Ad

Ad

30 September 2016

ສານປະຊາຊົນຫົວພັນຕັດສີນປະຫານຊີວິດຜູ້ຄ້າຢາເສບຕິດ

            ທ້າວ ຈັນທອງ ບ້ານນ້ຳໄຕ, ເມືອງຊຳໃຕ້, ແຂວງຫົວພັນ ຖືກສານປະຊາຊົນແຂວງຫົວພັນຕັດສີນປະຫານຊີວິດ, ໃນຂໍ້ຫາຄ້າຂາຍຢາເສບຕິດປະເພດເຮໂຣອິນຈໍານວນ 16 ແທ່ງ ແລະ ມີອາວຸດເສິກຈໍານວນໜຶ່ງໄວ້ຄອບຄອງໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.
             ຄະດີມີຢູ່ວ່າ: ເມື່ອເດືອນເມສາ 2014 ໄດ້ມີຄົນຮູ້ຈັກເອົາຢາບ້າຈໍານວນ 200 ເມັດ ແລະ ເຮໂຣອິນ 1 ແທ່ງມາໃຫ້ທ້າວຈັນທອງຢູ່ເຮືອນ ເພື່ອເອົາໄວ້ຂາຍ ແລະ ມາຮອດວັນທີ 8 ພຶດສະພາ 2014 ທ້າວຈັນທອງໄດ້ໂທລະສັບຫາຄົນຮູ້ຈັກໃຫ້ເອົາຢາເສບຕິດມາສົ່ງໃຫ້ອີກ, ຈົນຮອດເວລາປະມານ 11:00 ໂມງຂອງວັນທີ 9 ພຶດສະພາ 2014 ທ້າວຈັນທອງຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວຢູ່ເຮືອນ
ພ້ອມຂອງກາງເຮໂຣອິນຈຳນວນ 16 ແທ່ງ, ຢາບ້າ 176 ເມັດ ແລະ ກວດຄົ້ນໃນເຮືອນຍັງພົບປືນເຊກາເຊ ແລະ ກະສຸນຈຳນວນ 20 ລູກ, ປືນແກັບ 1 ກະບອກ, ໂທລະສັບ 1 ເຄື່ອງ, ຢາຝິ່ນຈໍານວນໜຶ່ງ, ພ້ອມອຸປະກອນເສບຢາ, ເງິນ 244 ພັນກີບ, 350 ໂດລາສະຫະລັດ, 167 ລ້ານດົງ(ສະກຸນເງິນຫວຽດນາມ), ນອກຈາກນີ້ຍັງມີແຫວນສີເຫລືອງຄ້າຍຄືຄຳ 3 ວົງ, ໂລຫະແທ່ງສີຂາວຄ້າຍຄືເງິນຫລາຍກວ່າ 10 ອັນ ແລະ ສາຍຄໍເງິນອີກ 2 ເສັ້ນ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຖືກສານຕັດສີນປະຫານຊີວິດດັ່ງກ່າວ. ສໍາລັບຢາເສບຕິດທີ່ເປັນຂອງກາງ ພ້ອມອຸປະກອນເສບຢາຕ່າງໆ ແລະ ປືນແກ໋ບແມ່ນໃຫ້ເຈົ້າໜ້າທີ່ເອົາໄປທຳລາຍຖິ້ມ. ສ່ວນປືນເຊກາເຊພ້ອມກະສຸນແມ່ນມອບໃຫ້ເຈົ້າໜ້າທີ່ເກັບຮັກສາໄວ້ ແລະ  ເງິນ ແລະ ໂລຫະຄ້າຍຄືເງິນອື່ນໆແມ່ນສົ່ງຄືນໃຫ້ເຈົ້າຂອງຊັບ.

No comments:

Post a Comment