Ad

Ad

16 May 2013

ສື່ມວນຊົນລາວເຮັດໜ້າທີ່ຂອງຕົນຢ່າງມີປະສິດເສລີພາບ



        ຜ່ານມາມີບາງກຸ່ມຄົນຈຳນວນໜຶ່ງໃນບາງປະເທດມີຄວາມພະຍາຍາມໃສ່ຮ້າຍປ້າຍສີດ້ວຍຖອຍທຳນອງບິດເບືອນທີ່ ວ່າ: ປະຊາຊົນລາວບໍ່ມີສິດໃນການສະແດງຄວາມຄິດເຫັນຜ່ານສື່ມວນຊົນ ແລະ ສື່ມວນຊົນລາວກໍບໍ່ມີເສລີພາບເຕັມຕົວ ໃນການເຄື່ອນໄຫວໜ້າທີ່ຂອງຕົນ, ແຕ່ຄວາມຈິງແລ້ວຄຳເວົ້າທີ່ບໍ່ມີຂໍ້ມູນຕົວຈິງຈາກກຸ່ມຄົນບໍ່ຫວັງດີດັ່ງກ່າວຖືກຕອບໂຕ້ ດ້ວຍກະແສແຫ່ງຄວາມເປັນຈິງເທື່ອລະກ້າວ.
      ສິ່ງທີ່ຢັ້ງຢືນໃຫ້ເຫັນໄດ້ຢ່າງປະຈັກຕານັ້ນກໍຄື ບັນດາອົງການ ສື່ມວນຊົນ ພ້ອມຖັນແຖວພະນັກງານນັກຂ່າວທັງພາກລັດ ແລະ ເອກກະຊົນໄດ້ປະຕິບັດໜ້າທີ່ຕາມບົດບາດ ແລະ ສິດຂອງຕົນພາຍ ໃຕ້ການຄຸ້ມຄອງຂອງລັດຖະບານ ກໍຄືກະຊວງຖະ ແຫລ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ຕາມລັດຖະທຳມະນູນ ແລະ ກົດໝາຍ ສື່ມວນຊົນເຊິ່ງປະກອບມີ  XI ໝວດ ແລະ 67 ມາດຕາທີ່ໄດ້ກຳນົດຫລັກການ, ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການພັດ ທະນາ, ການຄຸ້ມຄອງ, ການກວດກາສື່ມວນຊົນເພື່ອເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບຂອງສື່ມວນຊົນ ແລະ ຮັບປະ ກັນການປະຕິບັດສິດເສລີພາບດ້ານສື່ມວນຊົນຂອງພົນລະເມືອງແນໃສ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ. ອັນສຳຄັນກົດໝາຍໄດ້ກຳນົດເຖິງສິດເສລີພາບ ຂອງພົນລະເມືອງລາວດ້ານສື່ມວນ ຊົນໂດຍການສະແດງທັດສະນະປະກອບຄຳຄິດຄຳເຫັນທີ່ບໍ່ຂັດກັບລະບຽບກົດໝາຍ, ສິດຜົນປະໂຫຍດຂອງຊາດ ແລະ ຂອງ ປະຊາຊົນ.

     ນອກຈາກສື່ມວນຊົນລາວ ທີ່ກ່າວມາຂ້າງເທິງນັ້ນແລ້ວ, ລັດຖະບານຍັງເປີດໂອກາດ ແລະ ອະນຸຍາດໃຫ້ອົງການສື່ມວນ ຊົນຕ່າງປະເທດເປີດສຳນັກງານຕ່າງໜ້າປະຈຳລາວ ເພື່ອສົ່ງເສີມການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານພ້ອມດຽວກັນນັ້ນ ກໍມີຫລາຍອົງການຂ່າວຕ່າງປະເທດໄດ້ໃຫ້ຄວາມສົນໃຈກ່ຽວກັບປະເທດລາວໂດຍມີການຕິດຕາມການປ່ຽນແປງກໍຄືການ ພັດທະນາທີ່ເກີດຂຶ້ນໃນລາວຊຶ່ງສາມາດເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຜ່ານທາງໂທລະສັບ, ອິນເຕີເນັດໃນທຸກເວລາ, ທຸກສະ ຖານທີ່ໂດຍບໍ່ມີການກີດກັ້ນ.

No comments:

Post a Comment