Ad

Ad

14 January 2013

ເຊັນບົດບັນທຶກຄວາມເຂົ້າໃຈໂຄງການຕົ້ນແບບກ່ຽວກັບຄວາມປອດໄພຂອງແມ່ ແລະ ເດັກ


       ວັນທີ 8 ມັງກອນ 2013 ນີ້, ຢູ່ພະແນກສາທາລະນະສຸກ ແຂວງຈຳປາສັກໄດ້ມີພິທີເຊັນ ບົດບັນທຶກຄວາມເ ຂົ້າໃຈໂຄງ ການຕົ້ນແບບກ່ຽວກັບຄວາມ ປອດໄພຂອງແມ່ ແລະ ເດັກຢູ່ ແຂວງຈຳປາສັກລະຫວ່າງ ລັດ ຖະບານ ລາວ ຕາງຫນ້າໂດຍພະ ແນກສາລະນະສຸກແຂວງ ກັບອົງ ການແພດໂລກ ເຊິ່ງເປັນອົງການ ສາກົນບໍ່ສັງກັດລັດ ຖະບານ. ໂດຍມີທ່ານ ດຣ.ບຸນຖອງ ດີວີໄຊ ຮອງເຈົ້າແຂວງຈຳປາສັກ ທັງ ເປັນຜູ້ຊີ້ນຳວຽກງານວັດທະນະ ທຳສັງ ຄົມເຂົ້າຮ່ວມ.
      ໃນພິທີ ທ່ານນາງ ອິສແບລ ດີຄູ ( ຜູ້ປະສານງານອົງການ ແພດໂລກປະຈຳລາວ ກ່າວວ່າ : ໂຄງການຕົ້ນແບບ ກ່ຽວກັບ ຄວາມປອດໄພຂອງແມ່ ແລະ ເດັກຢູ່ແຂວງຈຳປາສັກ ຈະຈັດ ຕັ້ງປະຕິບັດຢູ່ເມືອງສຸຂຸມາ ແລະ ເມືອງມຸນ ລະປາໂມ, ໂຮງຫມໍຈຳ ປາສັກ ແລະ ເມືອງໂຂງ, ໂຮງ ຫມໍແຂວງ ແລະ ວິທະຍາໄລ ວິ ທະຍາສາດສຸຂ ະພາບ ແຂວງ ເລີ່ມແຕ່ເດືອນມັງກອນປີ 2013 ຮອດເດືອນທັນວາປີ
2015 ໂດຍ ນຳໃຊ້ງົບປະມານທັງຫມົດ 1.6 ລ້ານ ໂດລາສະຫະລັດ ເຊິ່ງເປັນ ທຶນຊ່ວຍເຫລືອລ້າຈາກອົງການ ແພດໂລກ, ຈຸດປະສົງເພື່ອຫລຸດ ຜ່ອນອັດຕາການເຈັບ ເປັນ, ອັດ ຕາການຕາຍຂອງແມ່ ແລະ ເດັກ ນ້ອຍອາຍຸຕຳ່ກວ່າ 5 ປີ ທັງເປັນ ການປັບປຸງຄຸນນະພາບ ແລະ ເຂົ້າ ເຖິງການປ້ອງກັນ ແລະ ການຮັກສາສຸຂະພາບໃຫ້ແກ່ແມ່ ຍິງຖືພາ, ແມ່ຍິງໄວຈະເລີນພັນ ແລະ ເດັກນ້ອຍອາ ຍຸຕຳ່ກວ່າ 5 ປີ ຢູ່ບັນດາເມືອງເປົ້າຫມາຍດັ່ງ ກ່າວ.
     ໂຄງການຕົ້ນແບບກ່ຽວກັບ ຄວາມປອດໄພຂອງແມ່ ແລະ ເດັກ ຢູ່ແຂວງຈຳປາສັກໄລຍະທີ 1 ແມ່ນຈັດຕັ້ງປະ ຕິບັດ ຢູ່ເມືອງມຸນລະປາໂມກ ແລະ ເມືອງສຸຂຸ ມາ ໃນປີ 2011-2012 ທີ່ຜ່ານມາ ໂດຍນຳໃຊ້ງົບປະມານທັງຫມົດ ແສນກວ່າໂດລາສະຫະລັດ, ກິດ ຈະກຳສ່ວນຫລາຍແມ່ນສຸມໃສ່ ການປັບປຸງຟື້ນຟູ ແລະ ສະໜອງ ອຸປະກອນ ການແພດສຳລັບການ ເບິ່ງແຍງແມ່, ເດັກເກີດໃຫມ່ ແລະ ເດັກນ້ອຍອາຍຸຕຳ່ກວ່າ 5 ປີ ຢູຕາມສຸກສາລາ ແລະ ໂຮງຫມໍ ໂດຍອີງຕາມຄວາມຕ້ອງການ ຂອງແຕ່ລະບ່ອນ ລວມທັງການ ເຝິກອົບຮົມ ແລະ ຕິດຕາມຊຸກຍູ້ ພະນັກ ງານແພດທີ່ຮັບຜິດຊອບຕໍ່ ການເບິ່ງແຍງສຸຂະພາບແມ່ ແລະ ເດັກ ຢູ່ຕາມສຸກສາລາ ແລະ ໂຮງຫມໍເປົ້າຫມາຍ ໃນແຕ່ລະບ່ອນ.

No comments:

Post a Comment