Ad

Ad

10 January 2013

ບໍລິສັດເທີນ-ຫີນບູນ ປະກອບສ່ວນສຳຄັນພັດທະນາເສດຖະກິດຂອງຊາດ ແລະ ທ້ອງຖິ່ນ


     ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1994 ໂດຍການຮ່ວມທຶນລະ ຫວ່າງລັດຖະບານລາວ ແລະ ບໍລິ ສັດເອກະຊົນປະເທດນ໋ອກແວ ແລະ ປະເທດໄທ ເຊິ່ງການສ້າງ ຕັ້ງບໍລິສັດດັ່ງກ່າວເປັນຂີດໝາຍ ສຳຄັນໃນພາກປະຕິບັດ ແລະ ຊຸກ ຍູ້ໃຫ້ລາວກ້າວໄປສູ່ການພັດທະ ນາເສດ ຖະກິດ ເພື່ອເຊື່ອມໂຍງກັບສາກົນ ເຊິ່ງມີການຜະລິດ ກະແສໄຟຟ້ານ້ຳຕົກເປັນທ່າແຮງ ຕົ້ນຕໍ.
    ລາຍຮັບຈາກບໍລິສັດເທີນ-ຫີນ ບູນ ໄດ້ນຳໃຊ້ເຂົ້າໃນວຽກງານ ຕົ້ນຕໍຂອງຊາດ ເພື່ອພັດທະນາ ປະເທດຊາດໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກ. ໂຄງການ ທຳອິດຂອງບໍລິສັດເທີນ-ຫີນບູນ ໃນເວລານັ້ນ ເປັນໂຄງການດຽວ ທີ່ໃຫຍ່ສຸດ ສ້າງລາຍຮັບເປັນເງິນ ຕາຕ່າງປະເທດພາຍໃນປະເທດ ແລະ ເປັນທ່າແຮງ ອັນສຳຄັນ ຊ່ວຍໃຫ້ລາວສາມາດຢືນຢູ່ໃນ ທ່າມກາງບັນຫາຂາດສະພາບ ຄ່ອງທາງ ການເງິນຂອງພາກພື້ນ ອາຊຽນໃນຊຸມທ້າຍປີ 1990.

    ນອກຈາກເປັນການສ້າງລາຍ ຮັບອັນຫລວງຫລາຍໃຫ້ປະເທດ ຊາດ ແລະ ການເຮັດໃຫ້ເຫັນເປັນ ຕົວຢ່າງໃນການປະຕິບັດໂຄງ ການສຳເລັດໃນລາວ, ບໍລິສັດ ເທີນ-ຫີນບູນຍັງໄດ້ປະກອບສ່ວນ ປັບປຸງຊີວິດ ການເປັນຢູ່ຂອງປະ ຊາຊົນຢູ່ໃກ້ເຂດໂຄງການ ເປັນ ຕົ້ນສ້າງຖະໜົນຫົນທາງຈາກ ບ້ານເຂົ້າສູ່ຕົວເມືອງ, ສ້າງໂຮງ ຮຽນ, ສຸກສາລາ, ສະໜອງນ້ຳສະ ອາດ, ໄຟຟ້າ ແລະ ການຮັກສາສະ ພາບແວດລ້ອມ.
    ສຳລັບໂຄງການພາກຂະ ຫຍາຍໄດ້ໃຫ້ໂອກາດແກ່ບໍລິສັດ ເທີນ-ຫີນບູນໃນການເພີ່ມທະວີຄຳ ໝັ້ນສັນຍາທີ່ໃຫ້ກັບປະຊາຊົນຜູ້ ອາໄສຢູ່ອ້ອມແອ້ມເຂດໂຄງການ ແລະ ຕາມສາຍນ້ຳເຂດລຸ່ມເຮືອນ ຈັກ ແລະ ສິ່ງສຳຄັນບໍລິສັດໄດ້ ຫລິງເຫັນຄວາມສຳຄັນຂອງຜູ້ທີ່ມີຖິ່ນຖານຢູ່ໃນຂອບເຂດຂອງ ໂຄງການໃນຖານະ ເປັນຜູ້ໄດ້ຮັບ ສິດຜົນປະໂຫຍດທີ່ຄວນເຂົ້າເຖິງ ໂອກາດການພັດທະນາທີ່ຍືນຍົງ ໂດຍກິດຈະກຳຕົ້ນຕໍປະກອບມີ ສ້າງເຮືອນຫລັງໃໝ່ ແລະ ແຜນ ການສ້າງຊີວິດການເປັນຢູ່ສຳລັບ ປະຊາຊົນທີ່ຍົກຍ້າຍມາຈາກເຂດ ອ່າງນ້ຳປະມານ 4.000 ຄອບຄົວ, ເກັບກູ້ລະເບີດບໍ່ທັນແຕກ, ການ ຊົດເຊີຍຊັບສິນທີ່ສູນຫາຍ, ການ ສຶກສາ, ສາທາລະນະສຸກ ແລະ ການຮັກສາສະພາບແວດລ້ອມ ໂດຍບໍລິສັດໃຫ້ຄຳໝັ້ນວ່າ: ຈະເພີ່ມລາຍຮັບ ຂອງທຸກຄອບຄົວ ໃຫ້ໄດ້ 25-40% ໃນເຂດຍົກຍ້າຍ ແລະ ຈັດສັນ.
    ບໍລິສັດເທີນ-ຫີນບູນ ປັດຈຸບັນ ແມ່ນບໍລິສັດໄຟຟ້າລາວມະຫາຊົນ ຖືຮຸ້ນ 60%, ບໍລິສັດ GMS ປະເທດ ໄທ ແລະ Statkraft ນ໋ອກແວ ຖື ຮຸ້ນຜູ້ລະ 20%. ໃນປີ 1998 ສະຖາ ນີໄຟຟ້າແຫ່ງທຳອິດຂອງບໍລິສັດ ຖືກເປີດຂຶ້ນຢູ່ນ້ຳເທີນ ເຊິ່ງກວມ ເອົາສອງແຂວງ ຄືແຂວງຄຳ ມ່ວນ ແລະ ບໍລິຄຳໄຊ, ໄດ້ສ້າງ ລາຍຮັບໃຫ້ລັດຖະບານຫລາຍ ກວ່າ 300 ລ້ານໂດລາສະ ຫະລັດ ໃນໄລຍະ 12 ປີຜ່ານມາ ເພື່ອເປັນ ການປະກອບສ່ວນພັດທະນາເສດຖະກິດ ເຮັດໃຫ້ປະເທດຫລຸດພົ້ນ ອອກຈາກຄວາມທຸກຍາກໃນປີ 2015 ແລະ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.

No comments:

Post a Comment