Ad

Ad

14 January 2013

ເປີດນຳໃຊ້ເຂື່ອນໄຟຟ້ານ້ຳເທີນ-ຫີນບູນ ພາກຂະຫຍາຍຢ່າງເປັນທາງການ


     ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ​-ຫີນ​ບູນພາກ​ຂະຫຍາຍ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 11 ມັງກອນ ນີ້ ພາຍຫລັງ​ໄດ້​ດຳ​ເນີນ​ການ​ກໍ່ສ້າງ​ມາ​ເປັນ​ເວລາ 4 ປີ ​ໂດຍ​ການ​ເຂົ້າ ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະ ຫວັດ ຮອງ​ນາຍົກ ລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດ ຖະກິດ, ມີ​ບັນດາ​ຜູ້ນຳ​ພັກ-ລັດ​ຂັ້ນສູງ ​ແລະ ​ແຂກ​​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
     ທ່ານ ຄຳ​ມະນີ ອິນ​ທິລາດ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ກ່າວ​ວ່າ: ​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ເທີນ-ຫີນ​ບູນພາກ​ຂະຫຍາຍ​ແມ່ນ​ໂຄງການພັດທະນາ​ທີ່​ສຳຄັນ, ມີ​ປະສິດທິ​ຜົນ​ສູງ, ​ເປັນ​ລະບົບ​ຕໍ່​ເນື່ອງ ຕິດ​ພັນ​ກັບ​ຜົນສຳ​ເລັດ​ຂອງ​ການ​ດຳ​ເນີນ​ໂຄງການ​ເຂື່ອນ​ໄຟ ຟ້າ​ເທີນ-ຫີນ​ບູນ​ໄລຍະ I ​ແລະ ການ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ-ຫີນ​ບູນພາກ​ຂະຫຍາຍ​ໄລຍະ II ສຳລັບ​ການ​ກັກ​ເກັບ​ນ້ຳ ​ເພື່ອ​ນຳ​​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ກະ​ແສ​ໄຟຟ້າ​ໃຫ້​ພຽງພໍ ​ແລະ ການ​ບໍລິ ຫານ​ນ້ຳທີ່​ຜ່ານ​ການ​ຜະລິດ​ພະ ລັງງານ​ໄຟຟ້າ​ແລ້ວ​ລົງ​ສູ່​ສາຍ​ນ້ຳ​ເທີນ.

