ທ້າວ ໄຊວິເດດ ກະຊວງ ປກສ ມາແຮງ ເອົາຊະນະ
ທ້າວ ສິງໂຕທອງ ໄດ້ຄອງແຊ໋ມການແຂ່ງ ຂັນຊົກມວຍລາຍການສຸດຍອດມວຍລາຍລາວ
(ມວຍຮອບ), ການແຂ່ງຂັນໄດ້ເລີ່ມມາແຕ່ວັນທີ 20 ຕຸລາ 2012 ເປັນຕົ້ນມາ, ບັນ
ດານັກມວຍທັງ 10 ຄົນ ໄດ້ແຂ່ງ ຂັນແບບໝູນວຽນ ຈົນມາຮອດວັນທີ 12 ມັງກອນ
ຢູ່ເວທີມວຍຊົ່ວຄາວ ໂຮງກາຍະສິນແຫ່ງຊາດ ຈຶ່ງໄດ້ສຳເລັດລົງ.
ຄູ່ຊີງຊະນະເລີດ ລະຫວ່າງ ທ້າວ ໄຊວິເດດ
ກະຊວງ ປກສ ກັບ ທ້າວ ສິງໂຕທອງ ສິດຊຽນ ນິຍົມ ປາກົດວ່າ: ທ້າວ ໄຊວິເດດ ກະຊວງ
ປກສ ຊົກໄດ້ດີ ແລະ ເຂົ້າເປົ້າຫລາຍກວ່າ ຈຶ່ງໄດ້ແຊ໋ມໄປຄອງ
ພ້ອມຮັບສາຍແອວແຊ໋ມ, ເງິນ 10 ລ້ານກີບ ແລະ ຂັນລາງວັນ 1 ໜ່ວຍ, ອັນດັບທີ 2
ໄດ້ແກ່ ທ້າວ ສິງໂຕທອງ ສິດຊຽນ ນິຍົມ ໄດ້ຮັບເງິນສົດ 5 ລ້ານກີບ
ພ້ອມຂັນລາງວັນ, ທີ 3 ໄດ້ແກ່ ທ້າວ
ສິນໄຊນ້ອຍ ສໍກຸນລະວົງ ໄດ້ຮັບເງິນສົດ 3
ລ້ານກີບ ພ້ອມຂັນລາງວັນ ແລະ ທີ 4 ໄດ້ແກ່ ທ້າວ ຟ້າໃສ ສິດຫົງຄຳ
ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມຂັນລາງວັນ.
ເປັນກຽດມອບລາງວັນ ໂດຍ ທ່ານ ພັນໂທ
ແສນອາໄລ ບົວອາພອນ ຫົວໜ້າກົມກິລາກະຊວງ ປກສ, ທ່ານ ຄຳຜອງ ພັນວົງສາ
ຮອງປະທານສະມາຄົມວິທະຍາ ສາດ ແລະ ວິສະວະກຳແຫ່ງຊາດ.
No comments:
Post a Comment