Ad

Ad

14 January 2013

ເມືອງທ່າແຂກເລັ່ງປະຕິສັງຂອນອົງພະທາດສີໂຄດຕະບອງ


     ຄະນະຮັບຜິດຊອບຊີ້ນຳ ແລະ  ອະນຸກຳມະການພະແນກກ່ຽວ ຂ້ອງຮ່ວມກັບເມືອງທ່າແຂກ ແຂວງຄຳມ່ວນ ໄດ້ພ້ອມກັນເລັ່ງ ລົງມືເພື່ອປະຕິສັງຂອນອົງພະ ທາດສີໂຄດຕະບອງຄືນໃຫມ່ໃນ ບ່ອນທີ່ຊຳລຸດແຕກແຫງໃຫ້ທັນ ໃນງານບຸນນະມັດສະການພະ ທາດສີໂຄຕະບອງປະຈຳປີ 2013.
     ທ່ານ ພົມມາ ພັນທະລັງສີ ເຈົ້າເມືອງໆທ່າແຂກ, ຮອງຫົວ ຫນ້າຄະນະປະຕິສັງຂອນພະ ທາດສີໂຄດຕະບອງ ໃຫ້ສຳພາດ ຕໍ່ນັກຂ່າວ ປະຈຳແຂວງເມື່ອວັນ ທີ 10 ມັງກອນ 2013 ນີ້ວ່າ : ພາຍຫລັງມີຂໍ້ຕົກລົງແຕ່ງຕັ້ງ ຂອງ ທ່ານເຈົ້າແຂວ ງໃນນາມອະນຸກຳມະການໄດ້ມີການຄົ້ນຄວ້າ ຄວາມເປັນໄປໄດ້ 2 ວຽກໃຫຍ່ ຂອງອົງພະທາດສີ ໂຄດ ຕະບອງ ເຊິ່ງເຫັນວ່າອົງພະທາດແມ່ນມີ  ຕົ້ນໂພເກີດຢູ່ເທິງອົງພະທາດ ແລະ ອີກບັນຫາຫນຶ່ງແມ່ນເຫັນ ວ່າ ບາງຈຸດ ຂອງອົງພະທາດ ແມ່ນຊຳລຸດແຕກແຫງ ສະນັ້ນ, ມີ ຄວາມຈຳເປັນຕ້ອງໄດ້ມີການປະ ຕິສັງຂອນຄືນ ໃຫມ່
ໂດຍໄດ້ມີ ການສົມທົບຈາກະຊວງຖະແຫຼ່ງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ພາຍໃຕ້ການຊີ້ນຳຈາກຄະ ນຳພັກອຳນາດການປົກຄອງ ແຂວງຄຳມ່ວນ. ເຊິ່ງມາຮອດປັດ ຈຸບັນໄດ້ດຳເນີນການປະຕິສັງ ຂອນແຕ່ວັນທີ 1 ມິຖຸນາ 2012 ເປັນຕົ້ນມາ ໂດຍແມ່ນລັດວິສາ ຫະກິດກໍ່ສ້າງ ແລະ ສຳຫລວດ ອອກແບບເຄຫາສະຖານແຂວງ ເປັນຜູ້ດຳເນີນການປະຕິສັງຂອນ ປະກອບມີຫນ້າວຽກດ່ັງນີ້ : ກາດ ຫ້າງ, ຂູດ, ໂບກ, ທາສີ ໄດ້ສຳ ເລັດແລ້ວ 74% ຄາດວ່າຈະໃຫ້ ສຳເລັດໃນວັນທີ 25 ມັງກອນ 2013 ລວມມູນຄ່າ 221 ລ້ານ ກວ່າກີບ. ທ່ານ ພົມມາ ພັນທະ ລັງສີ ຍັງກ່າວຕື່ມວ່າ: ເນື່ອງ ຈາກຫລາຍປີຜ່ານມາ ບຸນນະມັດ ສະຖານພະທາດດັ່ງກ່າວບໍ່ເອື້ອ ອນວຍເທົ່າທີ່ຄວນ. ສະນັ້ນ, ທາງ ອະນຸກຳມະການປະຕິສັງຂອນ ອົງພະທາດໄດ້ມີໂຄງການເພື່ອ ເທທາງຍ່ງແຫ່ຜາສາດເຜິ້ງ ແລະ ວຽນທຽນອ້ອມບໍລິເວນອົງພະ ທາດ ແລະ ວິຫານພະເຈົ້າໃຫຍ່ ກຳມະການຈາກເມືອງທ່າແຂກ ແລະ ມີພະອາຈານ ຈາກວັດນາ ໂບດ ວັດປາກເປັ່ງ ແລະ ພະແນກ ການກ່ຽວຂ້ອງ ບັນດາຫນ້າ ວຽກຕ່າງໆນັ້ນໄດ້ກໍ່ສ້າງເປັນ ລັອກ ກວ້າງ 5 ແມັດ, ຍາວ 10 ແມັດ ເປັນເບຕົງເສີມເຫລັກທັງ ຫມົດມີເນື້ອທີ່ 3.000 ແມັດກ້ອນ, ມີ 60 ລັອກ ແຕ່ລະ ລັອກປະມານ 50 ແມັດກ້ອນ, ມູນຄ່າປະມານ 300 ລ້ານກີບ. ເຊິ່ງມູນຄ່າດັ່ງ ກ່າວທາງຄະນະກຳມະການໄດ້ ປຸກລະດົມແຫລ່ງ ທຶນຈາກຫລາຍ ພາກສ່ວນ, ຫ້າງຮ້ານ, ທຸລະກິດ ທັງພາກລັດ ແລະ ເອກະຊົນ, ປະຊາຊົນ ພາຍໃນ ແລະ ແລະ ຕ່າງປະເທດທີ່ມີຈິດໃຈໃສສັດທາທີ່ເຊື່ອມໄດ້ໃນພຸດທະສາສະໜາ.

No comments:

Post a Comment