ແຍ່ມາສິບກວ່າປີ, ຄົນເຮົາມັນກໍເມື່ອຍເປັນ ແຕ່ກໍບໍ່ໝາຍວ່າຈານ
ແຍ່ຈະໄລລາຮ້າງ ວາງປາກກາ ເຫີນຫ່າງ ຄັນຟ້າບໍ່ປີ້ນ ດິນບໍ່ຮ້າງ ບໍ່ວາງຖິ້ມຝ່າຍປາກກາ ດອກນາ. ສະນັ້ນ ໃນບົດນີ້ຈຶ່ງຂໍ ຢືມຄຳເວົ້າຂອງ ສະມາຊິກ
ສະພາ ແຫ່ງຊາດ (ຕໍ່ໄປຈະຂຽນຫຍໍ້ວ່າ: ສສຊ) ມາແຍ່ແທນເອີ້ນວ່າ: ສະ ພາແຍ່ສະພາກໍວ່າໄດ້.
ຄືດັ່ງທ່ານຜູ້ອ່ານອາດຊາບມາ ແລ້ວຫັ້ນລະ, ກອງປະຊຸມສະໄໝ
ສາມັນແຕ່ລະເທື່ອຂອງສະພາ ແຫ່ງຊາດ ມັກຈະຈົ່ງຕອນໜຶ່ງສະ ເພາະ ເພື່ອເວົ້າເຖິງການເຄື່ອນ ໄຫວຂອງສະພາແຫ່ງຊາດວ່າດີ
ອ່ອນເດັ່ນດ້ອຍແນວໃດ ເພື່ອສ່ອງ ແສງຕົນເອງວ່າສົມແລ້ວບໍກັບທີ່ ປະຊາຊົນມອບສິດມອບສຽງໃຫ້
ເປັນຜູ້ຕາງໜ້ານັ່ງເຈີ້ນເທີ້ນຢູ່ສະ ພາ.
ສຳລັບກອງປະຊຸມສະໄໝສາ ມັນທີ່ຫາກໍຜ່ານໄປຫວ່າງບໍ່ເຫິງ
ມານີ້ ກໍໄດ້ຈົ່ງຄາບເຊົ້າຂອງວັນທີ 19/12/2012 (ມື້ສຸດທ້າຍຂອງ ກອງປະຊຸມ) ໄວ້ໃຫ້ ສສຊ ຕີລາ
ຄາຕົນເອງ, ຕີລາຄາໝູ່ຄະນະ ກໍຄື ໝົດທົ່ວສະພາ ແນໃສ່ຍົກ ສູງຄຸນນະພາບຂອງອົງການອຳນາດລັດ ອັນຊົງກຽດແຫ່ງນີ້.
ຕໍ່ໄປຈານແຍ່
ຂໍກັ່ນຕອງເອົາຄຳເວົ້າປະເພດແຍ່ ຂອງ ສສຊ ທີ່ເຫັນວ່າເຜັດມັນຄັນ ແຂ້ວມາສະເໜີໃຫ້ຊາບ
ໂດຍສະ ເພາະແມ່ນສຳລັບຜູ້ທີ່ບໍ່ມີໂອກາດ ໄດ້ຊົມໄດ້ຟັງ ການຖ່າຍທອດສົດ ໃນວັນດັ່ງກ່າວ.
ສສຊ ສິງຕັນ ໄຊລືຊົງ ຈາກ ເຂດເລືອກຕັ້ງທີ 6 ແຂວງຫລວງ
ພະບາງເວົ້າໜັກພໍສົມຄວນກ່ຽວ ກັບຜູ້ແທນ ຂາດກອງປະຊຸມສະ ພາ. ສສຊ ທັງໝົດໃນຊຸດທີ 7 ນີ້ມີ
132 ທ່ານ, ແຕ່ທ່ານບອກວ່າມາ ຮ່ວມປະຊຸມຄົບຈຳນ ວນມີພຽງ ຄັ້ງດຽວ ຄືໃນກອງປະຊຸມຄັ້ງປະ ຖົມມະເລີກ,
ສ່ວນກອງປະຊຸມຄັ້ງ ຕໍ່ໆມານັ້ນ ເຂົ້າຮ່ວມບໍ່ເຄີຍກາຍ 120 ທ່ານຈັກເທື່ອ. ທ່ານຮຽກ ຮ້ອງໃຫ້ມີການບັນທຶກຄັກແນ່ວ່າ:
ສສຊ ທ່ານໃດຂາດປະຊຸມ ແລ້ວພິ ຈາລະ ນາວ່າຜູ້ກ່ຽວຄວນສືບຕໍ່ ເປັນ ສສຊ ຕໍ່ໄປ ຫລື ບໍ່.
