Ad

Ad

14 January 2013

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງເລັ່ງແກ້ໄຂບັນຫາລາຄາສິນຄ້າເພີ່ມຂຶ້ນ


        ຫວ່າງມໍ່ໆມານີ້ ລາຄາສິນ ຄ້າບາງປະເພດຢູ່ຕາມທ້ອງຕະ ຫຼາດໃນນະຄອນຫຼວງ ມີການ ເໜັ່ງຕີງ ແລະ ເພີ່ມເພີ່ມຂຶ້ນ ຫ່າງ ສຽງສັງຄົມເປັນຫ່ວງຕໍ່ສະພາບ ດັ່ງກ່າວ ແລະ ອາດຈະສົ່ງຜົນກະ ທົບຕໍ່ຜູ້ບໍລິໂພກ ໂດຍສະ ເພາະ ແມ່ນຜູ້ທີ່ມີລາຍຮັບຕ່ຳ. ໃນຂະນະ ທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ກໍພວມ ເລັ່ງ ກວດກາ ແລະ ແກ້ໄຂບັນຫາ ດັ່ງກ່າວຢ່າງເຄັ່ງ ຮ້ອນ ເນື່ອງ ຈາກປັດໄຈການສະຫນອງບໍ່ພຽງພໍ.
       ຕໍ່ກັບບັນຫາດັ່ງກ່າວ ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າ ພະແນກອຸດ ສາຫະກຳ ແລະ ການຄ້າ ນະຄອນຫຼວງ ໃຫ້ຮູ້ວ່າ: ຈາກການລົງສຳຫຼວດ, ຕິດຕາມ ແລະ ກວດກາລາຄາສິນຄ້າ ໂດຍ ໜ່ວຍ ງານຂະ ແໜງການຄ້າ ພາຍໃນເປັນປະຈຳມາ ແລະຈາກ ຂໍ້ມູນຕົວຈິງ ຕາມການລາຍງານ ຂອງຫ້ອງການອຸດສາ ຫະກຳ ແລະ ການຄ້າປະຈຳເມືອງ ເຫັນ ວ່າລາຄາສິນຄ້າປັດຈຸບັນຖືວ່າຍັງ ຢູ່ໃນເກນປົກກະຕິ ເຊິ່ງລາຄ້າສິນ
ຄ້າບາງປະເພດທີ່ມີການເພີ່ມຂຶ້ນ ຢູ່ຕະຫຼາດບາງແຫ່ງນັ້ນ ແມ່ນ ເປັນໄປຕາມກົນໄກເສດຖະກິດຕະ ຫຼາດ, ຫາກເມື່ອໃດສະພາບແວດ ລ້ອມບໍ່ອຳນວຍ ແລະ ການສະ ໜອງບໍ່ພຽງພໍ ລາຄາສິນຄ້າບາງ ປະເພດກໍມີການ ເພີ່ມຂຶ້ນ ຈາກ ຄວາມໂລບມາກໂລພາເຫັນແກ່ ໄດ້ຂອງແມ່ ຄ້າບາງຄົນ, ຜູ້ຮັບ ຜິດຊອບ ວຽກງານດັ່ງກ່າວຢື່ນ ຢັນວ່າ: ການເພີ່ມຂຶ້ນຂອງລາຄາ ສິນຄ້າທີ່ວ່ານີ້ ບໍ່ມີສ່ວນກ່ຽວຂ້ອງ ກັບການ ຂຶ້ນເງິນ ເດືອນຂອງພະນັກງານລັດ ຖະກອນແຕ່ຢ່າງໃດ.
           ຫົວໜ້າພະແນກອຸດສາຫະ ກຳ ແລະ ການຄ້າ ຍັງໃຫ້ຮູ້ອີກ ວ່າ: ປັດຈຸບັນທາງໜ່ວຍງານທີ່ ກ່ຽວ ຂ້ອງ ພວມເລັ່ງກວດກາ ແລະ ຕິດຕາມບັນຫາດັ່ງກ່າວ ຫາກເຫັນວ່າມີການລະເມີດ ໂດຍ ສະເພາະຖ້າມີ ການຕັ້ງ ລາຄາ ສິນຄ້າເກີນກວ່າທີ່ລັດກຳນົດ ຕ້ອງມີ ມາດຕະການຕໍ່ຜູ້ລະມີດໂດຍການ ຕັກເຕືອນ, ປັບໄໝ ຫຼື ຍຶດສິນຄ້າຂອງ ຜູ້ກະທຳຜິດ.
         ສຳລັບປະຊາຊົນ ຜູ້ໃດຫາກ ບໍ່ໄດ້ຮັບຄວາມຍຸຕິທຳດ້ານການ ຊື້ - ຂາຍ ໂດຍສະເພາະຊື້ສິນຄ້າບໍ່ ກົງກັບ ປ້າຍລາຄາ ຫຼື ສິນຄ້າບໍ່ ໄດ້ນ້ຳໜັກຕາມລາຄາທີ່ຊື້ກໍສາ ມາດແຈ້ງຕໍ່ຫ້ອງການຈັດສັນ ຫຼື ເຈົ້າຂອງ ຕະຫຼາດ ແລ້ວ ໂທຫາພະນັກງານກວດກາການຄ້າທີ່ ປະຈຳຢູ່ຫ້ອງການແຕ່ລະເມືອງ ຫຼື ສາມາດແຈ້ງຫາ ອົງການຄຸ້ມ ຄອງລາຄາ ຂັ້ນນະຄອນຫຼວງ ແລະ ພະນັກງານກວດກາການ ຄ້າຂະແໜງການຄ້າພາຍໃນ ຂອງພະແນກອຸດສາຫະກຳ ແລະ ການຄ້າເພື່ອປະຕິບັດຕໍ່ຜູ້ລະເມີດໄດ້ທຸກເວລາໃນໂມງລັດຖະການ.

No comments:

Post a Comment