Ad

Ad

7 October 2016

ປກສ ນະຄອນຫລວຽງຈັບເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ພ້ອມຂອງກາງເຮໂຣອິນ 30 ກິໂລ

ຂາບ-ພາບ: ຫນັງສືພິມ ປກສ
             ທ້າວ ທອງວັນ (ອາຈິ່ງຊຽງ) ອາຍຸ 34 ປີ, ທ້າວ ເຈັ່ງເຮີ ອາຍຸ 36 ປີຢູ່ບ້ານດອນທາດ, ເມືອງຕົ້ນເຜິ້ງ, ທ້າວ ເຊັ່ງວ່າງ ອາຍຸ 36 ປີຢູ່ບ້ານຝາຍ, ທ້າວ ຈາປໍລີ ອາຍຸ 35 ປີຢູ່ບ້ານໄຊຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແລະ ທ້າວ ປໍວ່າງ ອາຍຸ 29 ປີຢູ່ບ້ານໂພນມະນີ, ເມືອງນ້ຳບາກ, ແຂວງຫລວງພະບາງ, ຖືກເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດນະຄອນຫລວງວຽງຈັນຈັບຕົວມາດໍາເນີນຄະດີໃນວັນທີ 2 ຕຸລານີ້, ພາຍຫລັງພວກເຂົາໄດ້ ຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດ
ຢູ່ເຂດບ້ານນາສາງໄພ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ພ້ອມຂອງກາງເຮໂຣອິນຈໍານວນ 30 ກິໂລ, ລົດໃຫຍ່ 2 ຄັນ, ໂທລະສັບມືຖື 5 ເຄື່ອງ ແລະ ຂອງກາງອີກຈຳນວນໜຶ່ງ.

             ເຈົ້າໜ້າທີ່ ໃຫ້ຮຸ້ວ່າ: ພວກກ່ຽວແມ່ນເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ ແລະ ເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາເປັນເວລາດົນນານສົມຄວນ, ຈົນຮອດວັນທີ 2 ຕຸລານີ້ໄດ້ຮັບລາຍງານຈາກພົນລະເມືອງດີວ່າຈະມີເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ນຳເອົາເຮໂຣອິນຈຳນວນຫລາຍຈາກພາກເໜືອລົງມາສົ່ງໃຫ້ລູກຄ້າຢູ່ນະຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມເກັບກຳຂໍ້ມູນ ແລະ ຮອດເວລາປະມານ 13:00 ໂມງຂອງວັນດຽວກັນກໍພົບເຫັນລົດໃຫຍ່ເປົ້າໝາຍ 2 ຄັນເຄື່ອນໄຫວຢູ່ເຂດບ້ານນາສາງໄພ, ເມືອງໄຊເສດຖາ ແລະ ໄດ້ເຂົ້າກວດຄົ້ນພາຍໃນລົດຈຶ່ງ ພົບຢາເສບຕິດຈຳນວນດັ່ງກ່າວ ແລະ ໄດ້ຢຶດໄວ້ເປັນຫລັກຖານ ແລະ ຈັບຕົວພວກກ່ຽວມາດຳເນີນຄະດີ, ຊຶ່ງຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບວ່າ: ເຮໂຣອິນທັງໝົດແມ່ນຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ແຂວງພາກເໜືອ. ປັດຈຸບັນຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ພວມຂະຫຍາຍຜົນຜູ້ຮ່ວມຂະບວນການ ເພື່ອເລັ່ງຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ. 

No comments:

Post a Comment