Ad

Ad

11 January 2013

ກຸ່ມ​ແມ່ຍິງ​ສາກົນ​ຈະ​ຈັດ​ງານຕະຫຼາດນັດ​ປະຈຳ​ປີ 2013


                ໃນ​ວັນທີ 10 ມັງກອນ 2013 ຢູ່ສະມາຄົມ​ນັກ​ຂ່າວ​ແຫ່ງ​ ສປປ​ລາວ ກຸ່ມ​ແມ່ຍິງ​ສາກົນ (wIG Bazaar)​ ທ່ານ Anke Abken ຮັກສາ​ການ​ປະທານ​ຂອງກຸ່ມ​ແມ່ຍິງ​ສາກົນ​ໄດ້​ຖະ​ແຫຼ່ງຕໍ່​ສື​່ມວນ​ຊົນ​ກ່ຽວ​ກັບ​ການ​ຈັກ​ງານ​ຕະຫຼາດ​ນັດຂອງ​ກຸ່ມ​ແມ່ຍິງ​ສາກົນ​ປະຈຳ​ປີ 2013 ວ່າ: ທຸກໆ​ປິ​ກຸ່ມ​ແມ່ຍິງ​ສາກົນ​ຢູ່ລາວ​ຈະ​ຈັດງານ​ຕະຫຼາດນັດ​ປະຈຳ​ປີ​ເພື່ອ​ຊອກຫາ​ເງິນ​ທືນຊ່ວຍ​ເຫຼືອ​ໂຄງການ​ດ້ານ​ສັງ​ຄົມ​ສົງ​ເຄາະ​ແລະ​ການ​ສຶກສາ ​ໂດຍ​ປີ​ນີ້​ງານ​ດັ່ງກ່າວ​ຈະ​ຈັດ​ຂື້ນ​ໃນ​ວັນ​ທີ 2  ​ກຸມພາ ທີ່​ຄະນະ​ວິສະວະກຳ​ສາດ ມະຫາ​ໄລ​ແຫ່ງ​ຊາດ ບ້ານ​ທົ່ງ​ກາງ ຖະໜົນ​ໂສກ​ປ່າ​ຫຼວງ ນະ ຄອນຫຼວງ​ວຽງ​ຈັນ​ເລີ່​ມ​ແຕ່​ເວລາ 10  ​ໂມງ​ເຊົ້າ​ຫາ 5 ໂມງແລງ: ພາຍໃນງານຈະມີການວາງສະ ແດງສິນຄ້າຫຼາກຫຼາຍປະເພດ ຈາກ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ, ມີການສະ​ແດງ​ສີ​ລະ​ປະ​ວັນນະ ຄະດີຕ່າງໆ,ມີ​ອາຫານ​ແລະ​ເຄື່ອງ​ດື່ມ​ຫຼາຍ​ຊະນິດໃຫ້​ເລືອກ​ຊີມ​,ມີ​ການຂາຍ​ສະຫຼາກ,​ຈົກ​ສະ​ຫຼາກ​ເພື່ອ​ມອບ​ລາງວັນ​ໃຫ້​ຜູ້​ໂຊກ​ດີ​, ​ເຊິ່ງລາງວັນ​ໃຫຍ່​ຈາກສະຫຼາກ ແມ່ນ​ລົດຈັກ ຮອນ​ດາ ,​ລົດຈັກ​ໂຄ​ລາວ,​ເຄື່ອງ​ປະ​ດັບ​ມີຄ່າ,​ໂທລະ ສັບ​ມີ​ຖື​ແລະ​ລາ​ງວັນ​ອື່ນ​ອິກຫຼາກ ຫຼາຍ ​ເຊິ່ງງານ​ໃນຄັ້ງ​ນີ້​ໄດ້​ຮັບ​ການ​​ອຸປະຖຳ​ຈາກ ບໍ​ລິ​ສັດລ້ານ​
ຊ້າງ​ມີ​ນ​ີ​ໂຣນ LXML MMG  ​ແລະ​ບໍ​ລິ​ສັດ Rashmi jewelers ,​ບໍ​ລິ​ສັດ​ເບຍ​ລາວ.ບໍ​ລິ​ສັດ ດາວ​ເຮືອງ,ບໍ​ລິ​ສັດ​ຮອນ​ດາ new chip xeng ,ບໍລິສັດ​ໂຄ​ລາວ,ບໍລິສັດ​ພູ​ເບ້ຍ ມາຍ​ນິງ ,ບໍລິສັດ RMA and NUOL່s Faculty of Engineering  ​ທີ່ເປັນ​ຜູ້​ອຸປະ​​ຖຳ,ໃນ​ທຸກ​ໆປີ​ງານ​ດັ່ງກ່າວ​ນື້ຈະ​ເປີດ​ໂອກາດ​ໃຫ້​ແກ່​ຄົນ​ລາວ​ໂດຍ​ສະ​ເພາະ​​ແມ່ຍິງ​ ແລະ ​ເດັກ​ນ້ອຍ​ເພື່ອ​ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັນ​ໂດຍ​ມີ​ຈຸດປະສົງ​​ແລະ​ເປົ້າ​ໝາຍ​ອັນ ດຽວ​ກັນ,ພ້ອມທັງ​​ເປ​ັນຮູ​ບ​ແບ​ບຕໍ່​ການ​ນຳ​ສະ​ເໜີ​ວຽກ​ງານ​ຕ່າງ​ໆ​ຂອງຄົນ​ຕ່າງປະ​ເທດ​ຢູ່​ໃນ​ນະ ຄອນຫຼວງ​ວຽງ​ຈັນ ​,​ເພື່ອ​ຕອບ​ສະໜອງ​ໃຫ້​ຄົນ​ທົ່ວ​ໄປ ​ແລະ​ ເພື່ອ​ສົງ​ເສີ່​ມວັດທະນະທຳ​ລາວ, ການ ທ່ອງທ່ຽວ ​ແລະ ​ອາຫານ​ທີ​ເປັນ​ເອກະລັກ​ປະຈຳຊາດ,ພາຍ​ໃນ​ງານ​ດັ່ງກ່າວ​ນື້ຍັງ​ຈະ​ມີ​ກິດຈະ​ກຳ​ເຊີນຊວນ​ໃຫ້​ທຸກ​ຄ​ົນຈົ່ງ​ຊ່ວຍ​ກັນ​ຮັກສາ​ວຽງ​ຈັນ​ໃຫ້​ມີ​ສີຂຽວ ​ແລະ ສະອາດ​ງາມ​ຕາ,ຫຼຸດ​ຜ່ອນ​ການ​ໃຊ້​ຍານ​ພະ​ຫະນະທີ່​ປ່ອຍ​ຄວັນ ​ແລະ ​ການ​ຊ່ວຍ​ກັນ​ຮັກສາ​ສິ່ງ​ແວດ​ລ້ອມ.

No comments:

Post a Comment