Ad

Ad

7 January 2015

ຜະລິດ​ຕະພັນ ຄຳ​ທະນະ​ພອນ​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ໃນ​ງານ​ວາງສະ​ແດງ​ເຟີ​ນີ​ເຈີ​ລາວ



ການວາງສະ​ແດງ​ຜະລິດ​ຕະພັນ​ໄມ້ຄັ້ງທຳ​ອິດ​ທີ່​ມີຂຶ້ນແຕ່​ວັນ​ທີ 5 -11 ມັງກອນ​ທີ່ສູນການ​ຄ້າ​ລາວ​ໄອ​ເຕັກ, ນະຄອນຫຼວງວຽງຈັນ ນີ້, ​ໄດ້​ມີ​ຫົວໜ່ວຍ ຜະລິດ​ຕະພັນ​ເຟີ​ນີ​ເຈີ​ທີ່​ຜະລິດ​ຈາກ​ໄມ້, ຫວາຍ, ​ໄມ້ປ່ອງ ​ແລະ ​ເຄື່ອງ​ແກະ​ສະ​ລັກ​ໄມ້ ແລະ ຫົວໜ່ວຍຜະລິດ​ຕະພັນ​ເຄື່ອງ​ຫັດຖະ​ກຳ​ອື່ນ ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼາຍ ​ແລະ ໜຶ່ງ​ໃນ​ຜະລິດ​ຕະພັນ​ທີ່​ໂດດ​ເດັ່ນ ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຄົນທີ່​ເຂົ້າ​ມາ​ຢ້ຽມຊົມ​ຜະລິດ​ຕະພັນ​ດັ່ງກ່າວ​ໄດ້​ດີ ແມ່ນຫ້ອງ​ວາງສະ​ແດງຜະລິດ​ຕະພັນ​ຂອງ​ບໍລິສັດ ຄຳ​ທະນະ​ພອນ ຄັວດ​ແກະ​ສະ​ລັກຫັດຖະ​ກຳ​ໄມ້​ຈຳກັດຜູ້ດຽວ ທີ່​ນຳ​ເອົາ​ຜົນງານ​ການ​ແກະສະລັກ ຮູບ​ສັດ​, ຄົນ ແລະ ​ເຄື່ອງ​ປະດັບ​ຕ່າງໆ.
ທ່ານ ວິລັດ ປັນຍາ​ລາດ ປະທານ​ບໍລິສັດ ຄຳ​ທະນະ​ພອນ​ໄດ້​ເວົ້າ​ວ່າ: ບໍລິສັດ​ຂອງ​ພວກ​ເຮົາ​ສ້າງ​ຂຶ້ນ​ປີ 2009 ເປັນຕົ້ນ​ມາ, ພາຍຫຼັງທີ່​ລັດຖະບານ​ໄດມີ ​ດ້ານ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າໂດຍ​ນໍ​າ​ໃຊ້​ວັດຖຸ​ດິບ​ທີ່​ເປັນໄມ້​ເສດ​
ເຫຼືອ ຈາກ​ໂຮງ​ຈັກ​ໂຮງງານ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ​ແລະ ຊື້​ຕາມ​ໂຄງການ​ລັດຖະບານ​ຂາຍ​ໃຫ້ ບໍ່ວ່າ​ຈະ​ເປັນ​ໄມ້ເນື້ອ ແຂງ ​ແລະ ​ອ່ອນປະ​ເພດ​ຕ່າງໆ ເພື່ອມາ​ຜະລິດ ​ແລະ ແກະ​ສະ​ລັກ​​​ຮູບ​ແບບ​ຕ່າງໆ ເພື່ອປ່ຽນຈາກສິ່ງ​ເສດ​ໄມ້​ເຫຼືອດັ່ງກ່າວ​ມາເປັນຜະລິດ​ຕະພັນ​ໄມ້​ເ​ເກະ​ສະ​ລັກທີ່​ສວຍ​ງາມ, ​ເປັນສິນຄ້າ​ທີ່​ມີ​ລາຄາ​ດີ.  ສິນຄ້າ​​ແຕ່​ລະ​ອັນແມ່ນ​ຈະ​​ຂາຍ​ພາຍ​ໃນ​ປະ​ເທດ ​ແລະສົ່ງ​ຂາຍ ຕ່າງປະ​ເທດ​ເປັນຕົ້ນ​ແມ່ນ ສປ ຈີນ, ສິງກະ​ໂປ ​ແລະ ​ໄທ.  ສ່ວນ​ບັນຫາຫຍຸ້ງ​ຍາກໃນ​ການ​ຜະລິດ​ຢູ່​ໂຮງງານ​ໃນ​ປັດຈຸບັນ ແມ່ນ​ຂາດ​ແຮງ​ງານ​ທີ່​ມີ ສີມືດີ​ໃນ​ຂະ​ແໜງການ​ນີ້, ສ່ວນ​ບັນຫາບາງ​ໜ້າວຽກ​ຕ້ອງ​ໄດ້​ນຳ​ເອົານາຍ​ຊ່າງ​ຈາກ​ຕ່າງ ປະ​ເທດ​ເຂົ້າ​ມາ​ຊ່ວຍ​ເຮັດ, ນອກຈາກ​ນີ້ ​ດ້ານ​ວັດ ຖຸ​ດິບ​ກໍ​ບໍ່​ສາມາດ​ສະໜອງ​ໄດ້​ຢ່າງ​ພຽງພໍກັບ​ຄວາມ​ຕ້ອງການ​ໃນ​ການ​ຜະລິດ.
ທ່ານ ວິລັດ​ ກ່າວ​ວ່າ: ຜ່ານ​ມາ​ເຄີຍ​ນຳ​ເອົາ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ຂອງ​ໂຮງງານ​ຕົນ​ໄປ​ວາງສະ​ແດງ​ຢູ່ ສປ ຈີນ ແລະ ​ໄທ ພ້ອມ​ກັນນັ້ນກໍ​ໄດ້​ຮັບ​​ໃບຢັ້ງຢືນ ແລະ ລາງວັນ​ຊະ​ນະ​ເລີ​ດທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ​ໃນ​ຄັ້ງນີ້.

No comments:

Post a Comment