ແຕ່ວັນທີ 3-5 ມັງກອນ 2013 ນີ້ ຄະນະນຳແຂວງ
ຫຼວງ ພະບາງ ນຳໂດຍທ່ານ ດຣ. ຄຳ ແພງ ໄຊສົມແພງ ເຈົ້າແຂວງໆ ຫຼວງພະບາງ ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າພະແນກການ
ອ້ອມ ຂ້າງຈຳນວນໜຶ່ງ ໄດ້ລົງເຄື່ອ ໄຫວ ເຮັດວຽກງານຢູ່ສາມເມືອງ ເໜືອຄື ເມືອງປາກອູ, ນ້ຳບາກ
ແລະ ເມືອງງອຍ. ສຳລັບຢູ່ເມືອງ ປາກອູ ແມ່ນໄດ້ເຂົ້າຮ່ວມກອງ ປະຊຸມເປີດກວ້າງ ຄະນະບໍລິ ຫານງານພັກເມືອງ
ແລະ ເຈົ້າ ແຂວງ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ເອົາ ໃຈໃສ່ວຽກງານບຸກທະລຸທັງ
4 ດ້ານ ໃຫ້ປາກົດຜົນເປັນຈິງ ເຊັ່ນ: ບຸກທະລຸທາງດ້ານຈິນຕະນະການ ດ້ານການພັດທະນາຊັບພະຍາ
ກອນມະນຸດ, ດ້ານການແກ້ໄຂລະ ບອບ, ລະບຽບການບໍລິການ-ຄຸ້ມ ຄອງ ແລະ ບຸກທະລຸດ້ານແກ້ໄຂ ຄວາມ
ທຸກຍາກຂອງປະຊາຊົນ, ພ້ອມກັນນັ້ນ ກໍຕ້ອງເພີ່ມທະວີ ຄວາມ ຂະຫຍັນຂັນແຂງ, ຕັ້ງໜ້າ ສຶກສາອົບຮົມເປົ້າໝາຍຕ່າງໆໃຫ້
ເລິກເຊິ່ງທົ່ວເຖິງ, ຕ້ອງຮູ້ຄາດຄະ ເນສະພາບແນວຄິດຂອງພະນັກ ງານ ແລະ ປະຊາຊົນ, ສຶກສາອົບ
ຮົມນ້ຳໃຈຮັກຊາດແພງເຊື້ອ, ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ.
ຈາກນັ້ນ, ຄະນະນຳແຂວງ ຫຼວງພະບາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງງອຍ
ເພື່ອ ທົບທວນຄືນວຽກງານຮອບດ້ານ ຂອງເມືອງ ເພາະເມືອງງອຍເປັນ ເມືອງທ່ອງທ່ຽວອັນດັບສອງ ຖັດ
ຈາກເມືອງຫຼວງພະບາງ ໃນປີທີ່ ຜ່ານມາ, ເມືອງງອຍ ສາມາດຈັດ ຕັ້ງປະຕິບັດວຽກງານສຳເລັດ 26 ໂຄງການຂອງແຜນວຽກທັງໝົດ
78 ໂຄງການ, ດ້ານການບໍລິການ ທ່ອງທ່ຽວ ເມືອງງອຍມີເຮືອນ ພັກທັງໝົດ 29 ຫົວໜ່ວຍ, ມີ 251
ຫ້ອງ, ເພີ່ມຂຶ້ນ 18 ຫ້ອງ, ມີ ແຂກເຂົ້າມາທ່ຽວຊົມ ແລະ ພັກ ແຮມ ທັງໝົດ 9.950 ຄົນ, ໃນນັ້ນ
ແຂກຕ່າງປະເທດ 9.599 ຄົນ, ພາຍໃນ 351 ຄົນ, ທຽບໃສ່ປີຜ່ານ ມາຫຼຸດ ລົງ 3.955 ຄົນ. ຕໍ່ບັນ
ຫາດັ່ງກ່າວ, ເຈົ້າແຂວງ ໄດ້ ເນັ້ນໜັກໃຫ້ເມືອງງອຍ ເອົາໃຈ ໃສ່ຮັກ ສາສິ່ງແວດລ້ອມ ໃຫ້ຄົງຢູ່
ໃນສະພາບທີ່ດີ ເພາະເມືອງງອຍ ເປັນເມືອງວິລະຊົນ, ມີແຫຼ່ງທ່ອງ ທ່ຽວທຳມະຊາດ, ປະຫວັດສາດ ທີ່ກົມກືນ
ແລະ ຂຽວສົດງົດງາມ ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມໄດ້ຈຳນວນຫຼວງ ຫຼສຍ.
ອອກຈາກເມືອງງອຍ, ຄະ ນະນຳແຂວງຫຼວງພະບາງ
ກໍໄດ້ ເດີນທາງມາເມືອງນ້ຳບາກ ຊຶ່ງ ໄດ້ຢ້ຽມຢາມບ້ານເຮັດທົດສາມ ສ້າງຄື ບ້ານນາຍາງເໜືອ ແລະ
ບ້ານນຳຖ້ວມ ເຊິ່ງມາຮອດປັດຈຸ ບັນ, ການຈັດຕັ້ງປະຕິບັດການ ເຮັດທົດລອງສາມສ້າງ ແມ່ນໄດ້ ສຳເລັດການແບ່ງຄວາມຮັບຜິດ
ຊອບ ຕາມມະຕິຄຳສັ່ງຂອງຂັ້ນ ເທິງ, ໄດ້ເຜີຍແຜ່ຂໍ້ມູນເບື້ອງຕົ້ນ ໃຫ້ປະຊາຊົນໄດ້ຮັບຮູ້, ສຳເລັດ
ການສອບເສັງເອົາລັດຖະກອນ ໃໝ່ ຕາມຕົວເລກສາມສ້າງ ພິ ເສດ ແມ່ນໄດ້ເອົາຮອງຫົວໜ້າ ຄະນະໂຄສະນາອົບຮົມເມືອງ
ໄປເປັນນາຍບ້ານນາຍາງເໜືອ. ພ້ອມນັ້ນ ເຈົ້າແຂວງຫຼວງພະ ບາງ ຍັງໄດ້ມອບເງິນຈຳນວນ 5 ລ້ານກີບໃຫ້ບ້ານນາຍາງ
ເພື່ອ ນຳໄປພັດທະນາບ້ານສາມສ້າງ ໃຫ້ປາກົດຜົນເປັນຈິງ. ຢູ່ເມືອງ ນ້ຳບາກ ບັນດາການນນຳແຂວງ
ຍັງໄດ້ເຂົ້າຮ່ວມຫຼິ້ນບຸນເກຼີຂອງ ເຜົ່າກຶມມຸ ຢູ່ ບ້ານນ້ຳຖ້ວມໃຕ້ ດ້ວຍບັນຍນາກາດເບິກບານມ່ວນ
ຊື່ນ, ໄດ້ຢ້ຽມຢາມສວນປູກກ້ວຍ ງ້າວ ຢູ່ບ້ານທ່າບູ້, ໂຄງການປູກ ຖົ່ວເບີຢູ່ບ້ານຟ້າ, ຢ້ຽມຢາມໂຮງ
ງານກະເບື້ອງນ້ຳຖ້ວມ ແລະ ສາ ຂາໂຮງງານຢາງພາລາຢູ່ບ້ານ ຊາງຕື່ມອີກ.

No comments:
Post a Comment