Ad

Ad

10 January 2013

ແຜນການປະຕິຮູບການສຶກສາຊັ້ນສູງໃນປີ 2013


      ການສຶກສາຊັ້ນສູງແມ່ນພາກສ່ວນປະກອບຂອງລະບົບ ການສຶກສາແຫ່ງຊາດ ແລະ ເປັນ ຂໍກະແຈໃນການ ພັດທະນາຊັບ ພະຍາກອນມະນຸດ ແລະ ປະກອບ ສ່ວນໃນການພັດທະນາເສດຖະ ກິດ-ສັງຄົມ ແລະ ການເຕີບໂຕ ທາງດ້ານເສດຖະກິດໃນ ສປປ ລາວ, ໃນການຜັນຂະຫຍາຍແຜ່ນ ປະຕິຮູບການສຶກສາ ແຫ່ງຊາດ ໄລຍະທີ II ເຊິ່ງສຸມໃສ່ວຽກງານ ການສຶກສາຊັ້ນສູງ ແລະ ອາຊີວະ ສຶກສາ, ເພື່ອໃຫ້ວຽກງານດ່ັງ ກ່າວສຳເລັດຕາມແຜນນັ້ນ, ໃນປີ  2013 ກົມການສຶກສາຊັ້ນສູງກະ ຊວງສຶກສາທິການ ແລະ ກິລາ ມີ ແຜນ ສືບຕໍ່ປັບປຸງວຽກງານການສຶກສາຊັ້ນສູງດັ່ງນີ້:
1. ການພັດທະນະຫລັກສູດສຶກ ສາການຮຽນການສອນ, ຕິດ ຕາມການຈັດຕັ້ງປະຕິບັດມາດ ຕະຖານຫລັກສູດ ແຫ່ງຊາດຂອງ ສະຖາບັນການສຶກສາຊັ້ນສູງ ພາກລັດ ແລະ ເອກະຊົນ  ແລະ ຈັດຕັ້ງການຂຽນ ສຶ່ການຮຽນ ການສອນໃຫ້ໄດ້ 14 ວິຊາຄື : ພາສາລາວວັນນະຄະດີລາວສຶກ ສາ 1, ລາວສຶກສາ 2, ການ ເມືອງ, ພາສາອັງກິດ, ຈິດຕະ ສາດ, ສິ່ງແວດລ້ອມ, ສະຖິຕິພື້ນ ຖານຄອມພິວເຕີ, ຄະນິດສາດສຳ ລັບວິສະວະກຳ, ທັກສະການສື່ ສານ. 2. ການພັດທະນາຄູອາ ຈານສອນ ແລະ ປັບປຸງວິທີການ ສອນວາງແຜນພັດທະນາຄູອາ ຈານດ້ານວິຊາຄູ ແລະ ດ້ານວິຊາ ສະເພາະ ແລະແລກປ່ຽນວິທີ ການສິດສອນຄືນໃຫມ່ໂດຍພັດ ທະນາໂມດູນ ການເຝິກອົບຮົມຄູ ເພື່ອຮັບປະກັນປະສິດທິພາບຂອງ ການສອນ ແລະ ປະສິດທິພາບ ຂອງການຮຽນສ້າງ ແຜນພັດທະ ນາບຸກຄະລາກອນເພື່ອວາງແຜນ ພັດທະນາຄູອາຈານ ແລະ ພະນັກ ງານຂອງມະຫາວິທະຍາໄລ ດ້ວຍການຈັດສົ່ງໄປຮຽນພາຍ ໃນ ແລະ ຕ່າງປະເທດໂດຍທຶນ ລັດ ແລະ ການຊ່ວຍເຫລືອຂອງ ຕ່າງປະເທດ, ສຳລັບປີ 2013 ສົ່ງຄູ ແລະ ພະນັກງານຂອງ 3 ມະຫາວິທະຍາໄລ ແລະ ກົມການ ສຶກສາຊັ້ນສູງໄປຮຽນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ ທຶນໂຄງການຮຽນປະລິນຍາໂທ ຢູ່ພາຍໃນປະເທດ 48 ຄົນ. ປະ ລິນຍາໂທຢູ່ ຕ່າງປະເທດ 37 ຄົນ, ປະລິນຍາເອກຢູ່ພາຍໃນປະເທດ 1 ຄົນ ແລະ ປະລິນຍາເອກຕ່າງ ປະເທດ 19 ຄົນ. ສືບຕໍ່ເຝິກອົບ ຮົມການພັດທະນາວິຊາຊີບຄູສະ ຖາບັນການສຶກສາຊັ້ນສູງໃຫ້ໄດ້ 120 ຄົນ, ປັບປຸງ ແລະ ສ້າງເວັບ ໄຊຂອງມະຫາວິທະຍາໄລ ແລະ ກົມການສຶກສາຊັ້ນສູງ. ນຳໃຊ້ ITC ເຂົ້າໃນການຮຽນການ ສອນ, ຫໍສະຫມຸດເອເລັກໂຕຣ ນິກ, ການຄົ້ນຄວ້າ, ຄຸ້ມຄອງຂໍ້ ມູນຂ່າວສານ, ເຜີຍແຜ່ຜົນຂອງ ການຄົ້ນຄວ້າ, ທົດລອງການ ຮຽນທາງໄກດ້ວຍການເຝິກອົບ ຮົມໂມດູນພັດທະນາວິຊາຄູ, ເຊື່ອມໂຍງເຄືອຂ່າຍ ແລະ ຫວ່າງ ມະຫາວິທະຍາໄລແຫ່ງຊາດ, ມະ ຫາວິທະຍາໄລຈຳປາສັກ, ມະຫາ ວິທະຍາໄລ ສຸພານຸວົງ ແລະ ກົມ ການສຶກ ສາຊັ້ນສູງ ເພື່ອໃຫ້ສາ ມາດຈັດກອງປະຊຸມຜ່ານການສື່ ສານເອເລັກໂຕຣນິກ ແລະ ຄັດ ເລືອກນັກສຶກສາຈຳນວນ 1.000 ຄົນ ຢູ່ມະຫາວິທະຍາໄລແຫ່ງ ຊາດ ໃຫ້ຮຽນຜ່ານການສື່ສານ  ເອເລັກໂຕຣນິກ ໂດຍນຳໃຊ້ໂປຣ ແກຣມ ເພື່ອທົດສອບການເຝິກ ການຮຽນເລກໃຫ້ເກ່ັງ ໂດຍໄດ້ ຮັບການສະຫນັບສະຫນູນຂອງ ອົງການ KOIKA. 3. ປັບປຸງ ປ່ຽນແປງການຄຸ້ມຄອງການສຶກ ສາ, ສ້າງນິຕິກຳເພື່ອແບ່ງຂັ້ນຄຸ້ມ ຄອງລະຫວ່າງຂະແຫນງການ, ລະ ຫວ່າງສາຍການສຶກສາ ແລະ ລະບຽບການເພື່ອຄຸ້ມຄອງການ ຮຽນການສອນ, ວັດແທກ ແລະ ປະເມີນຜົນ ໃນສະຖາບັນການສຶກ ສາຊັ້ນສູງ. ສ້າງລະບຽບການ ຄຸ້ມຄອງວຸດທິການສຶກສາເປັນ ຕົ້ນແມ່ນການອອກໃບ ປະກາສະ ນີຍະບັດ ແລະ ການຢັ້ງຢືນ ຄວາມຖືກຕ້ອງຕາມສະບັບເກົ່າ ປະກາສະນີຍະບັດ ແລະ ຄະ ແນນ. 4 ພັດທະນາລະບົບສະຖາ ບັນການສຶກສາຊັ້ນສູງ, ຫ້ອງ ຮຽນ ແລະ ພື້ນຖານໂຄງລ່າງ. ກຳນົດມາດຕະ ຖານຂອງສະຖາ ບັນການສຶກສາຊັ້ນສູງ ເຊັ່ນ :  ມະຫາວິທະຍາໄລ, ໂຮງຮຽນ, ສູນ, ມາດຕະຖານຫລັກສູດ, ມາດຕະຖານຄູ, ມາດຕະຖານອຸ ປະກອນ, ມາດຕະຖານອາຄານ ສະຖານທີ່ ເຊ່ິງຕິດພັນກັບເງື່ອນ ໄຂຮັບນັກ ສຶກສາດ້ານປະລິມານ.
      ແນວໃດກໍຕາມການດຳເນີນ ການປະຕິຮູບການສຶກສາຊັ້ນສູງ ແຕ່ປີ 2011-2015 ໄດ້ວາງແຜນ ສຸມໃສ່ ການປັບປຸງຄຸນນະພາບ ການສຶກສາຂັ້ນສູງ. ການແກ້ໄຂ ບັນຫາຂາດເຂີນຄູອາຈານ, ສ້າງ ນັກວິທະຍາສາດ. ນັກຄົ້ນຄວ້າ ແລະ ນັກວິຊາການຊັ້ນສູງໃຫ້ ສອດຄ່ອງກັບໂຄງປະກອບສ້າງ ເສດຖະກິດສັງຄົມຂອງປະເທດ, ສ້າງເຄືອຂ່າຍເພື່ອເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນຊັ້ນ ສູງໄດ້ດຳເນີນການໂດຍປະຕິບັດຕາມ 6 ທິດຊີ້ນຳ, 7 ຍຸດທະສາດ ແລະ 7 ວິທີການທີີກຳນົດໃນ ແຜນປະຕິຮູບການສຶກສາແຫ່ງຊາດ.

No comments:

Post a Comment