Ad

Ad

14 January 2013

ການກໍ່ສ້າງເສັ້ນທາງເລກທີ 16 ຄືບຫນ້າປະມານ 25%


     ການກໍ່ສ້າງ ແລະ ຂະຫຍາຍ ເສັ້ນທາງເລກທີ 16 ແຕ່ຂົວຂ້າມ ນ້ຳຂອງ (ລາວ-ຍີ່ປຸ່ນ) ບ້ານຄັນ ແຍງ ຫາດ່ານຊາຍແດນສາກົນ ວັງເຕົ່າ-ຊ່ອງເມັກ ເມືອງໂພນ ທອງ ແຂວງຈຳປາສັກ ມີຄວາມ ຄືບໜ້າ 25% ພາຍຫລັງໄດ້ເລີ່ມ ລົງມືຈັດຕັ້ງປະຕິບັດແຕ່ຕົ້ນປີ 2012 ຜ່ານມາ.
     ທ່ານ ອຸດອນ ແກ້ວດວງດີ ຜູ້  ອຳນວຍການບໍລິສັດດວງດີກໍ່ ສ້າງຂົວ-ທາງຈຳກັດ ຜູ້ຮັບເໝົາ ກໍ່ສ້າງ ໃຫ້ຮູ້ວ່າ: ເສັ້ນທາງເລກທີ  16 ແຕ່ຂົວຂ້າມນ້ຳຂອງ (ລາວ-ຍີ່ ປຸ່ນ) ບ້ານຄັນແຍງ ຫາດ່ານຊາຍ ແດນສາກົນວັງເຕົ່າ ເມືອງໂພນ ທອງ ແຂວງຈຳປາສັກ ມີຄວາມ ຍາວ 42 ກິໂລແມັດ, ບໍລິສັດໄດ້ ສະເໜີລັດຖະບານຂໍອະນຸມັດໂຄງ ການລົງທຶນກໍ່ສ້າງ ແລະ ຂະ ຫຍາຍເສັ້ນທາງດັ່ງກ່າວໃນຮູບ ແບບບີໂອທີ (BOT) ທີ່ມີໄລຍະສຳ ປະທານບູລະນະ ເປັນເວລາ 45 ປີ, ທາງເສັ້ນນີ້ຈະໄດ້ກໍ່ສ້າງ ແລະ
ຂະຫຍາຍຈາກທາງເກົ່າ 2 ເລນ ໃນເມື່ອກ່ອນ ມາເປັນ 4-6 ເລນ ໂດຍໜ້າທາງແມ່ນປູຢາງອັດສະ ຟານ (ຢາງຂົ້ວ) ເຊິ່ງມີມູນຄ່າ ການກໍ່ສ້າງທັງໝົດ 31 ລ້ານກວ່າ ໂດລາ. ປັດຈຸບັນ, ການກໍ່ສ້າງມີ ຄວາມຄືບໜ້າ 25% ແລະ ຄາດ ວ່າຈະໃຫ້ສຳເລັດພາຍໃນປີ 2014 ເພື່ອເປັນການ ຮອງຮັບໃຫ້ແກ່ ການກ້າວສູ່ປະຊາຄົມເສດຖະກິດ ອາຊຽນ ໃນປີ 2015. ໂຄງການນີ້ ພາຍຫລັງສຳເລັດ ຈະສົ່ງຜົນ ປະໂຫຍດຫລາຍຢ່າງຕໍ່ປະເທດຊາດ ກໍຄືປະຊາຊົນແຂວງຈຳປາສັກ ເຊັ່ນ: ຊ່ວຍປະຢັດລາຍຈ່າຍງົບ ປະມານຂອງ ລັດລົງໃນການ ລົງທຶນກໍ່ສ້າງຂະຫຍາຍເສັ້ນ ທາງ, ປະຢັດຄ່າໃຊ້ຈ່າຍໃນການ ບຳລຸງຮັກສາບູລະນະ, ລັດຈະໄດ້ ລາຍຮັບຈາກການດຳເນີນງານ ຂອງໂຄງການ ເປັນຕົ້ນລາຍຮັບ ຈາກອາກອນຕົວເລກທຸລະກິດ (ອຕທ), ອາກອນ ກຳໄລ (ອຕກ) ແລະ ໄດ້ຈາກອາກອນເງິນເດືອນ  (ອງດ), ປະຊາຊົນພໍ່ຄ້າຊາວຂາຍ ມີຄວາມສະດວກໃນການສັນ ຈອນໄປມາ, ການຊື້-ຂາຍສິນຄ້າ ອອກສູ່ຊາຍແດນ ກໍຄືປະເທດໃກ້ ຄຽງ ແລະ ສຳຄັນຄືເປັນການຍົກ ລະດັບເສັ້ນ ທາງໃຫ້ໄດ້ມາດຕະ ຖານ ແລະ ທຽມທັນກັບສາກົນ ກໍ  ຄືບັນດາປະເທດໃກ້ຄຽງໃນການ ແກ້ໄຂບັນຫາການສັນ ຈອນໄດ້ ວ່ອງໄວ. ພ້ອມນັ້ນ ກໍຍັງເປັນ ການດຶງດູດນັກທ່ອງທ່ຽວຊາຍ ແດນ ແລະ ຕ່າງປະເທດເຂົ້າມາທ່ຽວ ແຂວງຈຳປາສັກໃຫ້ຫລາຍ ຂຶ້ນໃນຕໍ່ໜ້າ.

No comments:

Post a Comment