Ad

Ad

16 May 2013

ການກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີຄືບຫນ້າດີ



      ທ່ານວິຣະພົນ ວິຣະວົງ ລັດຖະມົນ ຕີຊ່ວຍວ່າການກະ ຊວງພະລັງງານ ແລະ ບໍ່ແຮ່, ໄດ້ເປັນປະທານການປະຊຸມຮ່ວມ ກັບບັນດາຕົວແທນສື່ມວນຊົນ ໃນວັນທີ 15 ພຶດສະ ພາ 2013 ໂດຍໄດ້ມີການປຶກສາຫາລືສະພາບລວມໂຄງການກໍ່ສ້າງ ເຂື່ອນໄຟຟ້າໄຊຍະບູລີໃນໄລຍະຜ່ານມາ ແລະໃນຕໍ່ໜ້າຂອງຄະນະປະຊາສຳພັນລວມ ທັງການສືບຕໍ່ໂຄສະ ນາເຜີຍແຜ່ຂໍ້ມູນ-ຂ່າວສານຕ່າງໆອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ນະໂຍບາຍຂອງພັກ-ລັດຖະບານ ລາວ ກໍຄືເປົ້າໝາຍລວມ ແລະ ຄວາມສຳຄັນຂອງໂຄງການດັ່ງກ່າວ.
      ອີງຕາມຂໍ້ມູນກະຊວງພະລັງງານ ແລະ ບໍ່ແຮ່ລະບຸວ່າ: ພາຍຫລັງລັດຖະບານລາວ ໄດ້ເຫັນດີໃຫ້ບໍລິສັດຜູ້ພັດທະນາດຳ ເນີນການຈັດພິທີວາງສີລາລືກເລີ່ມການກໍ່ສ້າງ ໃນວັນທີ 7 ພະ ຈິກ 2012 ມາຮອດປະຈຸບັນມີຄວາມຄືບໜ້າດີ ຫລື ປະມານ 9,18%. ສຳລັບເຂື່ອນອວ່າຍນ້ຳ ກຳລັງ ດຳເນີນການຖົມດິນໂດຍແຍກວັດສະດຸທີ່ນຳມາຖົມເປັ ຊັ້ນໆ ເພື່ອຮັບປະກັນຄວາມ ໝັ້ນຄົງຂອງຕົວເຂື່ອນ ແລະ ປ້ອງ ກັນ ນ້ຳຊຶມຜ່ານຕາມແບບກໍ່ສ້າງ ຕົວ ຈິງໄລຍະທີ 1; ຊ່ອງເດີນເຮືອ ກຳ ລັງເລັ່ງ ການຂຸດຈົກ ພື້ນທີ່ກໍ່ສ້າງ, ກະກຽມເທຄອນກຣີດ ເພື່ອປັບ ລະດັບຊ່ອງເດີນເຮືອໄດ້ ບໍລິມາດ ທັງໝົດ 2 ລ້ານກວ່າ ແມັດກ້ອນ, ວິເຄາະ ວິໄຈໂຄງສ້າງ ແລະ ແຕ້ມ ແຜນວາດການເສີມ ແຮງ, ອອກ ແບບຫ້ອງຄວບຄຸມ ຊ່ອງເດີນເຮືອ ທາງລະບາຍນ້ຳ ລົ້ນໄດ້ມີການ ຮັບຮອງຄວາມໝັ້ນຄົງຂອງແບບກໍ່ສ້າງ, ເທຄອນກຣີດປັບລະດັບຄາດວ່າຈະມີບໍລິມາດ 550.000 ແມັດກ້ອນສຳເລັດ 25%; ເກາະກາງເຂື່ອນ ໄດ້ມີການຮັບຮອງ ຄວາມໝັ້ນຄົງ ຂອງແບບກໍ່ສ້າງ, ທັງມີການຮັບ ຮອງແຜນວາດຮູບຮ່າງແທ່ງຄອນກຣີດ
ແລະ ກຳລັງ ມີການ ທົບທວນແຜນຜັງການ ເສີມແຮງ ຂອງໂຄງສ້າງເບື້ອງ ຕົ້ນນ້ຳ ແລະ ທ້າຍນ້ຳ; ໄດ້ມີການຂຸດດິນອອກເພື່ອ ບຸກເບີກພື້ນທີ່ກໍ່ສ້າງເຮືອນຈັກ ສຳເລັດ 20%, ເຈາະສຳຫລວດບໍລິເວນກໍ່ສ້າງ ຈັກໄຟຟ້າສຶກສາຄວາມໝັ້ນຄົງຂອງດິນ; ນອກນີ້ການກໍ່ສ້າງໂຮງບົດຫີນ, ໂຮງປະສົມຊີມັງ ແລະ ອື່ນສຳເລັດເກືອບ 100%.
       ແນວໃດກໍຕາມ ທາງໂຄງ ການຍັງໄດ້ສຳເລັດການຍົກຍ້າຍ ຈັດສັນປະຊາຊົນຈຳນວນ 76 ຄອບຄົວຈາກບ້ານຫ້ວຍຊຸຍ ໄປຢູ່ບ້ານນາຕໍໃຫຍ່ ເມືອງໄຊຍະບູລີ ແຕ່ຕົ້ນປີ 2012 ແລະ ສຳເລັດ ການຍົກຍ້າຍຈັດສັນປະຊາຊົນ 94 ຄອບຄົວ ຈາກບ້ານ ປາກເນີນມາຢູ່ບ້ານຫ້ວຍຫິບແຂວງຫລວງພະບາງໃນຕົ້ນປີ2013ຊຶ່ງຜູ້ພັດທະນາໂຄງການໄດ້ເອົາໃຈໃສ່ຊ່ວຍເຫລືອຍົກລະດັບຊີວິດ ການ ເປັນຢູ່ໃດ້ດີຂຶ້ນ, ປຸກເຮືອນໃຫ້ຄອບຄົວລະໜຶ່ງຫລັງ, ພ້ອມດ້ວຍການສົ່ງເສີມປູກຜັກສວນຄົວ, ປູກເຫັດ, ລ້ຽງປາ, ລ້ຽງກົບ, ເປັດ-ໄກ່, ລວມທັງວຽກຫັດຖະກຳ, ທັງມີການສະໜອງແນວພັນພືດ ແລະ ແນວພັນສັດ. ສະໜອງການບໍລິການຮັກ ສາສຸຂະພາບ, ສ້າງໂຮງຮຽນ ແລະ ສຸກສາລາ ປັດຈຸບັນປະຊາຊົນເຫລົ່ານີ້ມີຄວາມພູມໃຈຕໍ່ການພັດທະນາໂຄງການດັ່ງກ່າວຊຶ່ງ ສາມາດຊ່ວຍໃຫ້ປະຊາຊົນພົ້ນທຸກ ແລະ ມີອາຊີບທີ່ໝັ້ນຄົງກວ່າເກົ່າ.

No comments:

Post a Comment