Ad

Ad

14 January 2013

ເຊັນບົດບັນທຶກການກໍ່ສ້າງເຂື່ອນ ໄຟຟ້າຂະຫນາດນ້ອຍລະຫວ່າງ ພະແນກແຜນການ ແລະ ການລົງ ທຶນກັບບໍລິສັດພູສີຫລວງພະບາງກໍ່ສ້າງ-ຂົວທາງ


        ວັນທີ່ 10 ມັງກອນ 2013 ນີ້ ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະ ບາງ ໄດ້ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫ່ວາງ ພະນກ ແຜນການ ແລະ ການລົງທຶນ ກັບ ບໍລິສັດ ພູສີ ຫຼວງ ພະບາງ ກໍ່ສ້າງ- ຂົວທາງ ເພື່ອສຳຫຼວດ ແລະ ສຶກ ສາຄວາມເປັນໄປໄດ້ ໂຄງການກໍ່ ສ້າງເຂື່ອນ ໄຟຟ້ານ້ຳຕົກທີ່ແຂວງຫລວງພະບາງ.ໂດຍການເປັນປະ ທານ ຂອງ ທ່ານ ດຣ ບົວຄົງ ນາມມະວົງ ຮອງເຈົ້າແຂວງໆ ຫຼວງພະບາງ,  ມີ ຫົວໜ້າ ແລະ ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ເຂົ້າ ຮ່ວມຢ່າງພ້ອມພຽງ.
        ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງ ທ່ານ ເຈົ້າແຂວງຫຼວງພະ ບາງ, ສະບັບເລກທີ 220/ຈຂ.ຫຼບ, ວັນທີ່ 5 ທັນວາ 2012 ວ່າດ້ວຍ ການອະນຸມັດ ໃຫ້ ບໍລິສັດ ພູສີ ຫຼວງພະບາງ ກໍ່ສ້າງຂົວ-ທາງ ຈຳກັດ
ດຳເນີນການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໂຄງການສ້າງເຂື່ອນໄຟຟ້ານ້ຳ ຕົກ ຂະໜາດນ້ອຍ 15 MW ລົງມາ ຕາມສາຍນ້ຳມັດຢູ່ເຂດເມືອງ ໂພນທອງ, ສາຍນ້ຳແຊງ, ຢູ່ເຂດ ເມືອງວຽງຄຳ-ເມືອງປາກແຊງ ແລະ ສາຍນ້ຳມີ້ ຢູ່ເຂດເມືອງ ວຽງຄຳ, ເມືອງປາກແຊງ ແຂວງຫຼວງ ພະ ບາງລະຫວ່າງພະແນກແຜນ ການແລະການລົງທຶນແຂວງ ຫລວງພະ ບາງຝ່າຍ (ກ) ກັບບໍລິ ສັດ ພູສີ ຫຼວງພະບາງກໍ່ສ້າງຂົວ- ທາງ ຈຳກັດ ຝ່າຍ (ຂ), ສະບັບນີ້ ປະກອບ ມີທັງໝົດ 15 ມາດຕາ ຈຸດປະສົງ ແລະ ລະດັບຄາດໝາຍ ຝ່າຍ ກ, ຕົກລົງໃຫ້ຝ່າຍ ຂ, ຊຶ່ງແມ່ນບໍລິສັດພູສີກໍ່ສ້າງເປັນຜູ້ກໍ່ ສ້າງ ເຂື່ອນໄຟຟ້ານ້ຳຕົກຂະໜາດ ນ້ອຍ 15 MW ລົງມາ ຢູ່ແຂວງ ຫລວງພະບາງ, ຂັ້ນຕອນລະອຽດ ແມ່ນ ໄດ້ດຳເນີນ ການສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ແລະ ຕີລາຄາຄວາມອາດສາມາດ ໃນການຜະລິດກະແສໄຟຟ້າ ໃຫ້ມີ ປະ ສິດທິຜົນ,ປະສານສົມທົບກັບ ພາກ ສ່ວນທີ່ກ່ຽວ ຂ້ອງຕ່າງໆ ຕາມການລົງທຶນ. ສ້າງແຜນດຳ ເນີນງານ ຂອງໂຄງການ ຕະຫຼອດ ໄລຍະການສຳຫຼວດ ແລະ ສຶກສາ ໂຄງການເພື່ອຕິດຕາມ ຄວາມຄືບ ໜ້າພາຍຫຼັງເຊັນ ບົດບັນ ທຶກ ຊ່ວຍ ຈຳ30ວັນ,ການສ້າງບົດປະ ເມີນ ຜົນ ກະ ທົບຕໍ່ສິ່ງແວດລ້ອມ ແລະ ສຶກສາໂຄງການ ຕາມລະ ບຽບ ກົດໝາຍ ຂອງ ສປປ ລາວ ຕາມ ແຕ່ລະໄລຍະ. ປະສານສົມທົບກັບ ຝ່າຍ ກ, ພະແນກການທີ່ກ່ຽວ ຂ້ອງ ຂອງແຂວງ ແລະ ອຳນາດ ການປົກຄອງທ້ອງຖິ່ນ ກ່ອນຈະ ລົງມືຈັດຕັ້ງປະຕິບັດໂຄງການ. ຝ່າຍ ຂ ຕ້ອງວາງເງິນ ຄ້ຳປະກັນ ການປະຕິບັດບົດບັນທຶກຄວາມ ເຈົ້າຈຳນວນເງິນ 20.000 ໂດລາ ສະຫະລັດ,ພາຍ ຫລັງການເຊັນ ບົດບັນທຶກຄວາມ ເຂົ້າ ໃຈ 30 ວັນ. ເງິນຄ້ຳປະກັນດັ່ງກ່າວນີ້, ຖ້າຫາກຝ່າຍ ຂ ປະຕິບັດພັນທະ ແລະ ເງື່ອນໄຂທີ່ ກຳນົດໄວ້ໃນ ບົດບັນທຶກຄວາມ ເຂົ້າ ໃຈແລະ ປະຕິບັດໜ້າວຽກ ຕາມທີ່ໄດ້ກຳ ນົດໄວ້ໃນແຜນດຳ ເນີນງານຂອງ ບໍລິສັດບໍ່ໄດ້ເກີນ 50% ໂດຍການ ຢັ້ງຢືນ ຈາກພະແນກການທີ່ກ່ຽວ ຂ້ອງ ເງິນຄໍ້າປະກັນດັ່ງກ່າວ ຈະ ຖືກສົ່ງຄືນ ໃຫ້ຝ່າຍ ຂ ທັງໝົດ, ການຈັດຕັ້ງປະຕິບັດໂຄງການ ໄດ້ 50% ຕາມໜ້າວຽກທີ່ໄດ້ກຳນົດ ໄວ້ ໃນແຜນດຳເນີນງານ ບໍລິສັດ ແລະ ບໍ່ມີການລາຍງານຄວາມ ຄືບໜ້າ ໃຫ້ແກ່ ຝ່າຍ ກ, ເງິນຈຳ ນວນດັ່ງກ່າວ ຈະຖືກຮິບເປັນ ຂອງລັດ.
           ຈາກນັ້ນທັງສອງກໍໄດ້ລົງ ເຊັນ ບົດ ບັນທຶກລະຫ່ວາງທ່ານ ບຸນລ້ວນ ສິງນະຄອນ ຫົວໜ້າພະ ແນກແຜນ ການແລະການລົງທຶນ ກັບ ທ່ານ ດວງປະທຸມມະລັກ ຮອງອຳນວຍການບໍລິສັດພູສີກໍ່ ສ້າງ - ຂົວທາງ.

No comments:

Post a Comment