດີຢາເສບຕິດລາຍໃຫຍ່ດັ່ງກ່າວຢ່າງສົມກຽດ.

No comments:

Post a Comment