Ad

Ad

11 January 2013

ຄວາມຄືບໜ້າໂຄງການພັດທະນາຊີວະນາໆພັນກະສິກຳເຂດພູດອຍຢູ່​ຊຽງ​ຂວາງ


        ການພັດທະນາຊີວະນາໆພັນ ກະສິກຳ ຫຼື TABI ເປັນໂຄງການ ໄລຍະຍາວ (SDC) ​ເຊິ່ງປະກອບ ມີຄູ່ຮ່ວມງານຫຼາຍພາກສ່ວນ ຄື ຫ້ອງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ອົງການຄຸ້ມ ຄອງທີ່ດິນ, ພະ​ແນ​ກກະສິກຳ-ປ່າ​ໄມ້ ແລະ ບັນດາຄູ່ຮ່ວມງານອື່ນໆ ເພື່ອຄຸ້ມຄອງ ແລະ ດຳເນີນໂຄງ ການຢູ່ຂັ້ນແຂວງ ແລະ ບັນດາ ເມືອງເປົ້າໝາຍ.
          ໄລຍະຕົ້ນ ໂຄງການນີ້ໄດ້ ເລີ່ມປະຕິບັດມາແຕ່ເດືອນພຶດສະ ພາ 2009 ຫາເດືອນມິຖຸນາ 2012 ຢູ່ເມືອງພູກູດ ແຂວງຊຽງຂວາງ ແລະ ເມືອງໂພນໄຊ ແຂວງຫຼວງ ພະບາງ ​ເພື່ອ​ແນ​ໃສ່​ປັບປຸງຊີວິດ ການເປັນຢູ່ ຂອງຄອບຄົວຊາວ ກະສິກອນເຂດພູດອຍ ໃນການ ຄຸ້ມຄອງ ແລະ ນຳໃຊ້ຊີວະນາໆ ພັນ ຕິດພັນກັບການລຸດຜ່ອນ ຄວາມທຸກຍາກ, ຕາມ 6 ອົງປະ ກອບພື້ນຖານ ຂອງການດຳເນີນ ງານຄື: 1. ເພີ່ມຂີດຄວາມສາມາດ ໃນການຄຸ້ມຄອງສົນທິສັນຍາສາ ກົນວ່າດ້ວຍ ຊີວະນາໆພັນ ໃຫ້ມີ ປະສິດທິພາບຢູ່ໃນ ສປປ ລາວ, 2. ປັບປຸງລະບົບການຜະລິດກະສິກຳ ແບບຍືນຍົງ ແລະ ການອະນຸລັກ
ຊີວະນາໆພັນໃຫ້ຊາວບ້ານ, 3. ປັບປຸງການຕະຫຼາດ, ການອະນຸ ລັກເຄື່ອງປ່າຂອງດົງ ແລະ ຜະ ລິດຕະພັນກະສິກຳ, 4. ສະໜັບ ສະໜູນການວາງແຜນນຳໃຊ້ທີ່ດິ ນ ແລະ ການລົງ ທະບຽນອອກ ໃບຕາດິນ, 5. ການຄຸ້ມຄອງລະ ບົບຄວາມຮູ້ ແລະ ຂໍ້ມູນຂ່າວ ສານເລື່ອງຊີວະນາໆພັນ ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກ ຍາກ, 6. ການຄຸ້ມຄອງໂຄງການ ແລະ ການສ້າງຄວາມຮູ້ ຄວາມ ສາມາດໃຫ້ພະນັກງານ.
       ​ໃນ​ໄລຍະ​ຜ່ານ​ມາ ການຈັດ ຕັ້ງປະຕິບັດ​ໂຄງການ​ຍ່ອຍ ສະ​ເພາະ​ແຂວງ​ຊຽງ​ຂວາງ​ມີ 27 ກິດ ຈະກຳ​ການ​ສົ່ງ​ເສີມ​ເຊັ່ນ: ການ​ປັບປຸງ​ເມັດ​ພັນ​ເຂົ້າ ​ແລະ ການ​ຜະລິດ​ເຂົ້າ​ໄກ່​ນ້ອຍ ລຸ້ນ 3 ​ໄດ້ 10 ​ໂຕນ ​ໃນ​ຈຳນວນ 6 ບ້ານ ຄື​ບ້ານ​ມຽນ, ​ເຄີງ, ປຸ່ງ​ໝັ້ນ, ນາ​ຊາຍ​ທອງ, ຫວດ​ຕັນ ​ແລະ ບ້ານ​ລະ​ງວມ, ມີ 125 ຄອບຄົວ; ການ​ສົ່ງ​ເສີມ​ລ້ຽງ​ໄກ່​ພື້ນ​ເມືອງ​ມີ 2 ກຸ່ມ, 19 ບ້ານ, 200 ຄອບຄົວ, ມີ​ລາຍ​ຮັບ​ເພີ່ມ​ຂຶ້ນຈາກ​ເດີມ 2 ​ແສນ​ຫາ 4 ​ແສນ​ກີ​ບຕໍ່​ປີ, ​ແຕ່​ປັດຈຸບັນ​ມີ​ລາຍ​ຮັບ 2 ລ້ານ​ຫາ 6 ລ້ານ​ກີບ​ຕໍ່​ປີ​ຕໍ່​ຄອບຄົວ; ການ​ກໍ່ສ້າງ​ບໍ່​ແກັສ ຊີວະ​ພາບ ກິດຈະກຳ​ນີ້​ໄດ້​ສົມທົບ​ທຶນ​ກັບ​ໂຄງການ​ຕົວ​ແບບ​ແກັສ ຊີວະ​ພາບ, ສ້າງ​ສຳ​ເລັດ 217 ບໍ່, ມີ 217 ຄອບຄົວ, ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ແລະ ສາມາດ​ຫລຸດ​ການ​ຕັດ​ໄມ້ມາ​ເຮັດ​ຟືນ​ ​ໂດຍ​ສະ​ເລ່ຍໄດ້ 1.000 ​ກວ່າແມັດ​ກ້ອນ​ຕໍ່​ປີ. ນອກ​ນັ້ນ ຍັງ​ໃຊ້​ເປັນ​ແສງ​ສະຫວ່າງ ​ແລະ ຝຸ່ນ​ຊີວະ​ພາບ​ໃຫ້​ແກ່​ພືດ​ຜັກ​ເຊັ່ນ: ການ​ປູກ​ພືດ​ຜັກ​ອິນ​ຊີ ກິດ ຈະກຳ​ນີ້ມີ​ຫລາຍ​ຄອບຄົວ​ຂອງ​ເມືອງ​ຄູນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ເຊິ່ງທາງ​ໂຄງການ​ໄດ້​ເນັ້ນ​ໃສ່​ເຕັກນິກ​ການ​ປູກ​ເພື່ອ​ຂາຍ ​ແລະ ​ເພື່ອ​ຫລຸດຜ່ອນ​ການ​ໃຊ້​ສານ​ເຄມີ; ການ​ແປ​ຮູບ​ໜໍ່​ໄມ້​ຈຳນວນ 4 ບ້ານ ​ໃນ​ເມືອງ​ພູ​ກູດ, ມີ​ຫລາຍ​ກວ່າ 183 ຄົນ​ເຂົ້າຮ່ວມ​ເຝິກອົບຮົມ ສາ ມາດ​ຜະລິດ​ໜໍ່​ໄມ້​ປິດ​ເປັນ​ສິນຄ້າ​ໄດ້ 2 ພັນ​ກວ່າ​ປິດ ​ແລະ ໜໍ່​ໄມ້​ຖົງ​ໄດ້​ຈຳນວນ​ຫລາຍ​ພັນ​ຖົງ. ນອກ​ນີ້ຍັງ​ມີ​ການຈັດ​ສັນ​ລະບົບ​ການ​ຄຸ້ມ​ຄອງ​ປ່າ​ໜໍ່​ໄມ້​ຢ່າງ​ເປັນ​ລະ ບົບ; ການ​ອະນຸລັກ ​ແລະ ​ແປ​ຮູບ​ຊາ​ພູ​ສັນ ບ້ານ​ຍອດ​ປຽງ, ບ້ານ​ອໍ້​ອັ້ນ ​ເມືອງ​ແປກ ​ແລະ ສາມາດ​ຂຶ້ນບັນຊີ​ຕົ້ນຊາ​ອະນຸລັກ​ໄດ້ 934 ຕົ້ນ, ປູກ​​ໃໝ່ 15 ພັນ​ເບັ້ຍ, ຜະລິດ​ຊາ​ແຫ້ງ​ໄດ້ 1 ພັນ​ກວ່າ​ກິ​ໂລ, ສາ ມາດ​ສ້າງ​ລາຍ​ຮັບ​ໃຫ້​ກະສິກອນ​ໄດ້​ເປັນ​ຢ່າງ​ດີ; ສະ​ເພາະ​ການ ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ສຳ​ເລັດ 2 ກຸ່ມ​ບ້ານ ຄື​ກຸ່ມ​ບ້ານ​ເຄີງ ​ແລະ ກຸ່ມ​ບ້ານ​ລ້ອງ​ຄານ ​ເມືອງ​ພູ​ກູດ ​ເຮັດ​ໃຫ້​ຊາວບ້ານ​ເຂົ້າ​ໃຈ​ໃນ​ການ​ນຳ​ໃຊ້​ດິນ​ປ່າ​ປະ​ເພດ​ຕ່າງໆ​ໄດ້​ຢ່າງ​ຍືນ​ຍົງ; ການ​ສ້າງ​ຫລັກສູດ​ທ້ອງ​ຖິ່ນ ​ເພື່ອ​ປູກ​ຈິດ​ສຳນຶກ​ດ້ານ​ຊີວະ​ນາໆ​ພັນ​ໃນ​ໂຮງຮຽນ ​ແລະ ຊຸມ​ຊົນ ສາມາດ​ປະຕິບັດ​ໄດ້ 16 ​ໂຮງ ຮຽນ (ປະຖົມ ​ແລະ ມັດທະຍົມ​ຕອນ​ຕົ້ນ) ຂອງ​ເມືອງ​ພູ​ກູດ, ​ເມືອງ​ຄູນ ​ແລະ ​ເມືອງ​ທ່າ​ໂທມ. ນອກ​ນັ້ນ ຍັງ​ມີ​ກິດຈະກຳ​ຕ່າງໆ​ກ່ຽວ​ກັບ​ການ​ປູກ ​ແລະ ການ​ອະ ນຸລັກ​ເຄື່ອງ​ປ່າ​ຂອງ​ດົງ ​ເປັນຕົ້ນ ການ​ກ້າ​ເບັ້ຍຫວາຍ, ການ​ປູກ​ຫວາຍ​ເອົາ​ຍອດ ​ແລະ ​ເອົາ​​ເສັ້ນ, ການ​ປູກ​ໜໍ່​ຈ້າ, ການ​ປູກ​ແຂມ, ການ​ປູກ​ພືດ​ເປັນ​ຫົວ ​ແລະ ອື່ນໆ. ລວມມູນ​ຄ່າ​ທີ່​ໂຄງການ​ໃຊ້​ເຂົ້າ​ໃນ​ບັນດາ​ກິດຈະກຳ​ຈຳນວນ​ທັງ​ໝົດ 2.380 ລ້ານ​ກີບ.
        ​ເພື່ອ​ຂະຫຍາຍ​ບັນດາ​ກິດຈະ ກຳ​ດັ່ງກ່າວ​ໃຫ້​ນັບ​ມື້ມີ​ປະສິດທິ​ຜົນ​ສູງ ​ແລະ ກວ້າງຂວາງ, ​ໂຄງ ການ​ພັດທະນາ​ຊີວະ​ນາໆ​ພັນ​ກະສິກຳ​ຍັງ​ໄດ້​ສືບຕໍ່​ໄລຍະ 2 ​ເຊິ່ງ​ເລີ່​ມ​ແຕ່​ເດືອນ​ກໍລະກົດ 2012 ຫາ​ເດືອນ​ມິຖຸນາ 2016, ​ເປົ້າໝາຍ​ຫລັກ​ກໍ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ພູດ​ອຍ​ໃຫ້​ດີ​ຂຶ້ນ ​ໂດຍ​ສະ​ເພາະ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊີວະ​ນາໆ​ພັນ​ກະສິກຳ​ແບບ​ຍືນ​ຍົງ.

