Ad

Ad

14 December 2015

ບໍລິສັດອາລີອັນປະກັນໄພລາວສະຫລອງວັນສ້າງຕັ້ງຄົບຮອບ 25 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງ ບໍລິສັດ ອາລີອັນປະກັນໄພລາວ(ບປລ) ຄົບຮອບ 25 ປີ, ໄດ້ຈັດຂຶ້ນດ້ວຍບັນຍາກາດຄືກຄື້ນໃນຄໍ່າຄືນວັນທີ 10 ທັນວານີ້, ຢູ່ໂຮງແຮມດອນຈັນພາເລດ, ນະ ຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນສີລາວຽງແກ້ວ, ມີຄະນະບໍລິຫານ, ພ້ອມດ້ວຍພະນັກງານ, ຕົວແທນຈໍາໜ່າຍ ແລະ ລູກຄ້າເຂົ້າຮ່ວມເປັນ ຈໍານວນຫລາຍ.
ໃນພິທີທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໄດ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດຖະບານຂຶ້ນກ່າວຄໍາເຫັນວ່າ: ບໍລິສັດ ອາລີອັນປະກັນໄພລາວສ້າງຕັ້ງຂຶ້ນໃນວັນທີ 17 ທັນວາ 1990, ໂດຍການຮ່ວມທຶນລະຫວ່າງລັດຖະບານລາວຕາງໜ້າໂດຍກະຊວງການເງິນຖືຮຸ້ນ 49% ແລະ ກຸ່ມບໍລິສັດອາລີອັນສາກົນ 51% ມາຮອດປັດຈຸບັນໄດ້ກາຍເປັນບໍລິສັດທີ່ມີຄວາມເຂັ້ມແຂງທາງດ້ານການເງິນ, ມີ
ປະສົບການ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມຢ່າງກວ້າງຂວາງໃນການຕອບສະໜອງການປະກັນໄພໃຫ້ແກ່ຫົວໜ່ວຍທຸລະກິດ, ບຸກຄົນດ້ວຍການບໍລິການຫລາກຫລາຍຮູບແບບເພື່ອປົກປັກຮັກສາຊີວິດ ແລະ ຊັບສີນຈາກການເກີດກໍລະນີອຸປະຕິໄພຕ່າງໆ.
ທ່ານ ກີອາ ໂປວີ ອໍານວຍການບໍລິສັດອາລີອັນປະກັນໄພລາວກ່າວວ່າ: ໃນຊຸມປີຜ່ານມາຕົວເລກທຸລະກິດໄດ້ເພີ່ມຂຶ້ນຢ່າງຫລວງຫລາຍເຊັ່ນ: ປີ 2014 ບັນລຸໄດ້ 229,7 ຕື້ກີບ, ຮອດເດືອນຕຸລາປີ 2015 ຕົວເລກລາຍຮັບບັນລຸ 218,1 ຕື້ກີບ ແລະ ຄາດວ່າຈະບັນລຸຕົວເລກ 230 ຕື້ກີບໃນປີ 2015 ນີ້ ແລະ ປັດຈຸບັນບໍລິສັດພວກເຮົາມີຫລາຍຜະລິດຕະພັນປະກັນໄພຄື: ປະກັນຊີວິດ, ປະກັນໄພລົດ, ທີ່ຢູ່ອາໄສ, ທຸລະກິດຂະໜາດນ້ອຍ,ການເດີນທາງ, ການຂົນສົ່ງ, ອຸປະຕິເຫດແຮງງານ, ການກໍ່ສ້າງ ແລະ ຄວາມສ່ຽງອຸປະຕິເຫດອື່ນໆ,ມີລູກຄ້າຫລາຍກວ່າແສນຄົນ, ມີຕົວແທນຫລາຍກວ່າ 118 ແຫ່ງໃນທົ່ວປະເທດ ແລະ ມີຄູ່ຮ່ວມທຸລະກິດຫລາກຫລາຍປະເພດເຊັ່ນ: ທະນາຄານ, ບໍລິສັດທ່ອງທ່ຽວ, ບໍລິສັດອະສັງຫາລິມະຊັບ, ໂຮງໝໍ, ບໍລິສັດຂາຍລົດ ແລະ ອື່ນໆ.

ທ່ານອໍານວຍການບໍລິສັດອາລີອັນລາວກ່າວວ່າ: ການເຕີບໃຫຍ່ຂະຫຍາຍຕົວທາງດ້ານທຸລະກິດໃນຕະຫລອດໄລຍະ 25 ປີຜ່ານມາ ແມ່ນຍ້ອນການປັບປຸງການບໍລິການ ແລະ ຜະລິດຕະພັນທີ່ສອດຄ່ອງກັບຄວາມຕ້ອງການຂອງສັງຄົມກໍຄືຕະຫລາດປະກັນໄພ, ມີການຂະຫຍາຍການບໍລິການຜ່ານລະບົບຕົວແທນ ແລະ ຄູ່ຮ່ວມທຸລະກິດ, ປັບປຸງຂອດບໍລິການແກ້ໄຂອຸປະຕິເຫດ ແລະ ຈ່າຍສີນທົດແທນຢ່າງຕໍ່ເນື່ອງ, ສະດວກ ແລະ ວ່ອງໄວເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍຄືລູກຄ້າເປັນຢ່າງດີ.

No comments:

Post a Comment