ໃນວັນທີ 11 ມັງກອນນີ້, ຢູ່ສຳນັກງານຕະຫລາດຫລັກຊັບລາວ
ໄດ້ຈັດງານເປີດໂລກແຫ່ງການລົງທຶນ 2013 ຂຶ້ນທີ່ສຳນັກ ງານຂອງຕົນ ໃນນະຄອນຫລວງວຽງຈັນ
ເພື່ອເປັນການສະເຫລີມສະຫລອງວັນຄົບຮອບ 2 ປີ ແຫ່ງການເປີດຊື້-ຂາຍຮຸ້ນຂອງບໍລິສັດຈົດທະບຽນໃນຕະຫລາດຫລັກຊັບລາວ
ຄືທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ
ໂດຍການເຂົ້າຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ເລຂາທິການຄະນະກຳມະການຄຸ້ມຄອງຫລັກຊັບ,
ທ່ານ ຮອງສາສະດາຈານ ເດດພູວັງ ມູລຣັຕນ໌ ປະທານຄະນະຫົວໜ້າໃຫຍ່ຜູ້ບໍລິ ຫານຕະຫລາດຫລັກຊັບລາວ
ພ້ອມດ້ວຍຜູ້ຕາງໜ້າຂອງບໍລິສັດ ຕ່າງໆຢູ່ລາວຫລາຍກວ່າ 20 ຫົວ ໜ່ວຍເຂົ້າຮ່ວມ.
ທ່ານ ຮອງສາສະດາຈານ ເດດພູວັງ ມູລຣັຕນ໌ ກ່າວວ່າ:
ງານຄັ້ງນີ້ຈັດຂຶ້ນພໍດີກັບວັນເປີດການແລກປ່ຽນຊື້-ຂາຍຕະຫລາດຫລັກຊັບລາວ ຄືໃນວັນທີ
11 ມັງກອນ 2011 ຜ່ານມາ, ງານດັ່ງກ່າວແມ່ນກາລະໂອກາດດີໃຫ້
ແກ່ນັກລົງທຶນສາມາດເຂົ້າເຖິງຄວາມຮູ້,
ວິທີການ ແລະ ການລົງທຶນຢ່າງມີປະສິດທິພາບ ໂດຍມີບໍລິສັດທີ່ໄດ້ຈົດທະບຽນແລ້ວ
ແລະ ບໍລິສັດທີ່ມີຄວາມພ້ອມໃນການເຂົ້າຈົດທະບຽນ ເພື່ອລະດົມທຶນຢູ່ໃນຕະ ຫລາດທຶນລາວ,
ໃນງານຍັງໄດ້ຈັດໃຫ້ມີການວາງສະແດງຜົນສຳເລັດການດຳເນີນທຸລະກິດ, ການບໍລິການຂອງບໍລິສັດດັ່ງກ່າວໃນ
2 ປີຜ່ານມາ, ພາຍຫລັງທີ່ມີການລະດົມທຶນຈາກຕະຫລາດທຶນລາວ ເພື່ອໃຫ້ບັນດານັກລົງທຶນຮັບຊາບ
ແລະ ມີຄວາມໝັ້ນໃຈໃນການສືບຕໍ່ລົງທຶນແລກປ່ຽນຊື້- ຂາຍຮຸ້ນຂອງ 2 ບໍລິສັດທີ່ໄດ້ຈົດທະບຽນຜ່ານມາ.
ນອກຈາກນີ້ ບັນດາບໍລິສັດທີ່ໄດ້ຈົດທະບຽນແລ້ວ ແລະ ຈະເຂົ້າຈົດທະບຽນ ຍັງໄດ້ສະແດງໃຫ້ເຫັນອະນາຄົດອັນສົດໃສໃນການດຳເນີນທຸລະກິດ
ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຖືຄອງຮຸ້ນ ແລະ ບັນດານັກລົງທຶນທີ່ພ້ອມຈະລົງທຶນໃນການລະດົມທຶນຢູ່ຕະຫລາດຂັ້ນໜຶ່ງ
ແລະ ແລກປ່ຽນຊື້-ຂາຍຮຸ້ນໃນຕະຫລາດຂັ້ນສອງ.
