ຕາມການຈັດອັນດັບ 10 ຄະດີຢາເສບຕິດລາຍໃຫຍ່ຂອງຮອບປີ
2012 ຈາກໜັງສືພິມຄວາມສະ ຫງົບ ສະບັບອອກວັນທີ 31/12 / 2012 - 4/1/2013 ໃຫ້ຮູ້ວ່າ:
ອັນດັບໜຶ່ງແມ່ນການຈັບເຈົ້າພໍ່ມາເຟຍທ້າວ ໜໍ່ຄຳ ອາຍຸ 44 ປີ ສັນຊາດມຽນມາ ພ້ອມລູກນ້ອງທີ່ເປັນຄົນລາວ
2 ຄົນ ໂດຍເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ເມື່ອວັນທີ 15 ເມສາ 2012 ຜ່ານມາ ຢູ່ເຂດບ້ານມອມ
ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຂະນະທີ່ພວກເຂົາຂີ່ເຮືອຂ້າມຂອງເຂົ້າມາຝັ່ງລາວ
ເພື່ອຕິດຕໍ່ຄ້າຂາຍຢາເສບຕິດ.
ທ້າວ ໜໍ່ຄຳ ນອກຈາກເປັນຜູ້ທີ່ມີອິດທິພົນໃນກຸ່ມຄ້າຂາຍຢາເສບຕິດແລ້ວ
ຍັງເປັນຫົວໂປ່ໂຕການເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕາມແມ່ນ້ຳຂອງ ເຂດຊາຍແດນ
ລາວ-ຈີນ-ມຽນມາ ແລະ ໄທ ທັງເປັນຜູ້ບັນຊາການຜະລິດ ແລະ ຄ້າຂາຍຢາເສບຕິດລາຍໃຫຍ່ຢູ່ເຂດ
3 ຫລ່ຽມຄຳນຳອີກ.
ອັນດັບ 2 ແມ່ນຄະດີຄ້າຂາຍຢາເສບຕິດລາຍໃຫຍ່
ພ້ອມຂອງກາງຢາບ້າ 2.140.000 ເມັດ ແລະ ເຮໂຣອິນ 40 ແທ່ງ: ເກີດຂຶ້ນໃນວັນທີ
7 ພຶດສະພາ 2012, ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫລວງພະບາງ
ກັກລົດຂົນສົ່ງຢາເສບຕິດໄດ້ 2 ຄັນ ຄືລົດປຣາໂດ ພົບຢາບ້າ 400 ມັດ ເທົ່າກັບ
800.000 ເມັດ, ຜູ້ຖືກຫາຊື່ທ້າວ ໄມກອງ ອາຍຸ 44 ປີ ບ້ານມອມ ເມືອງຕົ້ນເຜິ້ງ
ແຂວງບໍ່ແກ້ວ ແລະ ລົດໂຕໂຍຕາແລນຄູເຊີ ພົບຢາບ້າ 400 ມັດ ເທົ່າກັບ
800.000 ເມັດ, ມີຜູ້ຖືກຫາ 3 ຄົນ ຄືທ້າວ ວິລະຄອນ ອາຍຸ 33 ປີ ບ້ານຫົວຂົວ, ທ້າວ
ຊົງກາ ອາຍຸ 33 ປີ ບ້ານອຸສິນ ແລະ ທ້າວ ສອນເພັດ ອາຍຸ 31 ປີ ບ້ານທົ່ງອຸມ ທັງສາມຄົນຢູ່ເມືອງນ້ຳທາ
ແຂວງຫລວງນ້ຳທາ ແລະ ໃນມື້ດຽວກັນ ເຈົ້າ ໜ້າທີ່ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ
ກັກລົດຂົນສົ່ງຢາເສບຕິດໃນເຄືອຂ່າຍດຽວກັນໄດ້ອີກ 1 ຄັນ ຢູ່ເຂດເມືອງນາຊາຍທອງ
ນະຄອນຫລວງວຽງຈັນ ເປັນລົດປຣາໂດ ກວດພົບຢາບ້າ 270 ມັດ ເທົ່າກັບ 540.000 ເມັດ
ແລະ ເຮໂຣອິນ 40 ແທ່ງ, ຜູ້ຖືກຫາຊື່ທ້າວ ບຸນມີ ບ້ານມອມ ເມືອງຕົ້ນເຜິ້ງ
ແຂວງບໍ່ແກ້ວ.
