Ad

Ad

6 January 2015

ໄຂງານ​ວາງສະ​ແດງ​ຜະລິດ​ຕະພັນ​ໄມ້​ລາວ​ຄັ້ງທຳ​ອິດ



ພິທີ​ໄຂ​ງານ​ວາງສະ​ແດງ​ຜະລິດ​ຕະພັນ​ໄມ້​ລາວ​ຄັ້ງທຳ​ອິດ​ໄດ້​ມີ​ຂຶ້ນ​ໃນ ວັນ​ທີ 5 ມັງກອນນີ້, ທີ່​ສູນ​ການ​ຄ້າ​ລາວ​-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍ​ການ​ເຂົ້າ​ຮ່ວມ ​ແລະ ຕັດ​ແຖບ​ຜ້າ ​ເປີດ​ງານ​ຂອງ​ທ່ານ​  ສົມ​ສະຫວາດ ​ເລັ່ງສະ ຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳວຽກງານ​ຂົງ​ເຂດ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ.
 ງານ​ຄັ້ງນີ້​ ມີ​ບັນດາ​ຫົວໜ່ວຍທຸລະ​ກິດ​ ​ແລະ ຜູ້​ປະກອບ​ການ ເຟີ​ນ​ີ​ເຈີ​ໄມ້​ໃນ​ທົ່ວ​ປະ​ເທດນຳ​ຜະລິດ​ຕະພັນ​ເຂົ້າ​ຮ່ວມວາງສະ​ແດງ ​ແລະ ຈຳໜ່າຍ ຫຼາຍ ກ່ວາ250 ຫ້ອງ, ຈາກ 40 ຫົວໜ່ວຍທຸລະ​ກິດ ​ເຊິ່ງປະກອບ​ມີ: ຜະລິດ​ຕະພັນ ໂຕະ, ຕັ່ງ ​ແລະ ​ຜະລິດ​ຕະພັນ​ໄມ້​ເ​ເກະ​ສະ​ລັກ​ທີ່​ມີ​ຄວາມ​ສວາຍ​ງາມ. ນອກຈາກ​ນີ້​ຍັງ​ມີ​ກິດຈະ​ກຳ​ທີ່ໜ້າສົນ​ໃຈ​ເຊັ່ນ: ການ​​ແກະ​ສະ​ລັກ​ໄມ້​ເສດ​ເຫຼືອ ປະກອບ​ເຄື່ອງ​ເຟີ​ນີ​ເຈີ, ຈັບ​ສະຫຼາກມອບ​ໂຊກ ​ແລະ ຫຼີ້ນ​ເກ​ມ​ເອົາ​ລາງວັນ​ອື່ນໆ.

ທ່ານ ປະ​ທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ ຄຳ​ໄພ່ ສົມ​ຊະນະ ກ່າວ​ວ່າ: ງານ​ວາງສະ​ແດງ​ຄັ້ງນີ້​ຈັດ​ຂຶ້ນ​ເພື່ອ​ສະ​ເຫຼີມ ສະຫຼອງ 2 ວັນ​ປະຫວັດສາດ​ຄື: ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 60 ປີ ແລະ ວັນ​ສະຖາ​ປາ​ນາ ສປປ ລາວ ຄົບຮອບ 40 ປີ ໃນປີ 2015 ນີ້ ໃຫ້​ມີ​ຂະ​ບວນ​ຝົດ​ຟື້ນ, ທັງ​ເປັນ​ການ​ອະນຸລັກ​ຮັກສາ​ປ່າ​ໄມ້, ການ​ນຳ​ໃຊ້​ໄມ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ແລະ ຍືນ​ຍົງ  ນອກຈາ​ກນີ້​ກໍ​ເພື່ອ​ສົ່ງ​ເສີມ​ການ​ຊື້​ຂາຍ, ທັງ​ເປັນ​ການ​ແລກປ່ຽນບົດຮຽນ, ປະສົບ​ການ​ລະ ຫວ່າງ​ບັນດາ​ຫົວໜ່ວຍການ​ຜະລິດ​ດ້ວຍ​ກັນ ແລະ ​ເປີດ​ກ້ວາງ​ຜູ້​ຊົມ​​ໃຊ້​ເຂົ້າ​ເຖິງ​ຜູ້​ຜະລິດ​ໂດຍ​ກົງ, ​ເພື່ອ​ເຮັດ​ໃຫ້​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ລາວ​ອອກ​ມາ​ຮັບ​ໃຊ້​ສັງຄົມ, ພ້ອມ​ທັງ​ເປັນ​ການສະ​ແດງ​ຜົນງານ​ທີ່​ໄດ້​ໃຊ້​ຫົວຄິດ​ປະດິດ​ສ້າງ​ອອກ​ແບບ​ມາ​ໂດຍ​ໃຊ້​ຄວາມ​ຊຳນານ, ຄວາມປະ​ນິດ​ໃຫ້​ຂະ​ຫາຍ​ໂຕ​ໃຫ້ສາມາດ​ເຂົ້າ​ສູ່​ຕະຫຼາດພາກ​ພື້ນ ແລະ ສາກົນ​ໄດ້.
 ໂດຍານ​ວາງສະ​ແດງ​ຜະລິດ​ຕະພັນ​ມີ​ຂຶ້ນແຕ່​ວັນ​ທີ 5-11 ​ມັງກອນ 2015 ເຊິ່ງສະມາຄົ​ມ​ເຟີ​ນີ​ເຈີ​ລາວ​ຈະ​ມີ​ແຜນ​ຈັດ​ງານ​ຂຶ້ນ​ໃນ​ທຸກໆປີ.

No comments:

Post a Comment