Ad

Ad

14 January 2013

ລາວ-ຍີ່ປຸ່ນສະເຫລີມສະຫລອງປີໃຫມ່ສາກົນ


        ສະຖານເອກອັກຄະຣາຊະທູດ ຍີ່ ປຸ່ນປະຈຳ ສປປ ລາວຮ່ວມກັບສະມາ ຄົມຄົນຍີ່ປຸ່ນທີ່ປະເທດລາວ (AJRL) ແລະ ສະພາການຄ້າ ແລະ ອຸດສາຫະ ກຳຍີ່ປຸ່ນທີ່ວຽງຈັນ (JCCIV) ໄດ້ຈັດງານສະເຫລີມສະ ຫລອງປີ ໃຫມ່ສາກົນຂຶ້ນ ໃນວັນທີ 11 ມັງກອນ 2013 ທີ່ບ້ານພັກພະນະທານທູດຍີ່ປຸ່ນນະຄອນຫລວງວຽງຈັນ.
          ຫລັງຈາກພະນະທ່ານທູດຍີ່ປຸ່ນ ຈຸນໂກະ ໂຢໂກຕະ (Junko Yokota) ສິ້ນສຸດການມີຄຳເຫັນ, ແຂກທີ່ຖືກ ເຊີນ ທັງລາວ ແລະ ຍີ່ປຸ່ນ ຕ່າງກໍໄດ້ ອວຍພອນປີໃຫມ່ເຊິ່ງກັນ ແລະ ກັນ ແລະ ຮັບປະທານອາຫານພື້ນ ເມືອງຍີ່ ປຸ່ນສະເພາະປີໃຫມ່ ດ້ວຍຄວາມເບີກ ບານມ່ວນຊື່ນ.
          ນອກນັ້ນ ແຂກຍັງໄດ້ມ່ວນຊື່ນ ກັບ ການຫລິ້ນເກມກິລາປີໃຫມ່ຍີ່ປຸ່ນ ເຊັ່ນ : Kendama (ເຄນດາມະ), Koma-mawashi (ຫມາກຂ່າງ), ແລະ Hanetsuki (ເກມກິລາຄ້າຍຄືຕີດອກປີກໄກ່).
     ເປັນກຽດ ເຂົ້າຮ່ວມໃນງານ ດັ່ງກ່າວມີ ພະນະທ່ານ ປອນເມກ ດາລາລອຍ ປະທານສະມາຄົມ ມິດຕະພາບລາວ-ຍີ່ປຸ່ນ, ພະນະ ທ່ານ ດຣ. ສົມພູ ດວງສະຫວັນ ປະທານສະມາຄົມມິດຕະພາບລັດ ຖະສະພາລາວ-ຍີ່ປຸ່ນ, ບັນດາອະ ດີດທູດລາວປະຈຳຍີ່ປຸ່ນ, ຄະນະ ບໍລິ ຫານງານສະມາຄົມອະດີດ ນັກສຶກສາລາວຈາກປະເທດຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ທີ່ອາໃສຢູ່ ປະເທດລາວ.

No comments:

Post a Comment