ອັນດັບ 3 ຄະດີຢາເສບຕິດເຮໂຣອິນຈຳນວນ
12 ແທ່ງ: ເຈົ້າ ໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸ ດົມໄຊ
ມ້າງໄດ້ໃນວັນທີ 17 ພະ ຈິກ 2012 ຈັບກຸມຜູ້ຖືກຫາໄດ້ 2 ຄົນ ຊື່ທ້າວ ທອງຄຳ ບ້ານເຊງ
ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ຕີ້ງ ອາຍຸ 44 ປີ ບ້ານແທນ ຄຳ ເມືອງຫົງສາ ແຂວງໄຊຍະບູລີ.
ອັນດັບ 4 ຄະດີຄ້າຂາຍຢາເສບຕິດຢາບ້າ
102.000 ເມັດ: ຄະດີນີ້ເກີດຂຶ້ນໃນທ້າຍເດືອນທັນວາ 2012 ໂດຍເຈົ້າໜ້າທີ່ຕຳຫລວດສະກັດກັ້ນ
ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ຈັບຜູ້ຖືກຫາຊື່ທ້າວ ນໍຮືວ້າ ອາຍຸ
50 ປີ ບ້ານດອນໄຊ ແຂວງອຸດົມໄຊ ພ້ອມຂອງກາງຢາບ້າຈຳນວນດັ່ງກ່າວ ໄດ້ຢູ່ເຮືອນຂອງຜູ້ກ່ຽວ
ແລະ ຢຶດເງິນທີ່ຕ້ອງສົງໄສໃຊ້ເຂົ້າໃນການຄ້າຂາຍຢາເສບຕິດ ເງິນບາດໄທ ຈຳນວນ
4.129.500 ບາດ ແລະ ເງິນກີບ 107 ລ້ານກວ່າກີບ.
ອັນດັບ 5 ຄະດີຢາເສບຕິດຂອງກາງຢາບ້າ
36.000 ເມັດ: ຖືກເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ມ້າງໄດ້ໃນວັນທີ 23 ກໍລະກົດ
2012, ຜູ້ຖືກຫາຄະດີນີ້ຊື່ນາງ ຈັນສຸກ ອາຍຸ 49 ປີ ບ້ານນາໂຄ້ງ ເມືອງຮຸນ ແລະ
ທ້າວ ໄຊ ອາຍຸ 32 ປີ ບ້ານໃໝ່ ເມືອງຫລາ ແຂວງອຸດົມໄຊ (ແມ່ລູກ) ທັງ 2 ຄົນຖືກຈັບໄດ້ຢູ່ເຮືອນພັກ
ໃນເທສະບານແຂວງ.
ອັນດັບ 6 ຄະດີຢາເສບຕິດຢາບ້າ 20.000
ເມັດ ແລະ ຢາໄອຈຳ ນວນ 2 ຖົງ: ຄະດີລາຍນີ້ ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ
ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ມ້າງໄດ້ໃນຕົ້ນເດືອນສິງ ຫາ 2012, ຜູ້ຖືກຫາໄດ້
3 ຄົນ ຊື່ທ້າວ ສົມໄຊ ອາຍຸ 31 ປີ ແລະ ທ້າວ ອ່ອນ ອາຍຸ 33 ປີ ທັງສອງຄົນຢູ່ບ້ານມອມ
ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ທ້າວ ສົມໝາຍ ຢູ່ບ້ານປ່າຂາມ ເມືອງຫລວງພະບາງ
ແຂວງຫລວງພະບາງ ຖືກຈັບໄດ້ພ້ອມຢາເສບຕິດຈຳນວນດັ່ງກ່າວ ທີ່ເຊື່ອງໄວ້ໃນລົດໂຕໂຍຕາວີໂກ
ໝາຍເລກທະ ບຽນ ກຍ 8565 ກຳແພງນະຄອນ.
