Ad

Ad

7 January 2015

ປີຜ່ານມາ​ມີ​ຜູ້​ເກີດ​ລູກ​ຢູ່​ໂຮງໝໍ​ແມ່ ​ແລະ ​ເດັກ​ຫລາຍ​ກວ່າ 7.700 ຄົນ



    ​ຊ່ຽວຊານ​ແພດ​ໂຮງໝໍ​ແມ່ ​ແລະ ​ເດັກ​ແດງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2014 ມີ​ແມ່ຍິງ​ມາ​ໃຊ້​ບໍລິການ​ເກີດ​ລູກ​ຢູ່​ໂຮງໝໍ​ດັ່ງກ່າວ​ປະມານ 7.700 ຄົນ,​ໃນ​ນັ້ນ,​ເກີດ​ແບບ​ທຳ​ມະ​ຊາດ 6.600 ຄົນ,ຜ່າຕັດ​ອອກ 1.100 ຄົນ ​ແລະ ສິ່ງ​​ເປັນທີ່ໜ້າ​ພາກພູມ​ໃຈຂອງ​ພະນັກງານ​ແພດ​ໝໍ​ພວກ​ເຮົາ​ກໍ​ແມ່ນ​ແມ່ ​ແລະ ​ເດັກ​ ​ແມ່ນ​ມີ​ສຸຂະ​ພາບ​ແຂງ​ແຮງດີ ​ແລະ ບໍ່​ມີ​ກໍລະນີ​ການ​ເສຍ​ຊີວິດຂອງ​ແມ່ ​ແລະ ​ເດັກ ​ແຕ່​ຢ່າງ​ໃດ,​ເຊິ່ງຕົວ​ເລກ​ທີ່​ເພີ່ມ​ຂື້ນຄືດັ່ງກ່າວ​ນີ້,ສາມາດ​ຢັ້ງຢືນ​​ໃຫ້​​ເຫັນເຖິງ​ຄວາມ​ເຊື່ອ​ໝັ້ນຂອງ​ສັງຄົມ​ທີ່​ມີ​ຕໍ່​ວຽກ​ງານ​ສາທາລະນະ​ສຸກ​ຂອງ​ລາວ​ເຮົາ​ເວົ້າ​ລວມ,​ເວົ້າ​ສະ​ເພາະ​ກໍ​ແມ່ນ​ໂຮງໝໍ​ແມ່ ​ແລະ ​ເດັກ​ຂອງ​ພວກ​​ເຮົາ,​​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ,ພັກ ​ແລະ ລັດຖະບານ,​ໄດ້​ມີ​ນະ​ໂຍບາຍ​ເພື່ອ​ສົ່ງ​ເສີມ​ສຸຂະພາບ​ຂ​ອງ​ແມ່ຍິງ ​ແລະ ​ເດັກ​ຍ້ອນ ​ເປັນຕົ້ນ:ການ​ເກີດ​ລູກ ​ແລະ ການ​ປິ່ນປົວ​​ເດັກນ້ອຍ​ລຸ່ມ 5 ປີໂດຍ​ບໍ່​ເສຍ​ຄ່າ ​ແລະ ການ​ບໍລິການອື່ນໆ.ນອກຈາກ​ນີ້,ຕາໜ່າງສາທາລະນະ​ສຸກ​ກໍ​ໄດ້​ຂະຫຍາຍ​​ໄປ​ຢ່າງ​ກວ້າງຂວາງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,ອຸປະກອນ​ຮັບ​ໃຊ້​ທາງ​ການ​ແພດກໍ​ມີ​ຄວາມ​ທັນ​ສະ​ໄໝ,ການ​ບໍລິການ​ຂອງ​ແພດ​ໝໍ​ກໍ​ມີ​ຄວາມ​ວ່ອງ​ໄວ ​ແລະ ຄຸນ​ນະພາ​ບຂອງ​ການ​ປິ່ນປົວ​ກໍ​ນັບ​ມື້ດີຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ມາ​ຮອດ​ປັດຈຸບັນ​ບັນນີ້,​ເຫັນ​ວ່າຄົນ​ລາວ​​ໄປ​ປີ່​ນປົວ​ ຫລື ​ເກີດ​ລູກຢູ່​ຕ່າງປະ​ເທດ ກໍ​ມີ​ທ່າ​ອ່ຽງຫລຸດ​ນ້ອຍ​ລົງ​ເມື່ອ​ທຽບ​ກັບ​ຊຸມ​ປີຜ່ານມາ,​ເນື່ອງ​ຈາກ​ວຽກ​ງານ​ສາທາລະນະ​ສຸກຂອງ​ລາວ​ເຮົາ​ໄດ້​ມີ​ການ​ພັດທະນາ,ບັນດາ​ໂຮງໝໍ,ຄລີ​ນິກ ກໍ​ໄດ້​ຮັບ​ການ​ປັບປຸງ​ຄຸນ​ນະພາ​ບ ​ແລະ ການ​ບໍລິການ​ດີ​ຂື້ນ​ເລື້ອຍໆ.

No comments:

Post a Comment