ສສຊ ພັນດວງຈິດ ວົງສາ (ສຈ. ດຣ.) ຈາກເຂດເລືອກຕັ້ງແຂວງ
ຈຳປາສັກ ມີຄຳເຫັນວ່າ: ການລົງ ເຜີຍ ແຜ່ຜົນສຳເລັດຂອງກອງປະ ຊຸມສະພາແຫ່ງຊາດນັ້ນຄວນຄຳ ນຶງເຖິງລະດູການ
ຄືຢ່າໃຫ້ແຕະ ຕ້ອງລະດູ ການຜະລິດ, ບໍ່ຊັ້ນຄົນ ຈະມາຮ່ວມຟັງໜ້ອຍ, ຖ້າມາເຕັມ ຫ້ອງກໍແມ່ນຍ້ອນຈຳນວນເກນ
ມາໃຫ້ເຕັມຫ້ອງຊື່ໆ. ການປະຊາ ສຳພັນຂ່າວຄາວທີ່ມີຄວາມສຳ ຄັນລະດັບຊາດນັ້ນ ຄວນໃຫ້ຈະ ແຈ້ງ
ແລະ ທັນການ ເຊັ່ນຫລາຍ ຄົນສົນໃຈວ່າ: ເຫດໃດຈຶ່ງບໍ່ມີພິທີ ວາງສີລາເລີກ ເພື່ອສ້າງທາງລົດ
ໄຟຄວາມໄວສູງ ລາວ-ຈີນ ຕາມ ກຳນົດທີ່ ໄດ້ແຈ້ງໄປແລ້ວ. ເລື່ອງ ການໂຄສະນາຜົນສຳເລັດຂອງ ກອງປະຊຸມອາແຊັບ
(ກອງປະຊຸມ ການເປັນ ຄູ່ຮ່ວມລັດຖະສະພາ ອາ ຊີ-ເອີຣົບ ຄັ້ງທີ 7) ນັ້ນ ຄວນໃຫ້ ເປັນລະບົບ,
ຕ້ອງມີເອກະສານ ເຜີຍແຜ່ຕິດພັນ ກັບແຜນຜັນຂະ ຫຍາຍເນື້ອໃນ. ຈານແຍ່ຊົມເຊີຍຂໍ້ ຄິດນີ້ ເພາະວ່າທາງລັດຖະບານ
ນັ້ນໄດ້ມີການເຜີຍ ແຜ່ຢ່າງກວ້າງ ຂວາງຜົນສຳເລັດກອງປະຊຸມອາ ເຊັມ 9 ໃນຂັ້ນສູນກາງ ແລະ ທ້ອງ
ຖິ່ນ, ສ່ວນອາແຊັບພັດມິດ ຊ້ອຍ ມ້ອຍ ທັງໆທີ່ເປັນກອງປະຊຸມລະ ດັບສຸດຍອດທາງເບື້ອງລັດຖະສະ
ພາ.
