Ad

Ad

10 January 2013

ພາກສ່ວນກ່ຽວຂ້ອງຄວນຈັດສັນການຈອດລົດເຂົ້າຊົມຫໍພະແກ້ວ ແລະ ວັດສີສະເກດ


    ປັດຈຸບັນ​ສະພາບ​ການ​ສັນຈອນ​ແອ​ອັດ​ມັກ​ເກີດ​ຂຶ້ນ​ເປັນ​ປະຈຳ​ຢູ່​ບົນ​ເສັ້ນ ທາງ​ເລກ 1 ​ໃນ​ບໍລິ​ເວນ​ຫໍຄຳ​ອອກ​ໄປ​ໂຮງໝໍ​ມະ​ໂຫສົດ ​ໂດຍ​ສະ​ເພາະ​ວັນ​ເສົາ ​ແລະ ວັນ​ອາທິດ ​ເນື່ອງ​ຈາກ​ຂະ​ບວນລົດ​ທ່ອງທ່ຽວທີ່​ພາ​ແຂກ​ມາ​ຊົມ​ຫໍພະ​ແກ້ວ ​ແລະ ວັດ​ສີສະ​​ເກດ ​ເຊິ່ງ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ວັດທະນະທຳ​ອັນ​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ​ໃນ​ນະຄອນຫລວງ​ວຽງ​ຈັນ. ​ແຕ່​ຍ້ອນ​ຂາດ​ການຈັດ​ສັນ​ບ່ອນ​ຈອດ​ລົດ​ທີ່​ຖືກຕ້ອງ ຈຶ່ງ​ເຮັດ​ໃຫ້​ຂະ​ບວນລົດ​ດັ່ງ​ກາວ​ຈອດ​ຊະຊາຍ​ໄປ​ຕາມ​ສອງ​ຟາກ​ທາງ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ການ​ສັນຈອນ​ບໍລິ​ເວນ​ນັ້ນ​ເກີດ​ຄວາມ​ແອ​ອັດ.
    ຕໍ່​ສະພາບ​ດັ່ງກ່າວ ຈຶ່ງ​ມີ​ຫລາຍ​ຄົນ​ນຳ​ສະ​ເໜີ​ມາ​ເພື່ອ​ໃຫ້​ພາກສ່ວນ​ຮັບຜິດຊອບ​ຈົ່ງ​ມີ​ວິທີ​ການ​ແກ້​ໄຂ ​ແລະ ຈັດ​ສັນ​ການ​ຈອດ​ລົດ​ໃນ​ບໍລິ​ເວນ​ດັ່ງກ່າວ​ເຂົ້າ ສູ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຮັບປະກັນ​ໃຫ້ການ​ສັນຈອນ​ມີ​ຄວາມ​ສະດວກ​ສະບາຍ​ຂຶ້ນ. ພ້ອມ​ນັ້ນກໍ​ເປັນ​ການ​ສ້າງ​ສິ່ງ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທ່ອງ​ທ່ຽວ​ອາ​ຊຽນ (ATF) ຄັ້ງທີ 32 ທີ່​ຈະ​ຈັດ​ຂຶ້ນລະຫວ່າງ​ວັນ​ທີ 18-24 ມັງກອນ​ນີ້ ສຳ​ເລັດ​ຈົບງາມ.

No comments:

Post a Comment