Ad

Ad

11 January 2013

ຜູ້ເປັນພໍ່ແມ່ ຄວນສົ່ງເສີມລູກຮຽນແນວໃດດີ


     ຄວາມກ້າວຫນ້າໃນການສຶກ ສາຂອງລາວ, ສ່ວນສຳຄັນ ຫນຶ່ງແມ່ນມາຈາກຄວາມເອົາ ໃຈໃສ່ຂອງຜູ້ເປັນ ພໍ່ເປັນແມ່ ໃນ ການສົ່ງເສີມ ແລະ ອົບຮົມບົ່ມ ສອນ  ແຕ່ຈະສົ່ງເສີມໃຫ້ໂອກາດ ແລະ ໃຫ້ການສະຫນັບສະ ຫນູນລູກແນວໃດຈຶ່ງຈະມີປະສິດທິຜົນ ທີ່ສຳຄັນຄືພໍ່ແມ່ຕ້ອງເປັນເຈົ້າ ການໃນການສຶກສາອົບຮົມແນວ ຄິດ, ຄຸນສົມບັດ ຂອງລູກ ເພື່ອບໍ່ ໃຫ້ເຂົາເຈົ້າມີແນວຄິດຫລົງໄຫລ ແລະ ແລ່ນນຳການດຳລົງຊີວິດ ທີ່ບໍ່ຖືກຕ້ອງ ແລະ ການສຶກສາ ອົບຮົມ ຕ້ອງເລີ່ມຈາກຄອບຄົວ ເປັນຫລັກ ນັບທັງການປູກຈິດສຳ ນຶກ ແລະ ສ້າງຄ່ານິຍົມທີ່ຖືກ ຕ້ອງ ແລະ ກໍມີແຜນກະໂຕຂອງ ເຂົາເຈົ້າເອງທີ່ຈະເປັນຜູ້ສ້າງ ຄວາມສຳເລັດຂຶ້ນມາ.
      ທ່ານ ວິໄລ ອຸປັນຍາ ພໍ່ຂອງ ນາງລັດຕະນະ ອຸປັນຍາ ນັກ ຮຽນໂຮງຮຽນມັດທະຍົມສຶກສາ ສົມບູນ ສາທິດ ( ມສ ສາທິດ ) ນະ ຄອນຫລວງວຽງຈັນ, ຜູ້ທີ່ໄດ້ຮັບ ລາງວັນທີຫນຶ່ງຈາກການແຂ່ງ ຂັນຂຽນບົດຄວາມພາຍໃຕ້ຫົວຂໍ້ “  ການສົ່ງເສີມພຶດຕິກຳສຸຂະ ພາບຈະເລີນພັນ ສຳລັບນັກຮຽນ
ມັດທະຍົມສຶກສາຕອນປາຍຂອງ ລາວໃນປີ ....? ໄດ້ມີໂອກາດເຂົ້າ ຮ່ວມພິທີມອບຮັບລາງວັນດັ່ງ ກ່າວວ່າ : “ ຂ້າພະເຈົ້າມີຄວາມຮູ້ ສຶກພາກພູມໃຈ ແລະ ດີໃຈເປັນ ຢ່າງຍິ່ງກັບຄວາມສຳເລັດບັ້ນ ຫນຶ່ງທີ່ລູກສາວຍາດມາໄດ້  ເຊິ່ງ ເປັນບາດກ້າວທຳອິດເພື່ອຈະ ກ້າວໄປບົນເສັ້ນ ທາງຂອງການ ສຶກສາ, ຄວາມຈິງແລ້ວໃນໄລຍະ ຜ່ານມາ ນາງ ລັດຕະນະ ເຄີຍ ເປັນຮຽນເກ່ັງມາແລ້ວ ໂດຍສາ ມາດເສັງເອົາທຶນການສຶກສາ ຈາກສະຖາບັນຂົງຈື ເພື່ອໄປ ຮຽນພາສາຈີນຢູ່ນະຄອນຫລວງ ປັກກິ່ງ ແລະ ທຶນໄປ ທັດສະນະ ສຶກສາຢູ່ປະເທດຈີນມາແລ້ວ,  ແຕ່ນາງໄດ້ຕັດສິນໃຈບໍ່ໄປ ເພາະ ຍັງມີພາລະການຮຽນຢູ່ສາມັນ ນອກນັ້ນ ນາງ ຍັງເປັນຜູ້ທີ່ມັກ ການຂີດຂຽນ. ເມື່ອເຫັນຄວາມ ພະຍາຍາມ ແລະ ຄວາມຕັ້ງໃຈ ຂອງລູກຄືແນວນັ້ນ ທາງຄອບ ຄົວພໍ່ແມ່ຈຶ່ງໄດ້ເປີດໂອກາດ ແລະ ແບ່ງເວລາໃຫ້ລູກເປັນ ສ່ວນຫລາຍເຂົ້າໃນການສຶກສາ ຮຳ່ຮຽນ ໂດຍການຫລຸດຜ່ອນເວ ລາເຮັດວຽກໃຫ້ກັບຄອບຄົວ ພ້ອມນັ້ນພໍ່ແມ່ຍັງໄດ້ເອົາໃຈໃສ່ ຊຸກຍູ້ສ່ົງເສີມ ແລະ ສະຫນັບສະ ຫນູນໃຫ້ລູກໄດ້ຮຽນເພີ່ມຢູ່ທາງ ນອກໂຮງຮຽນຕື່ມອີກ ໂດຍສະ ເພາະແມ່ນພາສາອັງກິດ, ພາສາ ຈີນ ແລະ ຄອມພິວເຕີຢູ່ຕາມ ສະຖາບັນການສຶກສາຕ່າງໆ ແລະ ເປີດໂອກາດໃຫ້ລູກໄດ້ໄປ ແລກປ່ຽນບົດຮຽນ ກັບຜູ້ທີ່ມີປະສົບການຕ່າງໆ. ຜູ້ເປັນພໍ່ກ່າວ ວ່າ :  ແຕ່ເຖິງຢ່າງໃດທາງຄອບ ຄົວຍັງໄດ້ຊຸກຍູ້ ແລະ ສະຫນອງ ວັດຖຸອຸປະກອນທີ່ສຳຄັນ ແລະ ຈຳເປັນເຂົ້າໃນການຮຽນຂອງ ລູກໃຫ້ພຽງພໍ.
       ທ່ານ ວິໄລ ກ່າວອີກວ່າ : ເຖິງວ່າສະພາບຄອບຄົວຈະມີ  ຄວາມຫຍຸ້ງຍາກລຳບາກພຽງ ໃດກໍຕາມແຕ່ກໍຈະ ພະຍາຍາມຊຸກຍູ້ສົ່ງເສີມ ແລະ ສະຫນັບສະຫນູນ ໃຫ້ລູກໄດ້ສຶກສາຮຳ່ຮຽນຈົນຈົບ ແລະ ມະຫາວິທະຍາໄລ ແລະ ມີ ວຽກເຮັດງານທຳທີ່ຫມັ້ນຄົງ ແລະ ນີ້ກໍເປັນພາລະຫນ້າທີ່ທີ່ສຳ ຄັນ ແລະ ຈຳເປັນຂອງຜູ້ເປັນພໍ່ເປັນແມ່ທີ່ມີຕໍ່ລູກ ຫລານຂອງຕົນ.

No comments:

Post a Comment