        ສະ​ເພາະ​ແຂວງ​ຊຽງ​ຂວາງ ​ໂຄງການ​ຈະ​ສືບຕໍ່​ສຸມ​ໃສ່​ປັບປຸງ ​ແລະ ຂະຫຍາຍ​ໂຄງການ​ໄລຍະ 1 ທີ່​ຈັດຕັ້ງປະຕິບັດ​ຜ່ານ​ມາ ຢູ່​ເມືອງ​ພູ​ກູດ, ຜາ​ໄຊ, ຄູນ, ຄຳ ​ແລະ ​ເມືອງ​ທ່າ​ໂທມ ​ໃຫ້​ກາຍ​ເປັນ​ບ້ານ​ຕົວ​ແບບ​ໃນ​ການ​ພັດທະນາ ​ເຊິ່ງມີ​ກິດຈະກຳ​ກຸ່ມ​ເກົ່າ 19 ​ໂຄງການ​ຍ່ອຍ ມູນ​ຄ່າ 79 ພັນ​ໂດ​ລາ, ກິດ ຈະກຳ​ທີ່​ຄາດ​ວ່າ​ຈະ​ຂະຫຍາຍ​ໃໝ່​ປະກອບ​ມີ ການ​ປູກ​ພືດ​ຜັກ​ອິນ​ຊີ, ການ​ສົ່ງ​ເສີມ​ປູກ​ເຂົ້າ​ໄກ່​ນ້ອຍ​ອິນ​ຊີ ​ແລະ ສ້າງ​ສູນ​ບໍລິການ​ຜົນ​ຜະ ລິດ​ຂອງ​ກຸ່ມ​ປູກ-ກຸ່ມ​ລ້ຽງ​ໄວ້​ຮອງ​ຮັບ, ງົບປະມານ​ທີ່​ຕັ້ງ​ໄວ້ 47 ພັນ​ໂດ​ລາ. ນອກ​ນັ້ນ ທາງ​ໂຄງການ​ຍັງ​​ໃຫ້​ທຶນ​ເຝິກອົບຮົມ​ວຽກ​ງານ 3 ສ້າງ​ໃຫ້​ວິຊາ​ການ​ແຂວງ 7 ຄົນ, ລົງ​ປະຈຳ​ຢູ່​ກຸ່ມ​ບ້ານ​ເປົ້າໝາຍ ​ເພື່ອ​ເປັນ​ການຈັດຕັ້ງຜັນ​ຂະ ຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ​ແລະ ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ 5 ປີຄັ້ງ ທີ VII ຂອງ​ລັດຖະບານ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ປະສົບ​ຜົນສຳ​ເລັດ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.

No comments:

Post a Comment