Ad

Ad

14 January 2013

ງານ​ວາງສະ​ແດງທ່ອງ​ທ່ຽວ​ອາ​ຊຽນປີ 2013 ຈະມີຜູ້​ເຂົ້າ​ຮ່ວມ​ເກືອບ 500 ຮ້ານ


        ໃນ​ງານ​ວາງສະ​ແດງ​ທ່ອງ​ທ່ຽວ​ອາ​ຊຽນ ຄຽງ​ຄູ່​ກັບ​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ ອາ​ຊຽນຄັ້ງທີ 32 ທີ ສປປ ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​​ແຕ່​ວັນ​ທີ 18-24 ມັງກອນ 2013 ນີ້ຢູ່​ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ, ນະ​ຄອນ​ຫລວງ​ວຽງ​ຈັນ ແລະ ຈະມີ​ຜູ້​ເຂົ້າ​ຮ່ວມ 400 ກວ່າ​ພາກສ່ວນ, ຈາກ 10 ປະ​ເທດ ອາຊຽນລວ​ມ ທັງ ສປປ ລາວ, ມີ​ທັງ​ໝົດ​ເກືອບ 500 ຮ້ານ​ຊຶ່ງ​ລື່ນ​ຄາດໝາຍ​ທີ່​ກຳນົດ​ໄວ້, ທັງ​ລື່ນ​ມາ​ດຖານ​ຂອງ​ອາ​ຊຽນກຳ ນົດ​ອອກ​ຄື: ​ໃຫ້​ຢູ່​ໃນ​ລະຫວ່າງ 400  ຫາ 450 ຮ້ານ​ຂັ້ນສູງ​ສຸດ
          ທ່ານ ຈະ​ເລີ​ນ ວາລິນທະລາ​ສັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ​ (ຖວທ) ໄດ້​ໃຫ້​ສຳພາດ​ ໃນ​ວັນ​ທີ 11 ມັງ ກອນ 2013 ນີ້​ວ່າ:ການຈັດງານ​ວາງສະ​ແດງ​ໃນ​ຄັ້ງນີ້ ບັນດາ​ຫົວ ໜ່ວຍ​ທຸລະ​ກິດ​ຂອງ 10 ປະ​ເທດ ອາ​ຊຽນ ທີ່​ມາ​ວາງສະ​ແດງ​ນີ້ມີ​ຄວາມ​ໝັ້ນ​ໃຈ​ສູງ ​ທີ່​ຈະ​ໄດ້​ຍາດ​ເອົາ​ໂອກາດ​​ໃນ​ຄັ້ງນີ້​ ເພື່ອ​ໂຄສະ ນາຜະລິດ​ຕະພັນ​ການທ່ອງທ່ຽວ​ຂອງ​ຕົນ​ ໃນ​ການ​ພົບ​ປະຊື້-ຂາຍ​ກັບ​ຄູ່​ຮ່ວມ​ສັນຍາ​ທາງ​ທຸລະ​ກິດ​ ທີ່​ມາ​ຈາກ​ທົ່ວ​
ໂລກ ​ທັງ​ນີ້ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ເຊີນ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໃຫຍ່​ລະດັບ​ໂລກ​ເຂົ້າ​ຮ່ວມ​ຈຳນວນ 400 ກວ່າບໍ​ລີ​ສັດ​ໃນ​ນັ້ນ​ເຮົາ​ຮັບ​ພາລະ​ຄ່າ​ໃຊ້​ຈ່າຍ​ໃຫ້ 300 ກວ່າ​ຮ້ານ, ຈ່າຍ​ເອງ 62 ຮ້ານ, ສຳລັບ​ຮ້ານ​ວາງ ສະ​ແດງ​ຂອງ ສປປ ລາວ ​ແມ່ນ​ຈະ​ໄດ້​ວາງສະ​ແດງ​ຮູບ​ຈຳລອງ​ຫໍ​ຫຼັກ​ເມືອງ ​ເພື່ອ​ເປັນ​ຈຸດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ເຂົ້າ​ມາ​ຮ່ວມ​ງານ ​ພ້ອມ​ນີ້ຍັງ​ຈະ​ໄດ້​ແຈກ​ຢາຍ​ບັນດາ​ສິ່ງ​ພິມ ​ໂຄ ສະນາ​ການທ່ອງທ່ຽວ​ທາງ​ດ້ານ​ວັດທະນະ​ທຳ ​ແລະ ປະຫວັດ​ສາດ​ຂອງ​ລາວ​ ພ້ອມ​ທັງ​ ຕິດ​ຮູບ​ພາບ​ບັນດາ​ແຫ​ລ່ງທ່ອງ​ທ່ຽວ​ທີ່​ສຳຄັນ​ໃນ​ທົ່ວ​ປະ​ເທດ, ນອກ​ນັ້ນ ​ຍັງ​ມີ​ຮ້ານ​ວາງສະ​ແດງ​ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ໃນ​ຂະ​ແໜງ​ການທ່ອງ ທ່ຽວ​ຂອງ​ລາວ​ຈຳ ນວນ​ເກືອບ 30 ຮ້ານ​ທີ່​ນຳ​ເອົາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ລາຍການ​ທ່ອງ​ທ່ຽວ ​ແລະ ການ​ບໍລິການ​ມາ​ໂຄສະນາ, ພິ​ເສດ​ກຸ່ມ​ບໍລິສັດ​ດາວ​ເຮືອງ, ບໍລິສັດ​ເບຍ​ລາວ ​ແລະ ທະນາຄານ​ການ​ຄ້າ​ຕ່າງ ປະ​ເທດ​ລາວ​ ກຈະໍ​ໄດ້​ນຳ​ເອົາ​ຜະລິດ​ຕະພັນ ແລະ ການ​ບໍລິການ​ໃໝ່ໆ​ມາ​ວາງສະ​ແດງ​ເຊັ່ນ​ກັນ, ຊຶ່ງ​ທ່ານລັດຖະມົນຕີ​ຊ່ວຍວ່າການ ​ຖວທ ຍັງ​ກ່າວ​ຕື່ມ​ອີກ​ວ່າພາຍຫລັງ​ສຳ​ເລັດ​ການ ວາງສະ​ແດງ​ດັ່ງກ່າວ ​ເຮົາ​ຈະ​ໄດ້ນຳພາ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ແລະ ສື່​ມວນ​ຊົນ​ດ້ານ​ການທ່ອງ ທ່ຽວ​ຈຳນວນ​ໜຶ່ງ​ໄປ​ທ່ອງ​ທ່ຽວ ​ແຂວງ​ຫລວງ​ພະ​ບາງ ​ແລະ ​ແຂວງ​ຈຳປາ​ສັກ ​ໂດຍ​ມີ​ຈຸດ​ປິ​ສົງ​ເພື່ອ​ໂຄສະນາ​ການທ່ອງ ທ່ຽວ 2 ແຂວງ​​ແນ​ໃສ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ເດີນທາງ​ມາ​ທ່ອງ​ທ່ຽວ​ຢູ່​ ສປປ ລາວ​ໃຫ້​ນັບ​ມື້ນັບ​ຫລາຍຂຶ້ນ.

No comments:

Post a Comment