Ad

Ad

14 January 2013

ນັກທຸລະກິດມາເລເຊຍສົນໃຈເຂົ້າມາລົງທຶນປູກປາມຢູ່ແຂວງຈຳປາສັກ


     ນັກທຸລະກິດຂອງປະເທດມາ ເລເຊຍມີຄວາມສົນໃຈຢາກເຂົ້າ ມາລົງທຶນປູກຕົ້ນປາມ ເພື່ອເປັນ ວັດຖຸດິບຜະລິດເປັນນ້ຳມັນໄບໂອດີເຊວຂະໜາດໃຫຍ່ ແລະ ຈະສ້າງໃຫ້ເປັນສູນການຜະລິດໃນ ລາວ ໂດຍຄາດວ່າເນື້ອທີ່ຕ້ອງການຫລາຍເຖິງ 40 ພັນກວ່າເຮັກ ຕາ ຢູ່ແຂວງຈຳປາສັກ.
    ໃນໂອກາດທີ່ທ່ານ ດາໂຕ ເອກ ອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງປະເທດມາເລເຊຍ ພ້ອມຄະ ນະ ໄດ້ມາຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງຈຳປາສັກ ໃນວັນທີ 9 ມັງກອນນີ້ ເຊິ່ງໃຫ້ກຽດຕ້ອນ ຮັບໂດຍທ່ານ ສົມສະໜິດ ບຸດຕິ ວົງ ຮອງເລຂາພັກແຂວງ, ຮອງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຊິ່ງທ່ານໄດ້ແຈ້ງເຈດຈຳ ນົງ ວ່າ: ມີນັກທຸລະກິດຂອງປະເທດ ມາເລເຊຍ ກໍຄືບໍລິສັດແຟວດາ ເຊິ່ງເປັນບໍລິສັດທີ່ເຮັດທຸລະກິດດ້ານນ້ຳມັນ
ໃຫຍ່ ເປັນອັນດັບ 2 ຂອງປະເທດມາເລເຊຍ ມີຄວາມ ສົນໃຈຢາກເຂົ້າມາລົງທຶນໃນຂົງ  ເຂດກະສິກຳ ເປັນຕົ້ນປູກຕົ້ນ ປາມ ເພື່ອເປັນວັດຖຸດິບຜະລິດເປັນນ້ຳ ມັນດີເຊວຢູ່ແຂວງຈຳປາສັກ ເຊິ່ງ ຈະສ້າງໃຫ້ເປັນສູນການຜະລິດ ຂະ ໜາດໃຫຍ່ຢູ່ປະເທດລາວ ໂດຍຄາດວ່າມີຄວາມຕ້ອງການ ເນື້ອທີ່ດິນເພື່ອປູກຕົ້ນປາມປະ ມານ 40 ພັນ ກວ່າເຮັກ ຕາ. ນອກນັ້ນ ກໍແມ່ນປູກຢາງພາລາ ແລະ ປູກອ້ອຍ.
    ໃນໂອກາດນີ້, ທ່ານ ສົມສະ ໜິດ ບຸດຕິວົງ ກໍໄດ້ຕີລາຄາສູງຕໍ່ ການມາຢ້ຽມຢາມຂອງຄະນະຜູ້ ແທນໃນເທື່ອນີ້ ທີ່ເປັນການເສີມ ຂະຫຍາຍສາຍພົວພັນການຮ່ວມ ມືລະຫວ່າງສອງປະເທດໃຫ້ນັບມື້ ມີການຂະຫຍາຍຕົວ ຍິ່ງໆ ຂຶ້ນ. ພ້ອມນີ້ ທາງແຂວງກໍມີຄວາມຍິນ ດີໃຫ້ການຮ່ວມມືຕໍ່ຄວາມສົນໃຈ ຂອງນັກລົງທຶນດັ່ງກ່າວ ໂດຍໃຫ້ ບໍລິສັດ ທີ່ສົນໃຈຢາກເຂົ້າມາລົງ ທຶນສົມທົບກັບພະແນກການທີ່ ກ່ຽວຂ້ອງຂອງແຂວງລົງສຶກສາ ສຳຫລວດຂໍ້ມູນເບື້ອງ ຕົ້ນເຖິງ ຄວາມເປັນໄປໄດ້ໃນການລົງທຶນ ໃນຕໍ່ໜ້າ.

No comments:

Post a Comment