Ad

Ad

7 January 2015

ຫລາຍ​ຮ້ອຍໂຄງການ​ນອກ​ແຜນ​ບໍ່​ສາມາດ​ຈັດ​ເຂົ້າ​ແຜນພັດ​ທະນາ​



     ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ພາຍຫລັງ​ສະພາ​ແຫ່ງ​ຊາດ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ກະຊວງ​ການ​ເງິນ​ກວດຄືນ ​ແລະ ສັງ​ລວມບັນດາ​ໂຄງການ​ນອກ​ແຜນ​ທີ່​ໄດ້ປະຕິ ບັດ​ກ່ອນ​ວັນ​ທີ 31 ທັນວາ 2011 ​ເພື່ອ​ລາຍ​ງານ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ​ຊັບຊ້ອນ​ຈັດ​ລຽງ​ເຂົ້າ​ໃນ​ແຜນ​ພັດ ທະນາ​ເສດ​ຖະກິດ-ສັງຄົມ​ໃນ​ແຕ່​ລະ​ສົກ​ປີ 2012-2013,ສ່ວນ​ໂຄງການ​ນອກ​ແຜນ​ທີ່​ເກີດ​ຂື້ນພາຍຫລັງ​ປີ 2012 ​ແມ່ນ​ສະພາ​ແຫ່ງ​ຊາດ​ຈະ​ບໍ່​ພິຈາລະນາ​ຮັບຮອງ.
     ສຳລັບ​ໂຄງການ​ນອກ​ແຜນ​ມີ​ທັງ​ໝົດ 732 ​ໂຄງການ,ມີ​ມູນ​ຄ່າ 4.776,7 ຕື້ກີບ,​ໃນ​ນັ້ນຂະ​ແໜງການ ​ແລະ ທ້ອງ​ຖິ່ນ ທີ່​ເປັນ​ເຈົ້າ​ຂອງ​ໂຄງການ​ໄດ້​ຄົ້ນຄວ້າສາມາດ​ເອົາ​ເຂົ້າ​ແຜນ​ສົກ​ປີ 2012-2013 ຈຳນວນ 137 ​ໂຄງ ການ ​ແລະ ​ເອົາ​ເຂົ້າ​ແຜນສົກ​ປີ 2013-2014 ຈຳນວນ 69 ​ໂຄງການ ​ແລະ ປັດຈຸບັນ​ຍັງ​ເຫລືອ 565 ​ໂຄງການ, ມີ​ມູນ​ຄ່າ​ສັນຍາ​ປະມານ 4.182,11 ຕື້ກີບ.ຂະນະ​ທີ່​ໂຄງການ​ນອກ​ແຜນ​ທີ່​ເກີດ​ຂື້ນ​​ໃນ​ປີ 2012 ​ເປັນຕົ້ນ​ມາ​ມີ​ປະມານ 359 ​ໂຄງການ,ມູນ​ຄ່າ 990 ຕື້ກວ່າ​ກີບ,​ເຊິ່ງປັດຈຸບັນ​ລັດຖະບານ​ພວມ​ຊອກ​ຫາ​ວິທີ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

No comments:

Post a Comment