Ad

Ad

30 September 2016

ເກີດໄຟໄໝ້ເຮືອນປະຊາຊົນ 2 ຫລັງຢູ່ບ້ານນາຄຳ ແລະ ດົງໂດກ

          ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຊົ້າວັນທີ 29 ກັນຍານີ້, ໄດ້ເກີດໄຟໄໝ້ຮ້ານຂາຍແອ ແລະ ພິມປ້າຍໂຄສະນາ ຂອງທ້າວ ອາຊົງ (ສັນຊາດຈີນ), ອາຍຸ 42 ປີ, ຕັ້ງຢູ່ບ້ານນາຄຳ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຊຶ່ງເກີດຈາກໄຟຟ້າຊ໋ອດກະດານໄຟໃຫຍ່ພາຍໃນຮ້ານ ສົ່ງຜົນໃຫ້ຫ້ອງພິມປ້າຍໂຄສະນາ ຖືກໄຟລວກເລັກນ້ອຍ ແລະ ເມື່ອຕົ້ນອາທິດຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນຫ້ອງແຖວໃຫ້ເຊົ່າ ຂອງນາງ ວັນສີ ພົມພັກດີ, ອາຍຸ 36 ປີ, ຢູ່ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ຜ່ານການສືບສວນ-ສອບສວນໃຫ້ຮູ້ວ່າ: ຜູ້ມາພັກເຊົາໄດ້ສຽບໄຟຕູ້ເຢັນໄວ້
ແບບບໍ່ຮັບປະກັນ ຈຶ່ງເຮັດໃຫ້ເກີດໄຟຊ໋ອດກະດານໄຟ ແລະ ລຸກລາມໄປທົ່ວເຮືອນຫ້ອງແຖວດັ່ງກ່າວ, ສົ່ງຜົນໃຫ້ 2 ຫ້ອງຖືກໄຟໄໝ້ໝົດກ້ຽງ ແລະ ອີກ 3 ຫ້ອງຖືກໄຟລວກ ຄາດວ່າຈະມີມູນຄ່າເສຍຫາຍຫລາຍສິບລ້ານກີບ. ດັ່ງນັ້ນ ເຈົ້າໜ້າທີ່ ໄດ້ເຕືອນມາຍັງ ປະຊາຊົນທຸກຄົນ ຈົ່ງພ້ອມນຳໃຊ້ໄຟຟ້າຢ່າງມີສະຕິລະມັດລະວັງໃນການນຳໃຊ້ຟືນໄຟ, ໂດຍສະເພາະ ຕ້ອງໝັ່ນກວດກາ, ລະບົບໄຟຟ້າໃນເຮືອນໃຫ້ດີ ຖ້າເຫັນບໍ່ຮັບປະກັນຕ້ອງປ່ຽນແປງທັນທີ, ພ້ອມນັ້ນ ກໍໃຫ້ລະມັດລະວັງໃນການໃຕ້ທູບ, ໃຕ້ທຽນບູຊາວັນບຸນສຳຄັນຕ່າງໆ ເພື່ອຫລີກລ້ຽງບັນຫາອັກຄີໄພທີ່ຈະຕາມມາ.

No comments:

Post a Comment