Ad

Ad

11 January 2013

ນາຍົກລັດຖະມົນຕີຕ້ອນຮັບປະທານສະພາປະຊາຊົນ ແຂວງວິງຟຸກ ສສ.ຫວຽດນາມ


           ທ່ານ ທອງ​ສິງ ທຳ​ມະ​ວົງ, ກຳ​ມະ ການ​ກົມ​ການ​ເມືອງ​, ນາຍົກລັ​ດຖະມົນຕີ​ແຫ່ງ ສປປ ລາວ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ຟາ​ມ ວັນ​ວອງ, ກຳມະການ​ສູນ​ກາງ​ພັກກອມ​ມູນິດ​ຫວຽດ ນາມ, ​ເລຂາ​ຄະນະ​ພັກ​​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ວິ​ງຟຸກ ​ແຫ່ງ ສສ ຫວຽດນາມ ​ແລະ ຄະນະ​ໃນ​ວັນ​ທີ 10 ມັງ ກອນ 2013 ຢູ່​ທີ່​ຫ້ອງ​ວ່າການ​ລັດຖະບານ, ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ດັ່ງກ່າວ​ໄດ້ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ນະຄອນ ຫລວງ​ວຽງ​ຈັນ​ແຕ່​ວັນ​ທີ 7-11 ມັງກອນ 2013.
           ​ໃນ​ໂອກາດ​ນີ້ ທ່ານ ນາຍົກລັດຖະ ມົນຕີ ທອງ​ສິງ ທຳ​ມະ​ວົງ​ໄດ້​ສະ​ແດງ​ການ​ຕ້ອນຮັບ, ຊົມ​ເຊີຍ​ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ທ່ານ ຟາ​ມ ວັນ​ວອງ ​ປະທານ​ສະພາ​ປະ ຊາຊົນ​ແຂວງ​ວິ​ງຟຸກ ສສ ຫວຽດນາມ ​ແລະ ຄະນະ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ໃນ​ຄັ້ງນີ້ ອັນເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ​ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ ມິດຕະພາບ  ຄວາມ​
ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ ຫວ່າງ​ສອງ​ພັກ-ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ​ອ້າຍ​ນ້ອງ​ໂດຍ​ສະ​ເພາະ​ແມ່ນ​ການພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ​ວິ​ງຟຸກ ​ແລະ ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ​ໃຫ້​ນັບ​ມື້ຂະ ຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.
            ພ້ອມ​ນັ້ນ ທ່ານປະທານ​ສະພາ​ປະຊາຊົນ​ແຂວງ​ວິ​ງຟຸກກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ ນາຍົກລັດຖະມົນຕີ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ສືບຕໍ່​​ເພີ່ມ​ທະວີເສີມ​ຂະຫຍາຍ​ສາຍ​ພົວພັນ​ພັນຮ່ວມ​ມື​ກັບ​ບັນດາ​ແຂວງ​ພາກ​ເໜືອ​ຂອງ ສປປ ລາວ​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຫລວງ​ນ້ຳ​ທາ​ທີ່​ເປັນ​ແຂວງ​ແຮກ​ຊຽວຂອງ​ແຂວງ​ວິ​ງຟຸກ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ ​ແລະ ​ໃນ​ໂອກາດ​ຢ້ຽມຢາມບັນດາ​ແຂວງ​ພາກ​ເໜືອລາວ​ນັ້ນ, ຄະນະ​ໄດ້​ຕົກລົງ​ເຫັນ​ດີ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ແຂວງ​ຫລວງ​ນ້ຳທາ​ໃນ​ການ​ກໍ່ສ້າງ​ພະນັກງານ ​ແລະ ​ໃຫ້​ທຶນ​ການ​ສຶກສາ​ແກ່​ແຂວງ​ດັ່ງ ກ່າວ​ໃນ​ລະດັບ​ມະຫາ ​ແລະ ​ເໜືອ​ມະຫາວິທະຍາ​ໄລ​ຢູ່ ສສ ຫວຽດ ນາມ ດ້ວຍ​ທຶນ​ຂອງ​ແຂວງ ​ແລະ ​ໃນ​ໂອກາດ​ນີ້ ​ແຂວງ​ວິ​ງຟຸກ​ໄດ້​ມອບ​ເງິນ​ຈຳນວນ 5 ​ແສນ​ໂດ​ລາ ສະໜັບສະໜູນ​ການ​ກໍ່ສ້າງ​ຫໍ​ປະ ຊຸມ​ແຂວງ​ຫລວງ​ນ້ຳທາ. ພ້ອມ​ນັ້ນ ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກ ທຸລະກິດ​ສອງ​ຝ່າຍ​ໄດ້​ເຂົ້າມາ​ລົງ ທຶນ​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ.

No comments:

Post a Comment