Ad

Ad

11 January 2013

ກອງປະຊຸມຄັ້ງ VII ຂອງຄະນະກຳມາທິການປະຕິຮູບລະບົບການສຶກສາແຫ່ງຊາດ


        ​ຄະນະ​ກຳ​ມະ​ທິການ​ແຫ່ງ​ຊາດກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ ຄັ້ງ​ທີ VII ໄດ້ຈັດ​ກອງ​ປະຊຸມ​ຂຶ້ນໃນ​ວັນ​ທີ 10-11 ມັງກອນ 2013 ທີ່ສູນ​ຝຶກອົບ ຮົມ​ສາກົນ ICTC ຫລັກ 5 ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ດຣ ພັນ​ຄຳ ວິພາ​ວັນ ລັດຖະມົນ​ຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ ທັງເປັນປະທານ​ຄະນະ​ກຳ​ມະ​ທິການ​​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ.
     ທ່ານ ດຣ.ພັນ​ຄຳ ວິພາ​ວັນ ໄດ້​ກ່າວ​​​​ໄຂ​ກອງປະຊຸມວ່າ:ຜ່ານ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ​​ເຫັນ​ວ່າ ດ້ານ​ປະລິມານ ແລະ ຄຸນ​ນະພາ​ບ ຂອງການສຶກສາແຫ່ງ ຊາດໄດ້ເລີ່ມມີການຫັນ ປ່ຽນດີຂຶ້ນກວ່າເກົ່າ,ພ້ອມດຽວກັນນັ້ນ ໃນທົ່ວສັງຄົມກໍເລີ່ມ ເຂົ້າໃຈທັດສະນະ ແລະເປັນ ເອກະພາບນຳທິດທາງການປະຕິ
ຮູບລະບົບການສຶກສາແຫ່ງຊາດ. ເຖິງຢ່າງໃດກໍຕາມຍັງມີບາງບັນຫາເປັນຂໍ້ ຈຳກັດຊຶ່ງຈະໄດ້ສືບຕໍ່ແກ້ໄຂເປັນຕົ້ນ ແມ່ນບັນຫາແນວຄິດບາງອັນທີ່ບໍ່ທັນເປັນ ເອກະພາບຕໍ່ ລະບົບການຄຸ້ມຄອງ ການສຶກສາ, ການຈັດການສຶກສາ, ການຈັດ ການ ສອນ-ການຮຽນຫຼັກສູດລະ ດັບຕ່າງໆ ໂດຍສະເພາະແມ່ນ ສາຍອາຊີວະ ສຶກສາ,ການສຶກສາ ຊັ້ນສູງທັງ ພາກລັດ ແລະ ເອກະ ຊົນ, ໂດຍເຫັນໄດ້ ສະພາບການ ດັ່ງກ່າວມາ ນັ້ນແລະ ເພື່ອແກ້ໄຂ ສະພາບບັນຫາຂອງ ການສຶກສາ ທີ່ບໍ່ທັນຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງ ການຂອງການ ພັດທະນາເສດຖະ ກິດ-ສັງຄົມ ຂອງປະເທດກໍຄື ຂອງ ແຕ່ລະ ທ້ອງຖິ່ນໂດຍປະຕິບັດໄດ້ ຕາມ ການຊີ້ນຳການຈັດຕັ້ງປະຕິບັດ ການປະຕິຮູບລະບົບການສຶກສາແຫ່ງຊາດ ໃນມະຕິຕົກລົງຂອງ ລັດຖະບານ ສະບັບເລກທີ 10, ລົງວັນທີ 9 ຕຸລາ 2012 ແລະ ສະບັບເລກທີ 64,ລົງວັນທີ 12 ພະຈິກ 2012 ຂອງກົມ ການເມືອງສະນັ້ນ ໃນແຜນປະຕິຮູບລະບົບການສຶກ ສາແຫ່ງຊາດ 2013 ນີ້ ຈະໄດ້ລົງ ເລິກການປະຕິຮູບວຽກ ງານອາຊີ ວະສຶກສາ,ການສຶກສາຊັ້ນສູງ ແລະ ວຽກງານສ້າງຄູນອກຈາກ ນັ້ນຍັງຈະໄດ້ຮັບຟັງການລາຍ ງານ ແລະ ພິຈາລະນາຮັບຮອງເອົານິຕິກຳຈຳນວນໜຶ່ງເພື່ອຮັບໃຊ້ ແລະ ເປັນເອກະພາບກັນໃນ ການປະຕິບັດແຜນ ຍຸດທະສາດ ການປະຕິຮູບລະບົບການສຶກສາ ແຫ່ງຊາດໄລຍະທີ II(2011 -2015) ເພື່ອແນ່ໃສ່ເຮັດໃຫ້ການສຶກ ສາແຫ່ງຊາດມີການຫັນປ່ຽນໃໝ່ທີ່ມີຄຸນນະພາບດີຂຶ້ນ ແລະ ສ້າງຄວາມເຊື້ອໝັ້ນທີ່ເປັນເອກະພາບທົ່ວສັງຄົມໃນ ການປະຕິບັດຕົວຈິງ.

No comments:

Post a Comment