ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການພົວພັນຮ່ວມມືລະ
ຫວ່າງຫ້ອງວ່າການສະພາແຫ່ງຊາດກັບສະມາຄົມ ເຢຍລະມັນ- ລາວ ເພື່ອການພັດທະນາ ກ່ຽວກັບໂຄງການຫລຸດຜ່ອນຄວາມ
ທຸກຍາກ ແລະ ພັດທະນາຊົນນະ ບົດ ໃນຂະແໜງການຕ່າງໆຢູ່ເຂດຫ່າງໄກສອກຫລີກ ໄດ້ມີຂຶ້ນໃນວັນທີ
7 ມັງກອນນີ້ ຢູ່ຫໍສະພາແຫ່ງຊາດ ລະຫວ່າງທ່ານ ດຣ. ອຸ່ນແກ້ວ ວຸທິລາດ ກຳມະການຄະນະປະຈຳ,
ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ແລະ ທ່ານ ຫັດສະດົງ ດວງສິມມາ ຜູ້ບໍລິ ຫານອົງການຊ່ວຍເຫລືອສາກົນ
ໂດຍຊ້ອງໜ້າທ່ານ ດຣ. ກຸແກ້ວ ອັກຄະມົນຕີ ກຳມະການຄະນະປະຈຳ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ
ແລະ ທ່ານເອກອັກຄະລັດ ຖະທູດຜູ້ມີອຳນາດແຫ່ງສາທາ ລະນະລັດ ສະຫະພັນເຢຍລະມັນ
ປະຈຳ ສປປ ລາວ ພ້ອມດ້ວຍພະ ນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມນຳດ້ວຍ.
ໃນບົດບັນທຶກດັ່ງກ່າວລະບຸວ່າ: ສຳລັບໄລຍະທຳອິດໂຄງ
ການຈະມີກຳນົດ 2 ປີ ນັບແຕ່ມື້ ລົງລາຍເຊັນເປັນຕົ້ນໄປ ໂດຍຝ່າຍສະມາຄົມເຢຍລະມັນລາວຈະສະໜອງເງິນຊ່ວຍເຫລືອທັງໝົດ
267.150 ເອີໂຣ ເພື່ອຈະໄດ້ນຳໃຊ້ເຂົ້າໃນການກໍ່ສ້າງສ້ອມແປງ ແລະ ປັບປຸງລະບົບຊົນລະ
ປະທານຂະໜາດນ້ອຍ, ນ້ຳສະ ອາດ,
ນ້ຳລິນ, ນ້ຳບາດານ, ໂຮງ ຮຽນ, ສຸກສາລາ ແລະ ອື່ນໆ ແລະ
ຈະເປັນທຶນເຝິກອົບຮົມວິຊາການປູກຝັງ-ລ້ຽງສັດ ແລະ ຫັດຖະກຳ; ໃຫ້ຄຳແນະນຳແກ່ຜູ້ໄດ້ຮັບໂຄງການ,
ຮຽນຮູ້ວິທີບຳ ລຸງຮັກສາ ແລະ ຄຸ້ມຄອງນຳໃຊ້ໂຄງການ; ສົ່ງເສີມຄວາມອາດສາມາດຂອງສະມາຄົມທີ່ບໍ່ຫວັງຜົນກຳໄລໃນວຽກງານການພັດ
ທະນາ; ທຸກໆໂຄງການຂະໜາດນ້ອຍ ມີມູນຄ່າປະມານ 5.000 ເອີໂຣ ຫລື 50 ລ້ານກວ່າກີບ.
ໂຄງ ການດັ່ງກ່າວແມ່ນຈະເຄື່ອນໄຫວຢູ່ທົ່ວປະເທດໃນຂົງເຂດທຸກຍາກ, ດ້ອຍໂອກາດ
ແລະ ຫ່າງໄກສອກ ຫລີກທີ່ມີຄວາມຕ້ອງການຊ່ວຍເຫລືອດ່ວນ ໂດຍມີຄະນະຊີ້ນຳໂຄງການ
3 ລະດັບ ຄືກຳມາທິ ການບັນດາເຜົ່າສະພາແຫ່ງຊາດ, ຫ້ອງການ ສສຊ ປະຈຳເຂດເລືອກຕັ້ງ
ແລະ ຫ້ອງການເມືອງທີ່ກ່ຽວຂ້ອງ ເຊິ່ງການຄັດເລືອກໂຄງການຕ່າງໆແມ່ນຄະນະ ສສຊ
ປະຈຳເຂດເລືອກຕັ້ງສົມທົບກັບອົງການປົກຄອງບ້ານ, ເມືອງ ແລະ ແຂວງເປັນຜູ້ນຳສະເໜີມາຍັງກຳມາທິການບັນດາເຜົ່າ
ເພື່ອຕົກລົງ ແລະ ນຳສະເໜີຂໍການອະ ນຸມັດໂຄງການຕາມຄວາມເໝາະສົມຈາກສະມາຄົມດັ່ງກ່າວທີ່ຊ່ວຍເຫລືອລ້າມາຈາກພາກສ່ວນ
ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດທີ່ຢູ່ຫ່າງໄກສອກຫລີກໃຫ້ດີຂຶ້ນ.

No comments:
Post a Comment