ອັນດັບ 7 ຄະດີຄ້າຂາຍຢາເສບຕິດຢາບ້າ
16.000 ເມັດ: ຄະດີນີ້ເກີດຂຶ້ນທ້າຍເດືອນກໍລະກົດ 2012 ໂດຍເຈົ້າໜ້າທີ່ຕຳຫລວດຕ້ານ
ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງສະຫວັນນະເຂດ ກັກລົດຮຸນໄດ ໝາຍເລກທະບຽນ ກກ
9733 ສະຫວັນນະເຂດ ທີ່ຂົນສົ່ງຢາບ້າຈຳນວນດັ່ງກ່າວໄດ້ຢູ່ບ້ານນາຊາຍ ເມືອງອຸທຸມພອນ
ຜູ້ຖືກຫາຊື່ທ້າວ ທອງດີ ອາຍຸ 43 ປີ ແລະ ນາງ ສຸລະ ອາຍຸ 43 ປີ ບ້ານປາກດົງ ເມືອງທ່າແຂກ
ແຂວງຄຳມ່ວນ.
ອັນດັບ 8 ຄະດີຢາເສບຕິດເຮໂຣອິນ 4 ແທ່ງ:
ຜູ້ຖືກຫາຊື່ທ້າວ ພົງຊົງ ອາຍຸ 35 ປີ ບ້ານຫ້ວຍເໝືອຍ ເມືອງວຽງທອງ ແຂວງຫົວພັນ,
ເຈົ້າໜ້າທີ່ ປກສ ເມືອງວຽງທອງຈັບໄດ້ໃນວັນທີ 10 ມີ ນາ 2012, ຄະດີນີ້ສານປະຊາຊົນຂັ້ນຕົ້ນແຂວງຫົວພັນຕັດສິນປະ
ຫານຊີວິດໃນວັນທີ 20 ພະຈິກ 2012 ຂໍ້ຫາຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ.
ອັນດັບ 9 ຄະດີຢາເສບຕິດຢາບ້າ 12.000 ເມັດ:
ຄະດີນີ້ ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ
ຈັບໄດ້ໃນວັນທີ 6 ມິຖຸນາ 2012, ມີຜູ້ຖືກຫາ 2 ຄົນ ຊື່ທ້າວ ຈໍຢາງ ອາຍຸ 24 ປີ
ແລະ ທ້າວ ຈົງວາຈະ ອາຍຸ 30 ປີ ທັງສອງຢູ່ບ້ານໄຊຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ແລະ ຢຶດລົດກະບະນິດສັນນາວາລາ ໝາຍເລກທະ ບຽນ ກດ 7757 ກຳແພງນະຄອນ ທີ່ພວກກ່ຽວໃຊ້ເປັນພາຫະນະຂົນສົ່ງຢາເສບຕິດ.
ອັນດັບ 10 ຄະດີຢາເສບຕິດຢາບ້າ 131 ເມັດ
ແລະ ແປ້ງຝຸ່ນສີ ຂາວໃຊ້ປະສົມຜະລິດຢາເສບຕິດ ຈຳນວນ 40 ເປົາ ນ້ຳໜັກ 2.000 ກິໂລກຣາມ:
ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບໄດ້ໃນວັນທີ 2 ມິຖຸນາ 2012, ຜູ້ຖືກຫາຊື່ທ້າວ
ບຸນເພັງ ອາຍຸ 29 ປີ ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ແລະ ວັນທີ 4 ມິຖຸນາ,
ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບກຸມທ້າວ ຕຳ ອາຍຸ 40 ປີ ບ້ານເຈງ ເມືອງໄຊ
ແຂວງອຸດົມໄຊ ແລະ ທ້າວ ພານຸ ອາຍຸ 32 ປີ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ
ທີ່ພວມຂົນສົ່ງຢາເສບຕິດຢາບ້າ 4.350 ເມັດ, ແປ້ງຝຸ່ນສີຂາວ 25 ກິໂລກຣາມ,
ແປ້ງຝຸ່ນສີນ້ຳຕານ 12 ກິໂລ ກຣາມ, ແປ້ງຝຸ່ນສີແດງ 6,5 ກິໂລກຣາມ.
No comments:
Post a Comment