Ad

Ad

20 February 2013

ຄວາມແຕກຕ່າງລະຫວ່າງເສນາຫມາກຂີ້ ແລະ ເສນາທິການ



    “ຄວາມແຕກຕ່າງລະຫວ່າງເສ ນາໝາກຂີ້ກາ ແລະ ເສນາທິ ການ” ແມ່ນບົດທີ່ຂຽນໂດຍຜູ້ທີ່ ໃຊ້ນາມປາກກາວ່າ: ຊຽງເອງ ເຊິ່ງຖືກຕີພິມໃນໜັງສືພິມວຽງຈັນໃໝ່ ເມື່ອບໍ່ດົນມານີ້. ບົດຂຽນ ດັ່ງກ່າວໄດ້ສະທ້ອນໃຫ້ເຫັນຄວາມເປັນຈິງຂອງຜູ້ທີ່ເຮັດ ວຽກງານເປັນເສນາທິການຜູ້ໃກ້ຊິດກັບຜູ້ເປັນນາຍໃນບັນຫາສຳຄັນ ຕ່າງໆຂອງບ້ານເມືອງ.
    ບົດດັ່ງກ່າວຂຽນວ່າ: ຄຳວ່າ “ເສນາໝາກຂີ້ກາ” ເປັນຄຳເວົ້າທີ່ ມີຢູ່ໃນຕຳນານ ເຊິ່ງເລົ່າຂານກັນມາ ທີ່ແທ້ຈິງກໍມີຄວາມ ໝາຍເດີມຈາກຄຳວ່າ “ເສນາທິການ” ເໝືອນກັນ ໂດຍຈະເຫັນໄດ້ໃນລະ ບອບລາຊາທິລາດ ບົດບາດຂອງຜູ້ຮັບໃຊ້ໃກ້ຊິດ ຂອງພະລາຊາ ຄື ພວກເສນາອາໝາດ ຂັນທີໃນວັງ ທີ່ຄອຍຮັບໃຊ້ພະລາຊາ ມີໜ້າທີ່ ນຳເອົາຄຳສັ່ງພະລາຊະໂອງ ການລົງຈັດຕັ້ງ ປະຕິບັດ ຫລື ຖວາຍຄຳປຶກສາຫາລືແກ່ອົງລາ ຊາບາງໂອກາດໜ້າທີ່ດັ່ງກ່າວມີຫລາຍຝ່າຍແຕກຕ່າງກັນເພື່ອຄົ້ນຄວ້າ ແລະ ນຳ ເອົາບັນຫາຂອງບ້ານເມືອງທູນຖວາຍລາຊາ.

