Ad

Ad

14 January 2013

ນະຄອນຫລວງ​ວຽງ​ຈັນພວມ​ເລັ່ງປັບປຸງ​ພື້ນຖານໂຄງ​ລ່າງ​ຮອງ​ຮັບ​ກອງ​ປະຊຸມ​ທ່ອງ​ທ່ຽວ​ອາ​ຊຽນ


     ປັດຈຸບັນ ນະຄອນຫລວງ​ວຽງ​ຈັນ​ພວມ​ສຸມ​ໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ ນັບ​ທັງ​ສະຖານ​ທີ່​ພັກ​ເຊົາ, ​ໂຮງ​ແຮມ, ຮ້ານ​ອາຫານ, ຖະໜົນ​ຫົນທາງ ຕະຫລອດ​ຮອດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຕ່າງໆ ​ເພື່ອ​ຮອງ​ຮັບ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທ່ອງ​ທ່ຽວ​ອາ​ຊຽນ (ATF) ຄັ້ງທີ 32 ​ເຊິ່ງຈະ​ມີ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 17-24 ມັງກອນ​ນີ້ ​ໃຫ້​ມີ​ບັນຍາ ກາດ ​ຄຶກຄື້ນ ​ແລະ ຮັບປະກັນ​ຜົນສຳ​ເລັດ​ສູງ. ໜຶ່ງ​ໃນ​ນັ້ນກໍ​ແມ່ນ​ການ​ລົງມື​ກໍ່ສ້າງ​ທາງ​ຮ່ອມ​ 1, ​ຮ່ອມ 8 ​ແລະ ຮ່ອມ 10 ​ເຂດ​ບ້ານ​ສີດຳ​ດວນ ລວມມີ​ຄວາມ​ຍາວ 800 ​ແມັດ ​ແລະ ​ເສັ້ນທາງ​ຮ່ອມ 1 ​ແລະ ຮ່ອມ 2 ຍາວ 214 ​ແມັດ ​ເປັນ​ເສັ້ນທາງ​ເບ​ຕົງ. ​ເສັ້ນທາງ​ຮ່ອມ​ດັ່ງກ່າວ​ແມ່ນ​ນອນ​ຢູ່​ໃນ​​ເຂດ​ໃຈກາງ​ຂອງ​ເມືອງ​ຈັນທະ​ບູລີ ​ເພື່ອ​ແນ​ໃສ່​ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ການ​ສັນຈອນ​ໄປມາ​ໃນ​ເຂດ​ໃຈກາງ​ຕົວ​ເມືອງ​ດີ​ຂຶ້ນ. ດັ່ງ​ທ່ານ ວິ​ໄຊ ​ໄລ​ລະ​ມິດ​ມົງຄຸນ ກຳມະການ​ຜູ້​ຈັດການ​ບໍລິສັດ​ເດືອນ​ສະຫວັນ​ກຣຸບຈຳກັດ ​ເຊິ່ງ​ເປັນ​ບໍລິສັດ​ທີ່​ໄດ້​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ດັ່ງກ່າວ ​ໄດ້​ລາຍ​ງານ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະນາ ​ໃນ​ວັນ​ທີ 9 ມັງກອນ​ນີ້ວ່າ: ​ໃນ​ຄວາມ​ຈິງ​ແລ້ວ ບໍລິສັດ​ຂອງ​ຕົນ​ແມ່ນ​ໄດ້​ເຕີບ​ໃຫຍ່​ມາ​ຈາກ​ເຮັດ​ບໍລິການ​ຂົນ​ສົ່ງ​ມາ​ຫລາຍ​ກວ່າ 30 ປີ​
ແລ້ວ, ​ແຕ່​ໂດຍ​ມອງ​ເຫັນ​ເຖິງ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ລາວ, ບໍລິສັດ​ຈຶ່ງ​ໄດ້​ຫັນ​ມາ​ເຮັດ​ວຽກ​ງານ​ກໍ່ສ້າງ​ຕື່ມ​ອີກ ​ແລະ ກໍ​ໂຊກ​ດີ​ທີ່​ໄດ້​ລົງທຶນ​ກ່ອນ ​ເພື່ອ​ຮັບ​ເໝົາ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ​ສາຍ​ສຳຄັນ​ນີ້ ຄື​ເສັ້ນທາງ​ຮ່ອມ 1, ຮ່ອມ 8 ​ແລະ ຮ່ອມ 10 ​ໃນ​ເຂດ​ບ້ານ​ສີດຳ​ດວນ ມີ​ມູນ​ຄ່າ​ການ​ລົງທຶນ 4,6 ຕື້ກີບ, ​ໃນ​ນັ້ນ ມີ​ທຶນ​ສົມທົບ​ຂອງ​ປະຊາຊົນ 10% ​ໂດຍ​ຈະ​ສ້າງ​ເປັນ​ທາງ​ເບ​ຕົງ​ເສີມ​ຫລັງ​ກວ້າງ 5 ​ແມັດ ພ້ອມ​ຮ່ອງ​ລະບາຍ​ນ້ຳທີ່​ໄດ້​ມາດຕະຖານ, ສ່ວນ​ເສັ້ນທາງ​ຮ່ອມ 1 ​ແລະ ຮ່ອມ 2 ບ້ານ​ຊຽງ​ຍືນ ຈະ​ສ້າງ​ເປັນ​ເສັ້ນ ທາງ​ເບ​ຕົງ​ເສີມ​ຫລັກ ກວ້າງ 5 ​ແມັດ ຕົກ​ເປັນ​ມູນ​ຄ່າ​ຫລາຍ​ກວ່າ 1,2 ຕື້ກີບ, ​ໃນ​ນັ້ນ ມີ​ທຶນ​ປະກອບ ສ່ວນ​ຂອງ​ປະຊາຊົນ 30%, ສ່ວນ​ເຫລືອ​ເປັນ​ທຶນ​ລັດ. ພາຍຫລັງ​ສຳ​ເລັດ​ການ​ກໍ່ສ້າງ​ແລ້ວ, ລັດ​ຈະ​ສົ່ງ​ທຶນ​ດັ່ງກ່າວ​ໃຫ້​ບໍລິສັດ​ຜູ້​ຮັບ​ເໝົາ.
           ​ໃນ​ໂອກາດ​ນີ້, ຜູ້​ຈັດການ​ບໍລິສັດ​ດັ່ງກ່າວ​ກໍ​ຮຽກຮ້ອງ​ມາ​ຍັງ​ປະຊາຊົນ​ຜູ້​ຢູ່​ເຂດ​ໂຄງການ​ຈົ່ງ​ໄດ້​ອຳນວຍ​ຄວາມ​ສະດວກ ​ແລະ ​ໃຫ້ການ​ຮ່ວມ​ມື​ປະຕິບັດ​ການ​ກໍ່ສ້າງ​ໃຫ້​ສຳ​ເລັດ​ລົງ​ໂດຍ​ໄວ​ຕາມ​ຄາດໝາຍ​ວາງ​ໄວ້​ພາຍ​ໃນ 6 ​ເດືອນ. ທັງ​ນີ້ກໍ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ສັນ ຈອນ​ໄປ​ມາ​ບົນ​ເສັ້ນທາງ​ຮ່ອມ​ດັ່ງກ່າວ ທັງ​ເປັນ​ການ​ປະກອບ ສ່ວນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ນະຄອນຫລວງ​ວຽງ​ຈັນ​ນັບ​ມື້ຈະ​ເລີ​ນຮຸ່ງ​ເຮືອງ.

No comments:

Post a Comment