Ad

Ad

6 January 2015

ເກີດໄຟໃໝ້ເຮືອນອີກແລ້ວ ຢູ່ເຂດບ້ານດົງຄຳຊ້າງ



            ເຈົ້າໜ້າທີ່ ມອດໄຟ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນເວລາທ່ຽງຄືນ ຂອງວັນທີ 4 ມັງ ກອນຜ່ານມາ, ໄດ້ເກີດເຫດໄຟໃໝ້ເຮືອນຂອງທ້າວ ວຽງໄຊພອນ ອາຍຸ 44 ປີ, ຢູ່ບ້ານດົງຄຳ ຊ້າງ, ເມືອງຫາດຊາຍຟອງ ເປັນເຮືອນກໍ່ 2 ຊັ້ນ,  ຜ່ານການສອບຖາມຜູ້ເຫັນເຫດ ການຂອງເຈົ້າໜ້າທີ່ຮູ້ວ່າ: ກ່ອນເກີດເຫດໄດ້ມີ ສຽງດັງອອກມາຈາກເຮືອນ ແລະ ກໍມີແປວໄຟລຸກລາມຢ່າງໄວວາ, ໂດຍໄດ້ ໃຊ້ລົດດັບເພິງຫລາຍຄັນ ແລະ ເຈົ້າໜ້າທີ່ຫລາຍຄົນສຸມເຂົ້າສະກັດກັ້ນ ໄຟບໍ່ໃຫ້ ໄຟແຜ່ລາມໄປຫາເຮືອນທີ່ຢູ່ໃກ້ຄຽງ, ເຊິ່ງໃຊ້ເວລາປະມານໜຶ່ງຊົ່ວໂມງ ຈຶ່ງສາມາດຄວບຄຸມເພິງໄວ້ໄດ້.  ເຈົ້າໜ້າທີ່ໃຫ້ຮູ້ວ່າ : ເຫດໄຟໃໝ້ຄັ້ງນີ້ໄດ້ຮັບ ຄວາມເສຍຫາຍຫລາຍກວ່າ 350 ລ້ານກີບ. ສ່ວນສາເຫດພວມຢູ່ໃນຂັ້ນ ຕອນສືບສວນ-ສອບສວນຕໍ່ໄປ.
            ເຈົ້າໜ້າທີ່ມອດໄຟ ໃຫ້ຮູ້ຕື່ມວ່າ: ສຳລັບເຫດໄຟໄໝ້ ໃນຕອນເຊົ້າ ຂອງວັນທີ 4 ມັງກອນຜ່ານມາ, ຢູ່ບ້ານໜອງ ດ້ວງ, ເມືອງສີໂຄດຕະບອງ, ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ເຮືອນຕົ້ນເພີງຫລາຍກວ່າ 700 ລ້ານກີບ ແລະ ເຄື່ອງຈັກ ຂອງສາຂາທະນາຄານ ANZ ທີ່ຢູ່ໃກ້ຄຽງເສຍຫລາຍກວ່າ 3 ແສນໂດລາສະຫະລັດ.

No comments:

Post a Comment