Ad

Ad

10 January 2013

ນະຄອນຫລວງ​ເລັ່ງຄວບ​ຄຸມ​ລາຄາ​ສິນຄ້າ​ໂດຍສະ​ເພາະຊີ້ນງົວ-ຊີ້ນຄວາຍ​ ພາຍຫລັງ​ເຫັນ​ວ່າ​ລາຄາ​ແພງຂຶ້ນ


         ພາຍຫລັງ​ສັງ​ເກດ​ເຫັນ​ວ່າ: ລາຄາ​ສິນຄ້າ​ຫລາຍ​ປະ​ເພດ​ໃນ​ທ້ອງ​ຕະຫລາດ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ຊີ້ນງົວ-ຊີ້ນ ຄວາຍ​ແພງຂຶ້ນ​ເຖິງ 60.000- 70.000 ກີບ ທຽບ​ໃສ່​ໄລຍະ​ທີ່​ລັດ ຖະບານ​ເຮົາ​ບໍ່​ທັນ​ເພີ່ມ​ເງິນ​ເດືອນ​ໃຫ້​ພະນັກງານ​ແມ່ນ​ເພີ່ມ​ຂຶ້ນທົບ​ເທົ່າ. ດັ່ງນັ້ນ ນະຄອນຫລວງ​ວຽງ​ຈັນ​ຈຶ່ງ​ໄດ້​ນຳ​ເອົາ​ປະ​ເພດ​ຊີ້ນດັ່ງ ກ່າວ ພ້ອມ​ໄຂ່​ໄກ່ ​ແລະ ຊີ້ນ​ໄກ່​ເຂົ້າ​ໃນ​ບັນຊີ​ສິນຄ້າ​ຄວບ​ຄຸມ​ຂອງ​ລັດ ​ເພື່ອ​ສາມາດ​ຄຸ້ມ​ຄອງ​ດັດ​ສົມ ​ແລະ ດຸ່ນດ່ຽງ​ສະບຽງ​ອາຫານ ​ເພື່ອ​ບໍ່​ໃຫ້​ເກີດ​ສະພາບ​ປັ່ນ​ປ່ວນ​ລາຄາ​ແພງ​ກວ່າ​ນີ້ ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ ​ໂດຍ​ສະ​ເພາະ​ຜູ້​ມີ​ລາຍ​ຮັບ​ໜ້ອຍ. ການ​ຕົກລົງ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ກອງ​ປະຊຸມ​ຄົ້ນຄວ້າ​ມາດ​ຕະການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ຂອງ​ນະຄອນຫລວງ​ວຽງ​ຈັນ ທີ່​ໄດ້​ຈັດ​ຂຶ້ນ​ເມື່ອ​ທ້າຍ​ປີ 2012 ຜ່ານ​ມາ.
    ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ຄ້າ​ໃຫ້​ເຫດຜົນ​ວ່າ: ການ​ແພງ​ຂຶ້ນຂອງ​ລາຄາ​ຊີ້ນ ​ແລະ ​ເຄື່ອງ​ອາຫານ​ດັ່ງກ່າວ ​ແມ່ນ​ຍ້ອນ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ບໍ່​ພຽງພໍ ຈຶ່ງ​ໄດ້​ນຳ​ເຂົ້າຈາກ​ທ້ອງ​ຖິ່ນ​ອື່ນ ​ໂດຍ​ສະ​ເພາະ​ໄລຍະ​ມີ​ເທສະການ​ສຳຄັນ​ຕ່າງໆ.

       ຜູ້​ບໍລິ​ໂພ​ກຫລາຍ​ຄົນ​ໃຫ້​ທັດ ສະນະ​ວ່າ: ຖ້າ​ເບື້ອງລັດ​ບໍ່​ມີ​ມາດ​ຕະການ​ເຂັ້ມງວດ​ຄວບ​ຄຸມ​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ດີກ​ວ່າ​ນີ້​ ​​ຈະ​ສົ່ງ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກ ງານ​ລັດຖະກອນ ​ແລະ ປະຊາຊົນ​ຜູ້​ມີ​ລາຍ​ຮັບ​ໜ້ອຍ. ກໍ​ດັ່ງ​ປັດຈຸບັນ​ມີ​ຫລາຍ​ຄອບຄົວ​ກໍ​ບໍ່​ສາມາດ​ຊື້ ຊີ້ນງົວ-ຄວາຍ​ມາ​ບໍລິ​ໂພ​ກອີກ​ແລ້ວ ​ແລະ ​ໄດ້​ຫັນ​ໄປ​ບໍລິ​ໂພ​ກຊີ້ນ ໝູ, ປາ ​ແລະ ອາຫານ​ປະ​ເພດ​ອື່ນ​ແທນ ​ເພື່ອ​ເປັນ​ການ​ປະຢັດ​ລາຍ​ຈ່າຍ​ຂອງ​ຄອບຄົວ​.

No comments:

Post a Comment