    ​ໂຄງການ​ກໍ່ສ້າງ​​ເຂື່ອນໄຟຟ້າ​ເທີນ-ຫີນ​ບູນພາກ​ຂະຫຍາຍ​ປະ ກອບ​ດ້ວຍ​ການ​ກໍ່ສ້າງ​ເຂື່ອນ​ໄຟ ຟ້າ​ນ້ຳຍວງ ​ແລະ ​ໂຮງ​ຈັກ​ຂອງ​ເຂື່ອນ​ໄຟຟ້າ​​ເທີນ-ຫີນ​ບູນພາກ​ຂະ ຫຍາຍ ​ເຊິ່ງລວມມີ​ກຳລັງ​ຕິດຕັ້ງ ທັງ​ໝົດ 280 MW ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້ 1.750 GWh ຕໍ່​ປີ ​ເຊິ່ງລວມກັນ​ກັບ​ເຂື່ອນ​ໄຟຟ້າ​ເທີນ-ຫີນ​ບູນ​ໃນ​ປັດຈຸບັນ​ແລ້ວ ຈະ​ມີ​ກຳລັງ​ຕິດຕັ້ງທັງ​ໝົດ 500 MW ສາມາດ​ຜະລິດ​ພະລັງ ງານ​ໄຟຟ້າ​ໄດ້​ປະມານ 3.000 GWh ຕໍ່​ປີ ​ໃນ​ນີ້ ສຳລັບ​ການ​ຜະ ລິດ​ໄຟຟ້າ​​ຂອງ​ເຂື່ອນ​ນ້ຳຍວງ​ແມ່ນ​ຈະ​ສະໜອງ​ໃຫ້ການ​ຊົມ​ໃຊ້​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ພຽງພໍ. ນອກ ຈາກ​ນີ້ ຍັງ​ມີ​ການ​ກໍ່ສ້າງ​ເຂື່ອນ​ກັນນ້ຳຮົ່ວ​ຊຶມ, ການ​ກໍ່ສ້າງ​ອຸ​ໂມງ, ການ​ກໍ່ສ້າງ​ໂຮງ​ຈັກ​​ເບີ 3 ​ແລະ ການ​ກໍ່ສ້າງ​ລະບົບ​ສາຍ​ສົ່ງ 230 ​ແລະ 115 KV ​ແລະ ມາ​ຮອດ​ທ້າຍ​ປີ 2012, ​ໂຄງການ​ດັ່ງກ່າວ​ໄດ້​ເລີ່​ມດຳ​ເນີນ​ການ​ຜະລິດ​ກະ​ແສ​ໄຟຟ້າ​ສະ​ເລ່ຍປະມານ 5.260 MWh ຕໍ່​ວັນ ​ແລະ ​ໄດ້​ສົ່ງ​ຂາຍ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ປະມານ 5.136 MWh ຕໍ່​ວັນ.
    ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ເທີນ-ຫີນ​ບູນພາກ​ຂະຫຍາຍ ​ເຊິ່ງ ລວມມີ​ບັນດາ​ໂຄງການ​ຍ່ອຍ​ຫລາຍ​ໂຄງການ ດ້ວຍ​ການ​ນຳ​ໃຊ້​ເຕັກນິກ​ໃນ​ລະດັບ​ສູງ, ທັນ​ສະ​ໄໝ, ມີ​ລັກສະນະ​ຄົບ​ວົງ​ຈອນ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ໂດຍ​ແມ່ນ​ບໍລິສັດ CMC ຈາກ​ປະ​ເທດ​ອີ​ຕາ​ລີ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ພາກພື້ນຖານ​ໂຄງ​ລ່າງ, ບໍລິສັດ Andriz ຈາກ​ປະ​ເທດ​ໂອ​ຕຣິດ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ພາກ​ລະບົບ​ໄຟຟ້າ-ກົນ​ຈັກ ​ແລະ ບໍລິສັດ Loxley ຈາກ​ປະ​ເທດ​ໄທ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ພາກ​ລະບົບ​ສາຍ​ສົ່ງ ​ແລະ ສະຖານີ, ມີ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 720 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ແມ່ນ​ໂຄງການ​ລົງທຶນ​ຮ່ວມ​ລະຫວ່າງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ຖື​ຮຸ້ນ 60%, ບໍລິສັດ GMS ຖື​ຮຸ້ນ 20% ​ແລະ ບໍລິສັດ Statkraf-2 ຖື​ຮຸ້ນ 20% ມີ​ໄລຍະ​ສຳ​ປະທານ 27 ປີ ຄື​ນັບ​ແຕ່​ປີ 2013 ຮອດ​ປີ 2039 ​ເຊິ່ງຜົນ​ໄດ້​ຮັບ​ທາງ​ດ້ານ​ການ​ເງິນ​ຂອງ​ພາກ​ລັດ ຕະຫລອດ​ໄລຍະ​ສຳ​ປະທານ​ຈາກ​ໂຄງການ​ດັ່ງກ່າວ​ຈະ​ມີ​ປະ ມານ 1.755 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນີ້ ຈະ​ປະກອບ​ດ້ວຍ​ເງິນ​ປັນ​ຜົນ​ປະມານ 1.201 ລ້ານ​ໂດ​ລາ​ສະ ຫະລັດ, ​ເງິນ​ຄ່າ​ພາກ​ຫລວງ 229 ລ້ານ​ໂດ​ລາ​ສະຫະລັດ ​ແລະ ອາ ກອນ​ກຳ​ໄລ 325 ລ້ານ​ໂດ​ລາ​ສະຫະລັດ. ​ໄປ​ພ້ອມໆ​ກັນນີ້ ​ໃນ​ໄລຍະ​ຜ່ານ​ມາ, ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ເທີນ-ຫີນ​ບູນພາກ​ຂະຫຍາຍ​ກໍ​ໄດ້​ສຸມ​ການ​ລົງທຶນ​ຈຳນວນ 60 ລ້ານ​ໂດ​ລາ​ສະຫະ ລັດ ​ເຂົ້າ​ໃສ່​ການ​ດຳ​ເນີນ​ວຽກ​ງານ​ປິ່ນ​ອ້ອມ ​ເປັນຕົ້ນນຳ​ໃຊ້​ງົບ ປະມານ​ຈຳນວນ 42 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ການ​ຍົກຍ້າຍ ​ແລະ ຈັດ​ສັນພູ​ມລຳ​ເນົາ​ໃຫ້​ແກ່​ປະຊາຊົນ, ຈຳນວນ 1,8 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ການ​ປັບປຸງ​ວຽກ​ງານ​ສິ່ງ​ແວ​ດລ້ອມ-ສັງຄົມ ​ແລະ 2,6 ລ້ານ​ໂດ​ລາ​ ​ແມ່ນ​ຈະ​ປະກອບສ່ວນ​​ເຂົ້າ​ໃນ​ການພັດທະ ນາ​ວຽກ​ງານ​​ສຶກສາ, ສາທາລະ ນະ​ສຸກ ​ແລະ ວຽກ​ງານ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ. ນອກຈາກ​ນີ້ ຍັງ​ໄດ້​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເປັນຕົ້ນ​ເສັ້ນທາງ​ຄົມມະນາຄົມ​ທີ່​ຖາວອນ​ເຂົ້າຫາ​ຊຸມ​ຊົນ ​ແລະ ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາ ຊົນ​ໄດ້​ເປັນ​ຈຳນວນ​ຫລາຍ​ພໍ​ສົມຄວນ.
       ຜົນສຳ​ເລັດ​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ເທີນ-ຫີນ​ບູນ ພາກ​ຂະຫຍາຍ​ຈະ​ເປັນ​ການ​ປະ ກອບສ່ວນສຳ ຄັນ​ເຂົ້າ​ໃນ​ການ​​ພັດທະນາ​ອຸດສາຫະກຳ​ໄຟຟ້າ ລາວ​ໃຫ້​ຂະຫຍາຍຕົວ​ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ​ຕາມ​ແນວທາງ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ​ຕາມ​ທິດ​ສັງຄົມ​ນິຍົມ ​ເຊິ່ງ​ໄດ້​ກຳນົດ​ໄວ້​ຢູ່​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ 5 ປີ​ຄັ້ງທີ VII, ປະ ກອບສ່ວນ​​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ນັບ​ມື້ດີ​ຂຶ້ນ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການຈັດຕັ້ງປະ ຕິບັດ​ຍຸດ​ທະ​ສາດ​ໃນ​ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ​ເຮັດ​ໃຫ້ ສປປ ລາວ ກາຍ​ເປັນ​ໃຈກາງ​ດ້ານ​ພະລັງງານ​ສຳລັບ​ຂົງ​ເຂດ​ນີ້.

No comments:

Post a Comment