ວັນທີ 9 ມັງກອນ 2013 ນີ້, ທ່ານ ທອງສິງ
ທຳມະວົງ ນາຍົກລັດ ຖະມົນຕີ ແລະ ທ່ານຮອເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການປ້ອງກັນ
ແລະ ລະບາຍ ນ້ຳຖ້ວມອັ່ງ ຢູ່ນະຄອນຫຼວງວຽງຈັນ ເພື່ອເປັນການກຽມພ້ອມຮັບມື ກັບລະດູຝົນ ທີ່ຈະມາ ເຖິງ
ໂດຍສະເພາະແມ່ນໄດ້ ກວດກາ ຈຸດຕ່າງໆ ຂອງໂຄງການ ທີ່ບໍລິສັດ ເພັດບັນດິດ ກໍ່ສ້າງ ເຄຫາ ຂົວທາງ
ແລະ ຊົນ ລະປະທານ ຈຳກັດຜູ້ ດຽວເປັນ ຜູ້ຮັບເໝົາ ຊຶ່ງເລີ່ມຈາກຄູກັນນ້ຳ ຈຸດທີ 1 ນັບ ແຕ່ບ້ານສົ້ມໂຮງ
ຈົນເເຖິງ ສາມແຍກຊາຍຟອງ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ມີຄວາມຍາວ 12,5 ກິໂລແມັດ ປະຕິບັດໄດ້
90% ແລະ ອີກ 10% ແມ່ນຍັງ ເສີມຊັ້ນ ໜ້າທາງ ແລະ ທາງລົງຫາບ້ານ ປະຊາຊົນ. ສ່ວນຈຸດທີ 2 ແຕ່ລາວ
ສະຕາ ຫາ ຂົວມິດຕະພາບ ມີ ຄວາມ ຍາວ 4 ກິໂລແມັດ ສຳເລັດ 3,5 ກິໂລແມັດ. ນອກນັ້ນ ຍັງໄດ້ ລົງກວດ
ກາປະຕູນ້ຳປາກຫ້ວຍ ຕ່າງໆ ເຊັ່ນ: ຫ້ວຍ ຄັນເທົາ ແລະ ຫ້ວຍເດື່ອ. ພ້ອມນັ້ນກໍໄດ້ລົງ ຕິດ
ຕາມຄວາມຄືບໜ້າ
ຂອງວຽກ ງານລວງຄອງລະບາຍນ້ຳ ເຂດ ບຶງທາດຫຼວງ ຫາ ປະຕູນ້ຳ ຫ້ວຍ ເດື່ອ ມີຄວາມຍາວ 38,5 ແມັດ
ປະຕິບັດສຳເລັດແລ້ວ 25,8 ກິໂລ ແມັດ ເທົ່າ ກັບ 67% ຂອງໜ້າວຽກທັງໝົດ.
ບໍລິສັດ ເພັດບັນດິດ ກໍ່ສ້າງ ເຄຫາ ຂົວທາງ
ແລະ ຊົນລະປະ ທານ ຈຳກັດຜູ້ດຽວ ນອກຈາກ ໄດ້ມອບໝາຍ ໂຄງການທີ່ກ່າວ ມາຂ້າງເທິງນັ້ນແລ້ວ ຍັງໄດ້ຮັບ
ວຽກ ລວງຄອງລະບາຍນ້ຳ ຫ້ວຍຍາງ (ດອນຕິ້ວ) ມີຄວາມ ຍາວ 20 ກິໂລແມັດ, ຄອງລະ ບາຍນ້ຳຫ້ວຍວັງວາດ
ຍາວ 12,5 ກິໂລແມັດ, ຄອງລະບາຍນ້ຳ ຫ້ວຍຂາມຫວານ 8 ກິໂລແມັດ, ສ້ອມແປງປະຕູປາກຫ້ວຍ 9 ຈຸດ
ໂດຍມີມູນຄ່າໃນການກໍ່ສ້າງທັງ ໝົດ 324 ຕື້ກວ່າກີບ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ
ໄດ້ສະແດງ ຄວາມຊົມເຊີຍຕໍ່ບໍລິສັດຜູ້ຮັບເໝົາກໍຄືບັນດາ ພະແນກການ ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ໃນ
ການຈັດຕັ້ງປະຕິບັດໂຄງການ ມີ ຄວາມຄືບໜ້າ ພ້ອມທັງເນັ້ນໃຫ້ ສືບຕໍ່ເຮັດໃຫ້ໂຄງການສຳເລັດ
ຕາມແຜນການໂດຍໄວ ເພື່ອສາ ມາດຮັບມືກັບລະດູຝົນທີ່ຈະມາເຖິງ.

No comments:
Post a Comment