ພະນັກງານລາວຈຳນວນ 2 ຄົນໄດ້ຮັບທຶນການສຶກສາປະ
ລິນຍາໂທ ທີ່ປະເທດເຢຍລະ ມັນ ຄົນລະ 25.000 ກວ່າເອີໂຣ ຊຶ່ງ ປະກອບມີ ນາງ ນາລີນາ ອຸປຣາ ວັນ
ພະນັກງານຈາກ ບໍລິສັດ ທີ່ປຶກສາດ້ານການພັດ ທະນາ (EDC) ໄດ້ຮັບທຶນໄປ ສຶກສາ ກ່ຽວກັບຂອບເຂດການວາງ
ແຜນ ແລະ ນາງ ໄຂແກ້ວ ເສດຖະ ລາດ, ພະນັກງານອົງ ການຮ່ວມ ມື ລາວ-ເຢຍລະມັນ ເພື່ອການພັດ ທະນາ
ແມ່ນໄດ້ ຮັບທຶນໄປສຶກ ສາກ່ຽວກັບ ການເສີມສ້າງບຸກ ຄະລາກອນ ແລະອະຊີວະສຶກສາ ໂດຍຜ່ານ ການຄັດເລືອກຕາມ
ເງື່ອນໄຂ ຂອງຜູ້ໃຫ້ທຶນ.
ພິທີມອບ-ຮັບທຶນການ ສຶກ ສາ ດັ່ງກ່າວ ຈັດຂຶ້ນໃນ
ຕອນເຊົ້າ ວັນທີ 10 ມັງກອນ 2013 ທີ່ສະ ຖານເອກອັກ ຄະ ລັດຖະທູດເຢຍ ລະມັນ ປະຈຳ ລາວ ໂດຍແມ່ນ
ທ່ານ ໂຣແບກ ຟອນ ຣິມຊາ, ເອກ ອັກຄະລັດ ຖະທູດ ວິສາມັນ ຜູ້ມີ ອຳນາດ ເຕັມ ແຫ່ງ ສາທາລະ ນະລັດ
ສະຫະພັນ ເຢຍລະມັນ ປະຈຳລາວ ເປັນຜູ້ມອບ.
ໃນໂອກາດນີ້, ທ່ານ ເອກອັກ ຄະລັດຖະທູດເຢຍລະມັນ
ປະຈຳ ລາວ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາ ລັດຖະບານເຢຍລະມັນ ໄດ້ ໃຫ້ທຶນການສຶກສາໃນລະດັບ
ຕ່າງໆ ແກ່ນັກຮຽນ-ນັກສຶກສາ ແລະ ພະນັກງານຂອງ ສປປ ລາວ ເພື່ອໄປສຶກສາຕໍ່ຢູ່ປະເທດ ເຢຍລະມັນປະມານ
3.000-3.500 ຄົນ ແລະ ທາງສະຖານທູດຈະ ສືບຕໍ່ ພະຍາຍາມສະໜອງທຶນ ການສຶກສາໄລຍະຍາວ ແກ່ຄົນ
ລາວ ຊຶ່ງການໃຫ້ທຶນການສຶກສາ ດັ່ງ ກ່າວນັ້ນ ແມ່ນເປັນ ອົງປະ ກອບທີ່ສຳຄັນ ໃນການເພີ່ມທະ
ວີການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ.

No comments:
Post a Comment