ກະຊວງປ້ອງກັນປະເທດ ເປີດນຳໃຊ້ສະໜາມຍິງປືນໃນຮົ່ມ
ທີ່ໄດ້ມາດຕະຖານເພື່ອເປັນການພັດທະນາ ວົງການກິລາຍິງປືນຂອງ ກອງທັບ ໃຫ້ເທົ່າທຽມກັບລະດັບພາກພື້ນ, ສະໜາມດັ່ງກ່າວຈະນຳ ໃຊ້ເຂົ້າໃນການເຝິກແອບຂອງນັກກິລາກໍຄືຈັດການແຂ່ງຂັນລາຍ ການຕ່າງໆ.
ໃນວັນທີ 11 ມັງກອນ ມານີ້ ທີ່ ກົມໃຫຍ່ເສນາທິການກະຊວງ
ປ້ອງກັນປະເທດ ໄດ້ມີພິທີມອບ- ຮັບສະ ໜາມຍິງປືນ ໂດຍກ່າວມອບຂອງ ທ່ານ ພັນໂທ ສຸກນິລັນ ຄຳພິລາວົງ
ຫົວໜ້າກອງກໍ່ສ້າງເຂດ ເສດຖະກິດ ແນວຫລັງຍຸດທະສາດຜູ້ຮັບເໝົາ ໂຄງການກໍ່ສ້າງສະໜາມຍິງປືນ ແລະ
ຮັງໂດຍ ທ່ານ ພັນເອກ ສາຍໃຈ ກົມມະ ສິດຫົວໜ້າຫ້ອງການກົມ ໃຫຍ່ເສນາທິການກະຊວງປ້ອງກັນປະເທດເປັນກຽດເຂົ້າຮ່ວມ
ແລະ ຕັດແຖບຜ້າຂອງ ທ່ານ ພົນຕີ ສັນຍາຮັກ ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ,
ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ.
ທ່ານ ພັນໂທ ສຸກນິລັນ ຄຳພິລາວົງ ກ່າວລາຍງານວ່າ:
ສະ ໜາມຍິງປືນແຫ່ງນີ້ ມີມູນຄ່າການກໍ່ສ້າງທັງ ໝົດ 8 ຕື້ກວ່າກີບ ເຊິ່ງເປັນທຶນຂອງກະຊວງປ້ອງກັນປະເທດ,
ອາຄານແຫ່ງນີ້ມີ 2 ຫລັງ ຄື ອາຄານຍິງປືນ ຂະ ໜາດ
50 x 72 ແມັດ ປະກອບມີ: ຫ້ອງຍິງປືນຍາວກິລາ 3 ທ່າ, ປືນ ສັ້ນຍິງຊ້າ ໄລຍະ 50 ແມັດ, ຫ້ອງ ຍິງປືນໄວ 2 ຊຸດ ຈຳນວນ
10 ຊ່ອງ, ຫ້ອງຍິງປືນຍາວ-ປືນສັ້ນ ທະຫານ
ໄລຍະ 25 ແມັດ ຈຳນວນ 3 ຊ່ອງ, ຫ້ອງການ 4 ຫ້ອງ, ຫ້ອງປະຊຸມ,
ຫ້ອງວາງ ສະແດງ, ຫ້ອງມູນເຊື້ອ 1 ຫ້ອງ, ຫ້ອງຮັບແຂກ 1 ຫ້ອງ,
ຫ້ອງເຕັກ ນິກ ແລະ ສ້ອມແປງ 1 ຫ້ອງ, ຫ້ອງຮຽນ 1 ຫ້ອງ, ຫ້ອງເກັບມ້ຽນອຸປະກອນຍິງປືນ
1 ຫ້ອງ, ຫ້ອງອາຫານ ແລະ ຫ້ອງນ້ຳ 1
ຫ້ອງ, ສ່ວນອາຄານແຫ່ງທີ 2 ເປັນສາງເກັບມ້ຽນອຸປະກອນສະໜາມຍິງປືນ ຂະໜາດ 21 x 23 ແມັດ
ປະກອບມີ: ສ້າງເກັບອຸ ປະກອນ 5 ຫ້ອງ, ຫ້ອງການປະ
ຈຳການ 1 ຫ້ອງ ແລະ ຫ້ອງນອນ-ຫ້ອງນ້ຳ 1 ຫ້ອງ.
ໂຄງ ການດັ່ງກ່າວ ໄດ້ເລີ່ມລົງມືກໍ່ ສ້າງແຕ່ວັນທີ 05/07/2011 ແລະ
ສຳເລັດໃນວັນທີ 26/12/2012.

No comments:
Post a Comment