Ad

Ad

10 January 2013

ເປີດຊຸດອົບຮົມໂຄສົກ-ນັກຂ່າວວິທະຍຸ-ໂທລະພາບ


      ວັນທີ 5 ມັງກອນ 2013 ນີ້, ຢູ່ຫ້ອງການສະຖານີວິທະຍຸກະ ຈາຍສຽງ ແຂວງຫລວງພະບາງ ໄດ້ເປີດຊຸດອົບຮົມ ໂຄສົກ ໃຫ້ນັກຂ່າວວິ ທະຍຸ ແລະ ໂຄສົກໂທລະພາບ ໂດຍການເປັນ ປະທານ ຂອງທ່ານ ສົມລິດ ບຸບຜາປັນຍາ ຮອງຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນ ະທຳ ແລະ ທ່ອງທ່ຽວ, ຜູ້ຊີ້ນຳວຽກ ງານສື່ມວນຊົນ, ເຂົ້າຮ່ວມມີ ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງອຳນວຍການວິທະຍຸກະຈາຍ ສຽງແຫ່ງຊາດ, ອາຈານ ສົນທະຍາ ອິນສີວຽງທະວັດ ຜູ້ອຳນວຍການສະ ຖາບັນ ພັດທະນາບຸກຄະລາກອນ STC ແຫ່ງປະເທດໄທ, ມີໂຄສົກ-ນັກຂ່າວ ວິທະຍຸ ແລະ ໂທລະພາບ ເຂົ້າ ຮ່ວມ 20 ກ່ວາຄົນ.
        ທ່ານ ສົມລິດ ບຸບຜາປັນຍາ ກ່າວວ່າ: ການຈັດຊຸດອົບຮົມຄັ້ງ ນີ້ ແມ່ນເພື່ອເຮັດໃຫ້ສຳມະນາ ກອນ ທັງໂຄສົກວິທະຍຸ ແລະ ໂທ ລະພາບ ໄດ້ຮຽນຮູ້ບົດຮຽນ ຄວາມຮູ້ພື້ນຖານ ກ່ຽວກັບການ ຈັດລາຍການ,
ພິທີກອນ ກາງແຈ້ງ, ວຽກງານຂ່າວ, ການ ຂຽນຂ່າວສັ້ນ, ຂ່າວປະກອບ ສຽງ, ການ ຕັດສຽງ, ເຫດການ ອັນໃໝ່ທີ່ເກີດຂື້ນ ແລະ ການ ລາຍງານຂ່າວຕ່າງໆ ໃຫ້ວ່ອງ ໄວທັນເຫດການ ໃນການປະຕິບັດ ວຽກງານຕົວຈິງ ຢູ່ຫ້ອງສົ່ງ ແລະ ກາງແຈ້ງ.ຊຸດອົບຮົມຊຸດ ໄດ້ດຳ ເນີນໄປເປັນເວລາ 5 ວັນຈິ່ງສຳ ເລັດ ໂດຍການຮ່ວມມື ລະຫວ່າງ ວິທະຍຸກະ ຈາຍສຽງ ແຂວງ ຫຼວງພະບາງ ແລະ ວິທະຍຸກະ ຈາຍສຽງແຫ່ງຊາດລາວ.

No comments:

Post a Comment