Ad

Ad

16 May 2013

ກຸ່ມບໍລິສັດພອນສັກ ມອບໂມງໃຫຍ່ໃຫ້ທຳນຽບປະທານປະເທດ



     ກຸ່ມບໍລິສັດ ພອນສັກ ໄດ້ມອບໂມງໃຫຍ່ ຈຳນວນ 1 ຄູ່ໃຫ້ແກ່ທຳນຽບປະທານ ປະເທດໃນຕອນເຊົ້າວັນທີ 15 ພຶດສະພາ 2013 ນີ້ ທີ່ທຳນຽບປະທານປະເທດ, ໂດຍແມ່ນທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການປະທານປະ ເທດເປັນຜູ້ກ່າວຮັບຈາກ ທ່ານ ພອນສັກ ວິໄລສັກ ປະທານກຸ່ມ ບໍລິສັດ ພອນສັກ, ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ.
     ທ່ານ ພົງສະຫວັດ ໄດ້ສະແດງຄວາມຂອບ ອົກຂອບໃຈມາຍັງທ່ານ ພອນສັກ ວິໄລສັກ ກໍຄືກຸ່ມ ບໍລິສັດພອນສັກ ທີ່ໄດ້ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການປະກອບສ່ວນຊ່ວຍເຫລືອແກ່ທຳນຽບປະທານປະເທດໃນໄລຍະຜ່ານມາກໍຄືປັດ ຈຸບັນ.
     ພ້ອມນີ້ ທ່ານຍັງສະແດງຄວາມ ຫວັງວ່າ ຈະໄດ້ຮັບການຊ່ວຍ ເຫລືອຈາກ ກຸ່ມບໍລິສັດດັ່ງກ່າວ ຕື່ມອີກ ໃນຂັ້ນຕໍ່ໄປ. ໂມງຈຳນວນ ດັ່ງກ່າວມີຂະໜາດ 1,5 ແມັດ ຍີ້ຫໍ້ ໂອເມກາ ເປັນໂມງທີ່ນຳເຂົ້າຈາກປະເທດເຢຍລະມັນ, ມູນຄ່າ 168 ລ້ານກີບ ໂດຍໄດ້ຕິດຕັ້ງຢູ່ສີໜ້າຫໍຄຳດ້ານໜ້າ ແລະ ດ້ານຫລັງ ແລະ ໂມງດັ່ງກ່າວຈະດັງໃນທຸກໆຊົ່ວໂມງເພື່ອເຕືອນໃຫ້ຮູ້.
     ຂ່າວໃຫ້ຮູ້ຕື່ມວ່າ: ໃນເດືອນ ຕຸລາ 2012 ຜ່ານມາ, ກຸ່ມບໍລິສັດ ພອນສັກ ກໍໄດ້ມອບຄຳ ຈຳນວນ 5 ກິໂລ ໃນມູນຄ່າ 2,3 ຕື້ກວ່າກີບ. ເພື່ອຜະລິດຍອດຊໍ່ຟ້າຫໍຄຳ ໃຫ້ແກ່ສຳນັກງານປະທານປະເທດ (ຫໍຄຳ) ໃນນັ້ນປະກອບມີຍອດຊໍ່ຟ້າ ໃຫຍ່ (ຈອມ ຫໍຄຳ), ມີນ້ຳໜັກລວມ 100 ກິໂລ, ສູງ 1,56 ແມັດຫລໍ່ດ້ວຍທອງສຳລິດປະສົມຄຳສົດຈຳນວນ 3 ກິໂລ, ຍອດຊໍ່ຟ້ານ້ອຍຈຳ ນວນ 4 ຈອມແຕ່ລະຈອມໜັກ 25 ກິໂລ,ສູງ0,77 ແມັດ, ຫລໍ່ດ້ວຍ ທອງສຳລິດ ປະສົມຄຳສົດຈອມ ລະ 0,5 ກິໂລ. ລວມ ທັງ 4 ຈອມ ມີຄຳ 2 ກິໂລ.

No comments:

Post a Comment