Ad

Ad

15 January 2013

ຈູດທຳລາຍອາຫານ-ເຄື່ອງດື່ມຫມົດອາຍຸ


    ເລີ່ມແຕ່ເດືອນມີນາຫາເດືອນສິງຫາ 2012, ຄະນະທີມງານ ກວດກາປະຈຳແຂວງບໍ່ແກ້ວ ໄດ້ ລົງກວດກາເຄື່ອງດື່ມ ແລະ ອາ ຫານທີ່ໝົດອາຍຸ-ເສຍຄຸນເຊັ່ນ: ແປ້ງນົວປອມ, ເຂົ້າໜົມປະ ເພດ ຕ່າງໆ, ເຄື່ອງປຸງອາຫານ, ໝີ່ສຳ ເລັດຮູບ, ປະເພດເຄື່ອງດື່ມ ແລະ ຢາ ລວມມູນຄ່າ 9 ລ້ານກວ່າກີບ ແລະ ໃນວັນທີ 11 ມັງກອນນີ້ ຈຶ່ງ ໄດ້ຈັດພິທີຈູດທຳລາຍສິນຄ້າດັ່ງກ່າວຢ່າງເປັນທາງການ ຢູ່ພະ ແນກສາທາລະນະສຸກ ເຂົ້າຮ່ວມ ມີທ່ານ ດຣ. ແກ້ວຄຳ ສີ ລິທຳ ຮອງຫົວໜ້າພະແນກສາທາລະ ນະສຸກແຂວງບໍ່ແກ້ວ, ຄະນະທີມງານກວດກາ, ສາທາລະນະສຸກ, ປກສ, ພະນັກງານການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາຍຫລັງຈູດທຳລາຍຖິ້ມແລ້ວ, ຄະນະກວດກາຍັງຈະໄດ້ສືບຕໍ່ ລົງກວດກາຕາມຮ້ານທີ່ມີເປົ້າ ໝາຍຕື່ມອີກ ທັງນີ້ເພື່ອເຮັດໃຫ້ ສັງຄົມມີສະຕິຕໍ່ການບໍລິໂພກອາ ຫານປະເພດຕ່າງໆທີ່ອາດກະທົບຕໍ່ສຸຂະພາບ.

No comments:

Post a Comment