ພິທີຕ້ອນຮັບຖ້ຽວບິນຄັ້ງປະຖົມມະລຶກ ວຽງຈັນ-ອິນຊອນ
(ສ.ເກົາຫລີ) ມີຂຶ້ນໃນຕອນບ່າຍວັນທີ 12 ມັງກອນນີ້ ຢູ່ສະໜາມບິນສາ ກົນວັດໄຕ
ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະເຫລີມ ໄຕຍະລາດ ຫົວໜ້າພະແນກການຄ້າ
ລັດວິສາຫະກິດການບິນລາວ ພ້ອມດ້ວຍພະນັກ ງານການບິນລາວເຂົ້າຮ່ວມ.
ທ່ານ ສະເຫລີມ ກ່າວວ່າ: ການ ບິນລາວໄດ້ນຳໃຊ້ເຮືອບິນແອບັດ
A320 ເພື່ອໃຊ້ບິນຖ້ຽວບິນປະຖົມມະລຶກໃນສາຍທາງລະຫວ່າງ ນະຄອນຫລວງວຽງຈັນຫາສະໜາມບິນອິນຊອນ
ສາທາລະນະລັດເກົາ ຫລີ ໂດຍໄດ້ບິນອອກຈາກສະ ໜາມບິນສາກົນວັດໄຕໄປສະ ໜາມບິນອິນຊອນໃນຕອນຄ່ຳຂອງວັນທີ
11 ມັງກອນ 2013 ແລະ ກັບມາສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນຕອນບ່າຍວັນທີ
12 ມັງກອນ 2013 ໂດຍໃຊ້ເວລາໃນການບິນປະມານ 5 ຊົ່ວໂມງ ເຊິ່ງມີຜູ້ໂດຍ ສານໃຊ້ບໍລິການສາຍການບິນຄັ້ງປະຖົມມະລຶກດັ່ງກ່າວປະມານ
100 ກວ່າຄົນ.
ທ່ານ ສະເຫລີມ ກ່າວວ່າ: ການ ບິນລາວຈະໃຫ້ບໍລິການສາຍການ
ບິນໃໝ່ ແຕ່ວຽງຈັນ-ສ.ເກົາຫລີ ອາທິດລະ 3 ຖ້ຽວແລະ ຈະຄ່ອຍໆ ກ້າວສູ່ການບິນທຸກວັນ
ຖ້າຫາກມີຜູ້ໂດຍສານເພີ່ມຂຶ້ນ ໃນປີ 2012 ຜ່ານມາ ມີຜູ້ໂດຍສານໃຊ້ບໍລິການຂອງການບິນລາວປະມານ
1 ລ້ານຄົນ.

No comments:
Post a Comment