ບໍ່ວ່າບົດສະຫລຸບລາຍງານໃດໆຂອງຂົງເຂດວຽກງານຖະແຫລງຂ່າວຂອງລາວເຮົາກໍລ້ວນແລ້ວແຕ່ໄດ້ຕີລາຄາວ່າ:
“ເນື້ອຫາສາລະຂອງສື່ມວນຊົນເຮົາຍັງບໍ່ທັນດຶງດູດໄດ້ຄວາມສົນໃຈຂອງຜູ້ອ່ານ,
ຜູ້ເບິ່ງ ແລະ ຜູ້ຟັງ” ແລະ ກະໂຕບົດລາຍງານຂອງກົມສື່ມວນຊົນກ່ຽວກັບວຽກງານຖະແຫລງຂ່າວ
ແລະ ສື່ມວນຊົນປີ 2012, ຕໍ່ກອງປະຊຸມຄະນະປະ ສານຂ່າວທີ່ໄດ້ຈັດຂຶ້ນເປັນປະຈຳໃນແຕ່ລະວັນສຸກຂອງທ້າຍອາ
ທິດນັ້ນ ກໍໄດ້ຕີລາຄາວ່າ: ເນື້ອໃນຂອງຜະລິດຕະພັນສື່ມວນຊົນເຮົາຍັງບໍ່ທັນສ່ອງແສງໄດ້ທຸກຈິດໃຈຂອງແນວທາງນະໂຍບາຍຂອງພັກ,
ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ຍັງບໍ່ທັນສ່ອງແສງໄດ້ຢ່າງຄົບຖ້ວນເຖິງຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ,
ການສ່ອງແສງບັນຫາຍັງບໍ່ທັນຊັດເຈນ, ເລິກເຊິ່ງ ແລະ ກວ້າງຂວາງ, ຍັງບໍ່ທັນກວມເອົາທຸກບັນຫາທີ່ສັງຄົມສົນໃຈ
ແລະ ອື່ນໆ... ແຕ່ການສ່ອງແສງດັ່ງ ກ່າວໃນຜ່ານມາ ພວກເຮົາຍັງຫາທາງອອກໄດ້ໜ້ອຍ,
ສ່ວນໃຫຍ່ກໍພຽງແຕ່ວ່າພວກເຮົາຈະຕ້ອງໄດ້ເພີ່ມທະວີກໍ່ສ້າງຍົກສູງລະດັບຄວາມຮູ້ຄວາມສາມາດຂອງນັກຂ່າວໃຫ້ດີຂຶ້ນ.
ແຕ່ວິທີການຕົວຈິງວ່າຈະເຮັດແນວໃດໃຫ້ມີປະ ສິດທິຜົນນັ້ນແມ່ນຍັງຊອກຄຳ
ຕອບໄດ້ຍາກ.
ໃນໄລຍະຜ່ານມາ ການສ້າງນັກຂ່າວພວກເຮົາກໍຍັງມີລັກສະນະເກົ່າ, ສ່ວນໜຶ່ງທີ່ມີເງື່ອນໄຂກໍໄດ້ຮັບການໄປກໍ່ສ້າງ
ແລະ ຍົກລະດັບຢູ່ຕ່າງປະເທດ ແລະ ສ່ວນໜຶ່ງກໍຮຽນຢູ່ພາຍໃນ ຫລື ບໍ່ກໍໄດ້ຮັບການອົບຮົມເປັນໄລຍະສັ້ນຈາກໂຄງການຊ່ວຍເຫລືອຂອງຕ່າງປະເທດກໍມີ
ຫລືບໍ່ ກໍແມ່ນສະຖາບັນສື່ມວນຊົນເຮົາເອງເປັນຜູ້ຈັດຂຶ້ນ ເພື່ອໃຫ້ຜູ້ຈະເປັນນັກຂ່າວໄດ້ຮຽນຮູ້ຄວາມຮູ້ພື້ນຖານຂອງການຂຽນຂ່າວໃນເບື້ອງຕົ້ນເທົ່ານັ້ນ,
ສ່ວນທັກສະ, ພິກໄຫວ, ຄວາມສະດຸ້ງໄວຂອງນັກຂ່າວນັ້ນ ຖ້າຈະສອນກໍເປັນການຍາກ
ແລະ ຕ້ອງໃຊ້ເວລາຍາວນານ. ດັ່ງນັ້ນ ໃນບົດຮຽນຂອງບັນດາປະເທດຜູ້ເພິ່ນພັດ ທະນາແລ້ວ
ຈຶ່ງໃຫ້ຂໍ້ສັງເກດວ່າ: “ນັກຂ່າວທີ່ດີຕ້ອງມີຄວາມຮູ້ຮອບໂຕສູງ, ແຕ່ຢາກໄດ້ແນວນັ້ນ
ເຮົາຈະເຮັດແນວໃດ ? ໃນຕົວຈິງແລ້ວ ສິ່ງນີ້ອາດຈະບໍ່ມີໃຜທີ່ຈະສອນໃຫ້ໄດ້,
ມັນແມ່ນຢູ່ໃນກະໂຕຂອງນັກຂ່າວເອງ ຕ້ອງເປັນຜູ້ຂະຫຍັນຊອກຮູ້ຮ່ຳຮຽນ, ເປັນຄົນມັກອ່ານ,
ມັກເບິ່ງ, ມັກຟັງ ແລະ ຕ້ອງເປັນຄົນຮູ້ສະແຫວງຫາສິ່ງໃໝ່ໆ. ກໍດັ່ງປະທານ ໂຮ່ຈີມິງ
ເຄີຍສັ່ງສອນສື່ມວນຊົນຫວຽດ ນາມໄວ້ວ່າ: “ນັກຂ່າວຜູ້ໜຶ່ງຢ່າງໜ້ອຍກໍຕ້ອງຮູ້ພາສາຕ່າງປະເທດໃດໜຶ່ງຕື່ມອີກ”
ສິ່ງນີ້ກໍເພື່ອສາ ມາດອ່ານຂ່າວຂອງປະເທດອື່ນໄດ້ ເພື່ອນຳມາປຽບທຽບ ແລະ ປັບປຸງບົດຂຽນ,
ບົດຂ່າວຂອງຕົນໃຫ້ດີຂຶ້ນ. ພ້ອມນັ້ນ ກໍເພື່ອເປັນການຊອກຮູ້ແຫລ່ງຂໍ້ມູນຂ່າວ
ສານອື່ນໆຈາກພາຍນອກຕື່ມອີກ ເພື່ອນຳມາໝູນໃຊ້ເຂົ້າໃນສື່ຂອງຕົນໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ.
ດັ່ງນັ້ນ ຖ້ານັກຂ່າວພວກເຮົາເຮັດໄດ້ແນວນີ້
ຈຶ່ງຈະສາມາດແກ້ໄຂຈຸດອ່ອນຄົງຄ້າງຂອງຕົນໄດ້ ແລະ ກໍຈະເຮັດໃຫ້ເນື້ອໃນຂອງບົດຂຽນ,
ບົດຂ່າວຂອງສື່ພວກເຮົາມີເນື້ອຫາສາລະ ແລະ ຈະສາ ມາດດຶງດູດຄວາມສົນໃຈຂອງຜູ້ອ່ານ,
ຜູ້ເບິ່ງ ແລະ ຜູ້ຟັງໄດ້.
No comments:
Post a Comment