    ເສນາໝາກຂີ້ກາ ເປັນເສນາທີ່ ໃກ້ຊິດຂອງລາຊາເໝືອນກັນ, ແຕ່ ຄຳເວົ້ານີ້ອາດເບິ່ງ ແລະ ຕີຄວາມ ຈາກພະລາຊາເອງ ຫລື ຄົນສ່ວນ ໃຫຍ່ທີ່ເຫັນວ່າເສນາພວກນີ້ບໍ່ ເອົາການເອົາງານ ເປັນບຸກຄົນ ເຖິງມີຄວາມຮູ້ສະຫລາດຫລັກ ແຫລມ ເຮັດວຽກໃນ ວັງມີບົດບາດຕໍ່ການຕັດສິນ, ແຕ່ກົງກັນ ຂ້າມ ກັບເປັນຄົນອ່ອນແອ ເວົ້າ ເອົາໃຈແຕ່ລາຊາ  ບໍ່ເວົ້າຄວາມຈິງ ເອົາໂຕລອດເປັນ ຍອດດີ ພະຍາຍາມຊອກຫາຜົນປະໂຫຍດໃສ່ ຕົນ ສະເພາະຢ່າງຍິ່ງເພື່ອຢາກຢູ່ ຕຳແໜ່ງນີ້ໄປດົນໆບາງເທື່ອກໍຍັງຕົວະພະລາຊາ ຊ້ຳການປະພຶດດັ່ງກ່າວຖືກໃຈລາຊາບາງຄົນ ແລະ ກໍບໍ່ຖືກໃຈລາຊາທີ່ເອົາການ ເອົາງານ.
     ຄັ້ງໜຶ່ງແຕ່ປາງກ່ອນ, ພະລາ ຊາໄດ້ທົດລອງຈິດໃຈອາໝາດ ດັ່ງກ່າວວ່າ: ພວກເຂົາຈະເວົ້າ ຄວາມຈິງຕໍ່ໜ້າພະອົງໄດ້ ຫລື ແນວໃດ. ດັ່ງນັ້ນ ພະອົງຈຶ່ງປາດ ເອົາໝາກຂີ້ກາທີ່ພວມສຸກເຫລືອງ ແນມເບິ່ງເປັນຕາແຊບ ແບ່ງຢາຍໃຫ້ພວກເສນາກິນທັງ ເວົ້າວ່າ: ໝາກຂີ້ການີ້ຫວານແທ້ໆ. ຈາກ ນັ້ນ ລາຊາກໍຖາມເສນາແຕ່ລະ ຄົນ ເພື່ອຢັ່ງເບິ່ງຈິດໃຈຜົນຮັບ ອອກມາປາກົດວ່າ: ເສນາຈຳ ນວນໜ້ອຍໜຶ່ງບອກຕາມຄວາມ ຈິງວ່າ: ໝາກຂີ້ກາຂົມ, ແຕ່ສ່ວນ ໃຫຍ່ປະເພດລູບແຄ່ງເລຍຂາ ຄອຍພະເນົ້າພະນໍ ປ້ອນຄຳຫວານໆຕໍ່ພະລາຊານັ້ນກັບບອກ ວ່າ: ໝາກຂີ້ກາຫວານຕາມລາ ຊາ ທັງໆທີ່ທຳມະຊາດຂອງໝາກຂີ້ກາຈະສຸກຈະດິບ ກໍຂົມທັງນັ້ນ ເຊັ່ນດຽວກັບໝາກເຜັດຈະສຸກ ຈະດິບກໍເຜັດຄືເກົ່າ. ເມື່ອເປັນແນວນັ້ນລາຊາກໍກວາດລ້າງພວກປະຈົບປະແຈງ ອອກໜີ ແລະ ເອີ້ນເຂົາວ່າ: ພວກເສນາໝາກຂີ້ກາ.
    ຄຳວ່າ: ເສນາທິການ ມີຄວາມ ໝາຍເຖິງຜູ້ຄົ້ນຄວ້າວາງແຜນ ການຂົງເຂດວຽກງານສຳຄັນ ໃດໜຶ່ງຂອງສຳນັກງານອົງການ ໂຮງຈັກໂຮງງານ ຫລື ບ່ອນປະ ກອບການໃດໜຶ່ງ ໂດຍເປັນຜູ້ ສ້າງ ຫລື ຜູ້ນຳເອກະສານ ສະເໜີ ຕໍ່ຂັ້ນເທິງຂອງຕົນ ເພື່ອຕັດ ສິນໃຈ ຕົກລົງເລືອກເອົາສິ່ງທີ່ຄົ້ນຄວ້າມານັ້ນ. ໜ່ວຍງານນີ້ເປັນໜ່ວຍງານສຳຄັນເຮັດວຽກເປັນໝູ່ຄະນະຄ້າຍຄືຫ້ອງການ ກອງເລຂາ ທີ່ສວມບົດບາດວິຊາການພິເສດ ມີລັກສະນະເປັນທີ່ປຶກສາ. ບຸກຄົນ ເຮັດວຽກດ້ານນີ້ລ້ວນແຕ່ເປັນຜູ້ທີ່ ໄວ້ເນື້ອ ເຊື່ອໃຈຂອງອົງການທັງເປັນຜູ້ມີຄວາມຮູ້ຄວາມສາມາດມີວິໄສທັດ ປະສົບການລະດັບແນ່ນອນ ເສນາທິການວຽກບ່ອນໃດ ມີໜ້າທີ່ຊຸກຍູ້ວຽກງານໃຫ້ກ້າວໄປໄກຢ່າງສຳເລັດຜົນໃນບ່ອນນັ້ນ.
    ແຕ່ກົງກັນຂ້າມ, ຖ້າວ່າຜູ້ເຮັດ ຽກງານນີ້ ບໍ່ມີທັດສະນະຖືກຕ້ອງເບິ່ງບັນຫາບໍ່ຈະແຈ້ງບໍ່ຫລຽວເຫັນຜົນປະໂຫຍດຂອງ ຊາດຂອງອົງການຕົນ ຫລື ມີທ່າອ່ຽງໄປທາງຜົນປະໂຫຍດສ່ວນໂຕ ກໍບໍ່ຕາງຫຍັງກັບກາ ເປັນ ເສນາໝາກຂີ້ກາກາຍເປັນລະ ເບີດເວລາ ຫລື ຜ້ຳໃສ່ໜອງທີ່ ຈະພາໄປສູ່ການເສື່ອມເສຍກຽດ ຊື່ສຽງຂອງອົງການ. ອັນສຳຄັນ ການປະພຶດເປັນກົກຊີ້ ຕາຍປາຍຊີ້ເປັນໃນການດັກສະກັດລັດກິນຫົວນ້ຳ ເຊິ່ງຜູ້ເປັນຫົວໜ້າກໍບໍ່ຮູ້ຊ້ຳຍິ່ງເປັນອັນຕະລາຍນີ້ຄືປາກົດການຫຍໍ້ທໍ້ງຽບໆ ໃນອົງການທີ່ຈະຕ້ອງເບິ່ງຄືນ.
    ໄລຍະຜ່ານມາ ເປັນທີ່ຮູ້ກັນດີ ແລ້ວວ່າ: ເສນາທິການບ່ອນໃດ ເຮັດວຽກດີ ບ່ອນນັ້ນກໍມີການພັດທະນາຢ່າງອອກໜ້າ ອອກຕາ, ກົງກັນຂ້າມ ຖ້າບໍ່ໄປບໍ່ມາ ຫລື ມີ ບັນຫາທາງລົບ ປະພຶດແບບເສ ນາໝາກຂີ້ກາ ກໍຈະມີການປັບປຸງ ຫລື ສັບຊ້ອນ ເພື່ອໃຫ້ວຽກງານມີຄຸນນະພາບ ແລະ ປອດໃສນັ້ນເອງ.

No comments:

Post a Comment