ທ່ານນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ
ແລະ ຕະຫລາດຫລັກຊັບ ກ່າວວ່າ: ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະ
ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII ໃຫ້ປາກົດຜົນເປັນຈິງ ແນໃສ່ບັນລຸຈຸດໝາຍແຫ່ງການລຶບລ້າງຄວາມທຸກຍາກ,
ສຳເລັດເປົ້າ ໝາຍສະຫັດສະວັດດ້ານການພັດທະນາໃນປີ 2015, ສ້າງພື້ນຖານອັນໜັກແໜ້ນເພື່ອນຳເອົາປະເທດຫລຸດພົ້ນ
ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ດ້ວຍການຫັນເປັນອຸດ ສາຫະກຳ ແລະ ທັນສະໄໝ.
ສະ ນັ້ນ ຈຶ່ງມີຄວາມຈຳເປັນຕ້ອງ ການແຫລ່ງທຶນຈຳນວນຫລາຍ ເພື່ອນຳມາພັດທະນາພື້ນຖານໂຄງລ່າງ
ແລະ ຂະຫຍາຍການຜະລິດ-ການບໍລິການ ແລະ ອີງໃສ່ບົດຮຽນຂອງຫລາຍປະເທດທີ່ຜ່ານຂະບວນວິວັດແຫ່ງການພັດ
ທະນາ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ແລະ ລັດ ຖະບານ ຈຶ່ງຕັດສິນໃຈສ້າງຕະ
ຫລາດຫລັກຊັບລາວຂຶ້ນ ເມື່ອວັນທີ 10 ຕຸລາ 2010 ແລະ ດຳເນີນການເຄື່ອນໄຫວຢ່າງເປັນທາງການ
ເມື່ອວັນທີ 11 ມັງກອນ 2011 ເປັນ ຕົ້ນມາ. ຕະຫລອດໄລ ຍະ 2 ປີຜ່ານມາ, ຕະຫລາດຫລັກຊັບລາວສາມາດຍາດໄດ້ຜົນສຳເລັດຫລາຍດ້ານ
ເຖິງວ່າຜະລິດຕະພັນໃນຕະຫລາດຍັງໜ້ອຍ, ແຕ່ການເຄື່ອນໄຫວຊື້-ຂາຍມີທ່າກ້າວຂະຫຍາຍຕົວຢ່າງໝັ້ນທ່ຽງ,
ພະນັກງານທຸກຄົນໄດ້ເອົາໃຈໃສ່ໃຫ້ບໍລິການຈົດທະບຽນຊື້-ຂາຍຫລັກຊັບ, ດຳເນີນການສະສາງຊຳລະຫລັກຊັບ
ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ, ໃນຂະນະທີ່ມູນຄ່າຕະ
ຫລາດ ແລະ ຈຳນວນນັກລົງທຶນກໍເພີ່ມຂຶ້ນ. ແນວໃດກໍຕາມ ການພັດທະນາວຽກງານຫລັກຊັບຢູ່ລາວເປັນວຽກໃໝ່
ແລະ ທ້າທາຍທີ່ສຸດ ເຊິ່ງພວກເຮົາຍັງຂາດປະ ສົບການໃນການເຄື່ອນໄຫວ ແລະ ຄຸ້ມຄອງ,
ນິຕິກຳທີ່ຈຳເປັນຈຳ ນວນໜຶ່ງຍັງບໍ່ທັນຄົບຖ້ວນ, ຜູ້ປະກອບການ ແລະ ພະນັກງານຍັງມີຈຳກັດ,
ຜູ້ລົງທຶນກໍຍັງບໍ່ທັນມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບການລົງທຶນ ແລະ ຄວາມສ່ຽງຕ່າງໆ.
ສະນັ້ນ ເພື່ອຮັບປະກັນໃຫ້ຕະຫລາດຫລັກຊັບສາມາດເຄື່ອນໄຫວໄດ້ຢ່າງໜັກແໜ້ນ ເຮັດໃຫ້
ການລະດົມທຶນຈາກມວນຊົນມີປະສິດທິພາບ ພ້ອມທັງເພີ່ມທະວີບົດບາດຂອງຕະຫລາດຫລັກຊັບຕໍ່ການພັດທະນາເສດຖະກິດ-
ສັງ ຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ ຈຶ່ງໄດ້ຈັດງານເປີດໂລກແຫ່ງການລົງທຶນສູ່ຕະຫລາດຫລັກຊັບລາວ
2013 ນີ້ຂຶ້ນໃນລະ ຫວ່າງວັນທີ 11-13 ມັງກອນ 2013.

No comments:
Post a Comment