ທ່ານນາງ ບົວພັນ ລີໄກຢາ ສສຊ ຈາກເຂດເລືອກຕັ້ງແຂວງບໍ
ລິຄຳໄຊ ໃຫ້ແງ່ຄິດວ່າ: ການປະ ສານງານຮ່ວມມື ກັນລະຫວ່າງສະ ພາແຫ່ງຊາດກັບເບື້ອງລັດຖະ ບານນັ້ນ
ຍັງມີນ້ຳໜັກຫລຸດໂຕນ ກັນ. ຕົວຢ່າງເວລາມີກອງປະຊຸມ ສາກົນທີ່ເບື້ອງສະພາເປັນເຈົ້າ ພາບ, ການເອົາໃຈໃສ່ຊ່ວຍສະພາ
ຍັງຖືເບົາ ສ່ຳກັບວ່າບໍ່ແມ່ນຄວາມ ຮັບຜິດຊອບ ເພື່ອບ້ານເພື່ອເມືອງ ອັນດຽວກັນ.
ທ່ານ ສົມເພັດ ອິນທະທິລາດ ສສຊ ເຂດເລືອກຕັ້ງແຂວງສະ
ຫວັນນະເຂດ ສະເໜີແກ້ໄຂການ ກຳນົດເວລາສຳ ລັບພາກສະເໜີ ຮ່າງກົດໝາຍຂອງອະນຸກຳມະ ການກ່ຽວຂ້ອງກັບການປະກອບ
ຄຳເຫັນຂອງ ສສຊ ໃສ່ເນື້ອໃນ ກົດໝາຍດັ່ງກ່າວ ເພາະເຫັນວ່າຜູ້ ທີ່ມີຄຳເຫັນສະເໜີຮ່າງກົດໝາຍ
ນັ້ນເວົ້າຍາວແບບນ້ຳຖ້ວມທົ່ງ, ເວົ້າຈົນສິບໍ່ ມີເວລາໃຫ້ປະກອບ ຄຳເຫັນ ຫລືວ່າ ອັນນັ້ນເປັນວິທີ
ເພື່ອບໍ່ໃຫ້ຜູ້ແທນໄດ້ມີຄຳເຫັນສໍ້ ຖາມຫລາຍຊັ້ນບໍ ຍ້ອນວ່າ ຢ້ານບໍ່ ຜ່ານ. ການຮັບຮອງເອົາກົດໝາຍ
ຕ້ອງຫລີກເວັ້ນປະເພດ “ໂດດ ຈ້ອງ” ຄືຍັດຮ່າງກົດໝາຍທີ່ບໍ່ໄດ້ ຄົ້ນ ຄວ້າມາກ່ອນໃຫ້ກອງປະຊຸມ
ສະພາພິຈາລະນາ, ແທນທີ່ຈະ ແມ່ນຮ່າງກົດໝາຍທີ່ໄດ້ຄົ້ນຄວ້າ ຈົນແຫລກ ແຫລວມາກ່ອນ.
ບັນຫາຈັ່ງຊີ້ ຈານແຍ່ເຄີຍໄດ້ ຍິນແຕ່ວ່າເຄີຍເກີດຢູ່ກອງປະຊຸມ
ສະພາຂອງບາງປະເທດເຊັ່ນ: ຜູ້ ສະເໜີ ຜ່ານງົບປະມານມັກຈະ ເວົ້າຍືດຍາວຈົນຜູ້ແທນເມື່ອຍຟັງ
ແລະ ເຫງົານອນ ຍ້ອນແກ່ຍືດແກ່ ຍາວຮອດ ເດິກຮອດດື່ນ. ເຮັດ ແບບນີ້ເພື່ອໃຫ້ຜູ້ແທນອ່ອນເພຍ
ແລ້ວຟ້າວຜ່ານຟ້າວເລີກໄວໆ.
ເຈຕະນາແບບນີ້ເຊື່ອວ່າບໍ່ມີຢູ່ ປະເທດພວກເຮົາ,
ແຕ່ທີ່ເກີດມີປາ ກົດການຄື ສສຊ ສົມເພັດ ເວົ້ານັ້ນ ຄົງເປັນຍ້ອນຂອດປະສານງານ, ຂອດກະກຽມ ແລະ
ການຈັດແບ່ງ ເວລາຊື່ໆ. ຂໍເຊີນທ່ານລໍອ່ານ ຕອນທີ 2 ໃນອາທິດໜ້າ.
No comments:
Post a Comment