Ad

Ad

10 November 2016

ຄາດ​ຕະກອນ​ໂຫດ​ໃຊ້​ນ້ຳມັນ​ເຜົາ​ຄົນ​ທັງ​ເປັນຖືກ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ

             ທ້າວເລຮຸງ (ຮຸ່ງ) ອາຍຸ 27 ປີ ອາຊີບກຳມະກອນ ສັນຊາດຫວຽດນາມ ພັກເຊົ່າຢູ່ບ້ານພັດທະນາທ່າໄຮ່ເມືອງປາກເຊແຂວງຈຳປາສັກ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີເມື່ອບໍ່ດົນມານີ້ໃນຂໍ້ຫາຄາດຕະກຳເຊິ່ງຄະດີມີຢູ່ວ່າ: ​ເວລາປະມານ 20:00 ​ໂມງ ຂອງວັນທີ 24 ກໍລະກົດ 2016, ທ້າວ ຮຸ່ງໄດ້ເອົານ້ຳມັນແອັດຊັງຫົດໃສ່ທ້າວ ພອນທະວີ ທີ່ພວມນັ່ງລົດຈັກຢູ່ແຄມທາງໜ້າສະໜາມບິນປາກເຊແລ້ວຈູດໄຟໃສ່ເຮັດໃຫ້ໄຟໄໝ້ຖ້ວມໂຕທ້າວ ພອນທະວີ, ພາຍຫລັງກໍ່ເຫດ ທ້າວ ຮຸ່ງ​ ​ໄດ້ເອົາຕົວຫລົບໜີມາພັກເຊົ່ານຳພີ່ນ້ອງຢູ່ນະຄອນຫລວງວຽງຈັນ, ສ່ວນທ້າວ ພອນທະວີແມ່ນເສຍຊີວິດຢູ່ໂຮງໝໍແຂວງໃນອີກສອງມື້ຕໍ່ມາແລະ ມາຮອດວັນທີ 25 ຕຸລາ 2016 ທ້າວ ຮຸ່ງ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.


           ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ຮຸ່ງໄດ້ຮັບສາລະ ພາບວ່າ: ຕົນແລະ ຜູ້ຕາຍໄດ້ຮູ້ຈັກກັນມາດົນແລະ ຮ່ວມກັນຄ້າຂາຍຢາເສບຕິດແລະ ຕົ້ນປີ 2016 ຕົນໄດ້​​ເອົາຢາບ້າຈຳນວນ 200 ​ເມັດໃຫ້ຜູ້ຕາຍໄປຂາຍແຕ່ບໍ່ໄດ້ເງິນ ຈຶ່ງເກີດຄວາມຄຽດແຄ້ນແລະ ລົງມືຄາດຕະກຳດ້ວຍວິທີດັ່ງກ່າວ.

No comments:

Post a Comment